ທ່ານນາງ ທາກະອິຈິ ຊານາເອະ ກ່າວຄຳເຫັນໃນກອງປະຊຸມຖະແຫຼງການຢູ່ນະຄອນຫຼວງໂຕກຽວ ວ່າ: ລັດຖະບານຂອງທ່ານຈະໃຫ້ບຸລິມະສິດຕໍ່ບັນດານະໂຍບາຍເສດຖະກິດ ແທນທີ່ເລືອກເອົາກໍລະນີຍຸບເລີກສະພາຕ່ຳ ເພື່ອຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ. ທ່ານຊີ້ແຈ້ງວ່າ: ຈະລຶບລ້າງພາສີສົ່ງອອກຊົ່ວຄາວສໍາລັບນໍ້າມັນ ແລະ ເພີ່ມລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີຈາກລະດັບປັດຈຸບັນແມ່ນ 1.03 ລ້ານຢຽນ (ປະມານ 6.800 ໂດລາ) ຜ່ານການຮັບຟັງຄຳເຫັນຈາກບັນດາພັກຝ່າຍຄ້ານ. ບັນດາມາດຕະການເສດຖະກິດນີ້ ຈະຊ່ວຍເພີ່ມລາຍຮັບໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນພາລະແບກຫາບໃຫ້ແກ່ບັນດາຄອບຄົວ.
ສຳລັບດ້ານພົວພັນທາງການທູດ, ທ່ານນາງ ທາກະອິຈິ ຊານາເອະ ມີຄວາມປາຖະໜາຢາກພົບປະກັບການນຳຂອງບັນດາປະເທດອື່ນໆໃນກອງປະຊຸມທີ່ກ່ຽວຂ້ອງເຖິງອາຊຽນ ທີ່ຈະຈັດຂຶ້ນຢູ່ ມາເລເຊຍ ໃນທ້າຍອາທິດນີ້ ແລະ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈະດຳເນີນໃນທ້າຍເດືອນນີ້ຢູ່ ສ ເກົາຫຼີ.
ຄໍາເຫັນ