ກະຊວງດັ່ງກ່າວ ຖະແຫຼງໃນເດືອນຜ່ານມາວ່າ: ລັດຖະບານຍີ່ປຸ່ນຕ້ອງການເພີ່ມປະສິດທິພາບຂອງຂະບວນການກວດຄົນເຂົ້າເມືອງ. ໂດຍການນໍາລະບົບກວດກາທີ່ມີຕົ້ນແບບຈາກລະບົບເອເລັກໂຕຣນິກເພື່ອອະນຸມັດການເດີນ ທາງ (ESTA) ຂອງສະຫະລັດ ອາເມຣິກາ ມານໍາໃຊ້, ໂດຍນັກທ່ອງທ່ຽວຈາກປະເທດທີ່ໄດ້ຮັບການຍົກເວັ້ນວີຊາສຳລັບການພັກເຊົາໄລຍະສັ້ນໃນຍີ່ປຸ່ນຈະຕ້ອງລະບຸຂໍ້ມູນສ່ວນຕົວ ແລະ ລາຍການເດີນທາງເຊັ່ນ: ຊື່, ຈຸດປະສົງຂອງການພັກເຊົາ ແລະ ສະຖານທີ່ພັກເຊົາ ລ່ວງໜ້າຫຼາຍມື້ກ່ອນການອອກເດີນທາງ.
ສຳນັກຂ່າວກຽວໂດ ລາຍງານວ່າ: ກົມກວດຄົນເຂົ້າເມືອງຂອງຍີ່ປຸ່ນຈະເປັນຜູ້ດຳເນີນການກວດກາຂໍ້ມູນຂອງນັກທ່ອງທ່ຽວລ່ວງໜ້າ ແລະ ຖ້າມີປະຫວັດອາຊະຍາກຳ ຫຼື ການຢູ່ອາໄສຜິດກົດໝາຍໃນອະດີດ ທາງອົງການອາດຈະບໍ່ອະນຸຍາດໃຫ້ຜູ້ນັ້ນຂຶ້ນເຮືອບິນເຂົ້າໄປຍີ່ປຸ່ນ.
ປັດຈຸບັນ, ຂໍ້ມູນຈາກກະຊວງການຕ່າງປະເທດລະບຸວ່າ: ພົນລະເມືອງຈາກ 71 ປະເທດ ແລະ ເຂດແຄວ້ນ, ໃນນັ້ນລວມເຖິງ ສະຫະລັດ ອາເມຣິກາ ແລະ ສ ເກົາຫຼີ ໄດ້ຮັບການຍົກເວັ້ນວີຊາສຳລັບການຢູ່ອາໄສໃນໄລຍະສັ້ນ.
ປີ 2024, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຍີ່ປຸ່ນບັນລຸ 36.87 ລ້ານຄົນ, ເພີ່ມຂຶ້ນ 47.1% ເມື່ອທຽບໃສ່ປີກາຍ ແລະ ເນື່ອງຈາກການທ່ອງທ່ຽວແມ່ນໜຶ່ງໃນເສົາຄ້ຳດ້ານເສດຖະກິດ. ສະນັ້ນ, ລັດຖະບານຈຶ່ງຕັ້ງເປົ້າເພີ່ມຈຳນວນນັກທ່ອງທ່ຽວໃຫ້ເຖິງ 60 ລ້ານເທື່ອຄົນໃນປີ 2030.
ຄໍາເຫັນ