ອົງການກາແດງແຫ່ງຊາດລາວຊ່ວຍເຫຼືອຜ້າຫົ່ມ 1.000 ຜືນໃຫ້ປະຊາຊົນແຂວງອຸດົມໄຊ

ອົງການກາແດງແຫ່ງຊາດລາວຊ່ວຍເຫຼືອຜ້າຫົ່ມ 1.000 ຜືນໃຫ້ປະຊາຊົນແຂວງອຸດົມໄຊ
ໃນລະຫວ່າງວັນທີ 14-15 ພະຈິກນີ້ ອົງການກາແດງແຫ່ງຊາດລາວ,ສະພາກາແດງຍີ່ປຸ່ນ, ບໍລິສັດ ອອນວອດ ONWARDແລະອົງການກາແດງແຂວງອຸດົມໄຊ ໄດ້ນຳເອົາຜ້າຫົ່ມ ຈຳນວນ 1.000 ຜືນ; ມູນຄ່າ 697.000.000 ກີບໄປຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊທີ່ທຸກຍາກຂາດເຂີນໃນເຂດຫ່າງໄກທີ່ເປັນເປົ້າາໝາຍຂອງແຂວງທີ່ກຳນົດຈຳນວນ 12ບ້ານ,12ໂຮງຮຽນ ພາຍໃນ 4 ເມືອງຄື: ເມືອງຫຼາ,ເມືອງໄຊ,ເມືອງປາກແບງແລະເມືອງນາໝໍ້.
ສຳລັບການລົງເຄື່ອນໄຫວລົງແຈກຢາຍຜ້າຮົ່ມໃນຄັ້ງນີ້ແມ່ນໄດ້ມອບໃຫ້ແກ່ນັກຮຽນໂຮງຮຽນມັດທະຍົມສຶກສາສົມບູນບ້ານນາຮ້ວງ ເມືອງໄຊ; ມັດທະຍົມສຶກສາສົມບູນບ້ານອາໂນ ແລະ ພໍ່ແມ່ປະຊາຊົນບ້ານຫ້ວຍຊັງ ເມືອງຫຼາ ແຂວງອຸດົມໄຊ ຈຳນວນ 157 ຄົນຍິງ 49 ຄົນ,ກ່າວມອບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍຊ້ອງໜ້າອຳນາດນາດການປົກຄອງ,ພໍ່ແມ່ປະຊາຊົນ ແລະ ນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ອອນວອດ ONWARD ຂອງປະເທດຍີ່ປຸ່ນ ໂດຍຜ່ານອົງການກາແດງຍີ່ປຸ່ນ ເພື່ອເປັນການຫ້າງຫາກະກຽມຮັບມືກັບລະດູໜາວທີ່ຈະມາເຖິງນີ້; ນອກຈາກນັ້ນ,ທາງອົງການກາແດງແຂວງອຸດົມໄຊຍັງຈະໄດ້ສືບຕໍ່ລົງແຈກຢາຍຜ້າຫົ່ມໃຫ້ແກ່ປະຊາຊົນເມືອງປາກແບງ ແລະ ເມືອງນາໝໍ້.                   ຂ່າວ-ພາບ:ອົງການກາແດງ

ຄໍາເຫັນ

ຂ່າວສາທະລະນະສຸກ

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຜູ້ທີ່ສໍາເລັດຊຸດອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15ຂຶ້ນຢ່າງເປັນທາງການໃນວັນທີ 10 ເມສານີ້
ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ກອງປະຊຸມລາຍງານຜົນຂອງການປະເມີນຮ່ວມພາຍນອກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ (JEE) ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ
ໃຫ້ຄວາມຮູ້ການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

ໃຫ້ຄວາມຮູ້ການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

ໃນລະຫ່ວາງວັນທີ17-19 ມີນານີ້, ອົງການກາແດງແຫ່ງຊາດລາວໄດ້ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ (Community Early Warning Training) ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດຂອງອົງການກາແດງແຂວງໃນທົ່ວປະເທດຂຶ້ນ,
ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 18 ມີນານີ້ ທີ່ນະຄອນຫຼວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ
ເຊັນບົດບັນທຶກຄວາມເຂົ້າໃຈການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດໃນການໃຊ້ບໍລິການສາທາລະນະສຸກ

ເຊັນບົດບັນທຶກຄວາມເຂົ້າໃຈການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດໃນການໃຊ້ບໍລິການສາທາລະນະສຸກ

ໃນວັນທີ 10 ກຸມພາ ນີ້ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດ
ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ກອງປະຊຸມໃຫຍ່ຄັ້ງທີ X ໜ່ວຍພັກຮາກຖານ ຫ້ອງການກະຊວງສາທາລະນະສຸກໄດ້ຈັດຫວ່າງບໍ່ດົນມານີ້ທີ່ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນແຝງ ພູມມະໄລສິດ
ໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ

ໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ

ໂຮງໝໍມະໂຫສົດ ຮ່ວມກັບມູນນິທິພົງສະຫວັນແລະອົງການA New Vision (ປະເທດສິງກະໂປ)ໄດ້ຈັດພິທີເປີດກິດຈະກໍາໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຂຶ້ນໃນວັນ4 ກຸມພານີ້ ທີ່ໂຮງໝໍມະໂຫສົດໂດຍການເຂົ້າຮ່ວມຂອງທ່ານບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ,
ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ

ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ

ເພື່ອສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ, ສະມາຄົມຜະດຸງຄັນລາວໄດ້ສ້າງຕັ້ງຂຶ້ນ ໃນປີ2022 ເພື່ອເປັນອົງການຈັດຕັ້ງທີ່ນໍາພາໃນວຽກງານການສົ່ງເສີມແລະກວດກາຊຶ່ງປັດຈຸບັນແມ່ນເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງອົງການUNFPA. ເພື່ອເປັນສັນຍາລັກຂອງການຟື້ນ
ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ພິ​ທິ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ລະ​ຫວ່າງ ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງກະ​ຊວງ​ສະ​ທະ​ລະ​ນະ​ສຸກ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ເມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນນີ້
ເພີ່ມເຕີມ