ອົງການກາແດງແຂວງຜົ້ງສາລີ ລະດົມບໍລິຈາກເລືອດແບບສະໝັກໃຈ ຢູ່ກອງພັນນ້ອຍທະຫານຮາບ 19

ອົງການກາແດງແຂວງຜົ້ງສາລີ ລະດົມບໍລິຈາກເລືອດແບບສະໝັກໃຈ ຢູ່ກອງພັນນ້ອຍທະຫານຮາບ 19

ອົງການກາແດງແຂວງຜົ້ງສາລີ ລະດົມບໍລິຈາກເລືອດແບບສະໝັກໃຈ ຢູ່ກອງພັນນ້ອຍທະຫານຮາບ 19
ວັນທີ 4 ກຸມພາ 2026ນີ້, ອົງການອົງແດງແຂວງຜົ້ງສາລີ ຮ່ວມກັບພະແນກ ເສນາຮັກ ແລະ ໂຮງຮຽນການທະຫານທ້ອງຖີ່ນ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ລົງປຸກລະດົມບໍລິຈາກເລືອດແບບສະໝັກໃຈ ບໍ່ຫັວງສີງຕອບແທນ ຢູ່ກອງພັນນ້ອຍທະຫານຮາບ 19 ໂດຍການເຂົ້າຮ່ວມຂອງທ່ານ ນາງ ວຽງຄຳ ເຫຼັກວໍລະຈັນ ຮອງຫົວໜ້າອົງການກາແດງແຂວງຜົ້ງສາລີ, ທ່ານ ພັນໂທ ຄຳພັດ ເຫຼັກສຸກັນ ຮອງພະແນກເສນາຮັກ ກອງບັນຊາການທະຫານແຂວງ, ທ່ານ ພັນໂທ ບຸນຄົງ ໄຊຍະແສງ ຫົວໜ້າໂຮງຮຽນການທະຫານທ້ອງຖີ່ນແຂວງ, ມີບັນດາ ທະຫານກຳລັງໃໝ່ ພ້ອມດ້ວຍວີຊາການຈາກອົງການກາແດງແຂວງເຂົ້າຮ່ວມ.
ອງການກາແດງແຂວງຜງສາລ ລະດມບລຈາກເລອດແບບສະໝກໃຈ ຢກອງພນນອຍທະຫານຮາບ 19 - image 1
 

ທ່ານ ນາງ ວຽງຄຳ ເຫຼັກວໍລະຈັນ ໄດ້ມີຄຳເຫັນວ່າ: ເລືອດເປັນສີ່ງສຳຄັນທີ່ຫຼ່ໍລ້ຽງຊິວິດອີນຊີຂອງຄົນເຮົາ ໃຫ້ມີລົມຫາຍໃຈ ແລະ ດໍາລົງຊີວິດຢູ່ໃນໂລກນີ້, ຫຼາຍໆລ້ານຊີວິດ ມີຄວາມຢູ່ຫຼອດປອດໄພໄດ້ແມ່ນຍັງອາໄສ ເລືອດຂອງຄົນອື່ນ, ທີ່ໄດ້ບໍລິຈາກຝາກເປັນຂອງຂວັນອັນລ້ຳຄ່າໃຫ້ແກ່ຄົນເຈັບຜູ້ຂາດເລືອດເປັນປະຈຳ ເຊັ່ນ: ການຜ່າຕັດ, ການເກີດອຸບັດເຫດບົນທ້ອງຖະໜົນ, ເກີດລູກຜິດປົກກະຕິ, ການຟອກໝາກໄຂ່ຫຼັງ ເພື່ອເຕີມພະລັງຢືດຄວາມຫວັງໃຫ້ຊີວິດ. ແນ່ນອນ ຖ້າບໍ່ມີເລືອດບໍລິຈາກ, ຊີວິດຈະບໍ່ໄດ້ຮັບການຊ່ວຍເຫຼືອ ຊຶ່ງພວກເຂົາເຫຼົ່ານັ້ນກໍາລັງນອນປີ່ນປົວລໍຖ້າຄວາມຊ່ວຍເຫຼືອ ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ສຸກສາລາ. ເພາະວ່າເລືອດບໍ່ມີໂຮງງານຜະລິດ, ເຖິງແມ່ນວ່າ ປະເທດຈະສີວິໄລ ສວຍງາມອຸດົມຮັ່ງມີພຽງໃດກໍຕາມ ແຕ່ກໍບໍ່ສາມາດສ້າງໂຮງງານຜະລິດເລືອດໄດ້ ແລະ ຍັງບໍ່ມີສານຊະນິດໃດໆ ທີ່ຈະສາມາດເຂົ້າມາທົດແທນເລືອດໄດ້ ຖ້າຂາດເລືອດຕ້ອງປີ່ນປົວດ້ວຍເລືອດເທົ່ານັ້ນ. ການປຸກລະດົມຂົນຂວາຍການບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ແບບສະໝັກໃຈ ແລະ ບໍ່ຫວັງສິ່ງຕອບແທນ ແມ່ນໜ້າວຽກໜື່ງທີ່ທາງພັກ - ລັດຖະບານ ກໍຄືອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງ ຖືເປັນບູລິມະສີດ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນພົນລະເມືອງລາວ ທີ່ມີຄວາມຈໍາເປັນໃນການນໍາໃຊ້ເລືອດ, ແຕ່ເຖິງຢ່າງໃດກໍດີ ໃນທ່າມກາງສະພາບຂອງໂລກປັດຈຸບັນ ກໍຄື ສປປລາວ ແລະ ແຂວງຜົ້ງສາລີ ມີຄວາມຕ້ອງການໃນການຊົມໃຊ້ເລືອດ ມີທ່າອ່ຽງເພື່ມສູງຂຶ້ນ ຊຶ່ງເປັນສິ່ງທ້າທາຍໃໝ່ ທີ່ອົງການການແດງແຂວງ ຈໍາເປັນຕ້ອງໄດ້ເພີ່ມທະວີຄວາມອາດສາມາດຂອງຄະນະພັກ - ພະນັກງານ - ລັດຖະກອນ ເພື່ອແນໃສ່ຮັບມື ແລະ ເຮັດໃຫ້ການຮັບບໍລິຈາກເລືອດ - ສະໜອງເລືອດປອດໄພ, ຕອບສະໜອງກັບຄວາມຕ້ອງການຂອງສັງຄົມໄດ້ຢ່າງພຽງພໍ ແລະ ທັນການ.

(ພາບ-ຂ່າວ: ແສງຄໍາ ສາລີວັນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ໃນວັນທີ 29 ມິຖຸນາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມ "ການປະເມີນຂີດຄວາມສາມາດຂອງຊຸມຊົນໃນການຮັບມືກັບໄພພິບັດ (EVCA) ແລະ ລະບົບການແຈ້ງເຕືອນໄພໃນຊຸມຊົນ (CEWS)" ຂຶ້ນທີ່ເມືອງບຸນໃຕ້ ແຂວງຜົ້ງສາລີ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຄະນະນຳ, ພະນັກງານກາແດງຂັ້ນສູນກາງ, ແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.
ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ (18/6/1965-18/6/2026) ໃນວັນທີ 19 ມິຖຸນາຜ່ານມາ, ທີ່ເມືອງລະມາມ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ວັນທີ່ 14 ມິຖຸນາ ປະຈຳປີ 2026 ນີ້ ອົງການກາແດງແຂວງຫຼວງພະບາງ ຈະໄດ້ຈັດກິດຈະກຳປຸກລະດົມ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສີ່ງຕອບແທນ, ໂດຍຈະຈັດຂຶ້ນທີ່ໂຮງແຮມອາວານີ ນະຄອນ ຫຼວງພະບາງ ໃນວັນທີ່ 12 ມິຖຸນາ ທີ່ຈະມາເຖີງນີ້.
ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ສາທາແຂວງວຽງຈັນ ສຳເລັດການຢອດວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ

ທ່ານ ນາງ ວັນເພັງ ພັນທະນາໄລ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ວ່າ: ກ່ຽວກັບວຽກງານການຢອດຢາວັກຊິນໂປລີໂອ ແລະ ສັກວັກຊິນປ້ອງກັນພະຍາດໝາກແດງໃຫ້ເດັກລຸ່ມ 5 ປີ.
ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານ

ຫ້ອງວ່າການສູນກາງພັກ ຈັດຂະບວນການກວດສຸຂະພາບປະຈຳປີ ໃຫ້ແກ່ພະນັກງານພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ ຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານກ່າວເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າກວດສຸຂະພາບທັງໝົດ 235 ທ່ານ ຍິງ 116 ທ່ານ.
ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ເພີ່ມເຕີມ