ອົງການກາແດງລາວ ສະຫຼຸບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ອົງການກາແດງລາວ ສະຫຼຸບການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
ອົງການກາແດງແຫ່ງຊາດລາວໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມດ້ວຍການຊ່ວຍເຫຼືອເປັນເງິນ ຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳວ່ວນ ປີ 2023 ພາຍໃຕ້ໂຄງການກອງທຶນຕອບໂຕ້ໄພພິບັດສຸກເສີນ (DREF) ຂຶ້ນໃນລະຫວ່າງວັນທີ 6-7 ທັນວາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າກາແດງແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບສັງລວມຜົນໄດ້ຮັບການຈັດຕັ້ງປະຕິບັດໃນການຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມດ້ວຍຮູບແບບແຈກຢາຍເງິນ, ໃນນັ້ນ ຍັງໄດ້ພ້ອມກັນ ຖອດຖອນບົດຮຽນເຫັນໄດ້ຈຸດດີ, ຈຸດອ່ອນ ແລະ ວິທີແກ້ໄຂວຽກງານໃນຕໍ່ໜ້າ. 
ໃນການຈັດຕັ້ງປະຕິບັດ ການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມດ້ວຍການຊ່ວຍເຫຼືອເປັນເງິນທີ່ແຂວງບໍລິຄຳໄຊ ແລະ ແຂວງ ຄຳມ່ວນ ປີ 2023 ຜ່ານມາ, ສຳລັບແຂວງບໍລິຄໍາໄຊ ເມືອງຄໍາເກີດມີ 24 ບ້ານ, 858 ຄອບຄົວ, 4.942 ຄົນ ຍິງ 2.423 ຄົນ, ງົບປະມານ 1 ຕື້ກວ່າກີບ, ແຂວງຄໍາມ່ວນ, ເມືອງຄູນຄໍາມີ 14 ບ້ານ, 3.049 ຄອບຄົວມີ 14.849 ຄົນ ຍິງ 7.549, ງົບປະມານ 4 ຕື້ກວ່າກີບ,ເມືອງນາກາຍມີ 6 ບ້ານ, 218 ຄອບຄົວ, 1.139 ຄົນ ຍິງ 589 ຄົນ, ງົບປະມານ 360 ລ້ານກີບ, ລວມງົບປະມານ 3 ເມືອງແມ່ນ 6 ຕື້ກວ່າກີບ.
ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີພາບລວມຂອງ LRC, DREF ແລະ ຍຸດທະສາດການປະຕິບັດງານ, ວິທີການຈັດຕັ້ງປະຕິບັດ DREF ສຳລັບການປະເມີນເບື້ອງຕົ້ນ, ວິທີການອອກແບບ ແລະ ວາງແຜນຍຸດທະສາດການປະຕິບັດງານທີ່ໄດ້ຈັດຕັ້ງປະຕິບັດສຳເລັດ, ການຈັດຕັ້ງປະຕິບັດຊ່ວຍເຫຼືອດ້ວຍເງິນ DREF 2022 ແລະ 2023, ກິດຈະກຳສົ່ງເສີມສຸຂາອະນາໄມຂອງ DREF 2022 ແລະ 2023, ວຽກບົດບາດ ຍິງ-ຊາຍ ຂອງ DREF 2022 ແລະ 2023, ການສ້າງ roadmap ເພື່ອຈະປັບປຸງແຕ່ລະຂະບວນການ, ສິ່ງທີ່ມີຄວາມຈຳເປັນ ແລະ ມອບຄວາມຮັບຜິດຊອບໃຫ້ພະນັກງານເພື່ອຈະຕິດຕາມ, ກຳນົດສິ່ງທີ່ມີປະໂຫຍດທີ່ສຸດ ແລະ ອຸປະສັກກີດຂວາງ ແລະ ອື່ນໆ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວສາທະລະນະສຸກ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ເພີ່ມເຕີມ