ກ່ອນໜ້ານັ້ນ, ໃນວັນທີ 20 ກຸມພາ, ພາຍຫຼັງສານສູງສຸດ ສະຫະລັດ ອາເມຣິກາ ປະຕິເສດບັນດາລະດັບອັດຕາພາສີອາກອນນຳເຂົ້າສົມທົບໃນລວງກ້ວາງ ຂອງ ທ່ານ ໂດໂນ ທຣໍາ ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນສາກົນ (IEEPA), ຜູ້ນຳໜ້າທຳນຽບຂາວປະກາດວ່າ: ທ່ານໄດ້ເຊັນລັດຖະດໍາລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດຕະພັນ ອອກຈາກການຈັດວາງອັດຕາພາສີໃໝ່ລວມມີ: ຊີ້ງົວ, ໝາກເລັ່ນ, ໝາກກ້ຽງ, ຢາ ແລະ ລົດໂດຍສານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້ຢູ່ເຂດໃຊ້ສະກຸນເງິນເອີໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງທົບສອງເທົ່າເມື່ອທຽບໃສ່ຄາດໝາຍຂອງທະນາຄານກາງເອີຣົບ (ECB). ສາເຫດຕົ້ນຕໍຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ ໃນສະພາບທີ່ການປະທະກັນຢູ່ເຂດຕາເວັນອອກກາງຍັງສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຄວາມກົດດັນຕໍ່ ECB ໃນການສືບຕໍ່ຮັດກຸມນະໂຍບາຍເງິນຕາ.
ຄໍາເຫັນ