ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ

ປະຊາຊົນບ້ານແກ້ງຕາງານ ໃຫ້ຄວາມສຳຄັນນໍາພາລູກ-ຫຼານມາຢອດຢາວັກຊິນໂປລີໂອ
ທ່ານ ສົມດີ ວົງຈິນດາ ຮອງນາຍບ້ານແກ້ງຕາງານ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ພຶດສະພານີ້ ທີ່ບ້ານດັ່ງກ່າວວ່າ: ບ້ານແກ້ງຕາງານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການໂຄສະນາປະຊາສຳພັນ ແນະນຳໃຫ້ປະຊາຊົນເຂົ້າໃຈກ່ຽວກັບການນໍາພາລູກ-ຫຼານມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອ ກໍຄືການປ້ອງກັນບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ມີຄວາມເຂົ້າໃຈເປັນຢ່າງດີ.
ປະຊາຊນບານແກງຕາງານ ໃຫຄວາມສຳຄນນາພາລກ-ຫານມາຢອດຢາວກຊນໂປລໂອ - image 1
 

ໂດຍການໂຄສະນາປາກຕໍ່ປາກ, ໂຄສະນາຜ່ານໂທລະໂຄ່ງຂອງບ້ານ, ໄປບອກປະຊາ ຊົນຢູ່ເຮືອນຢູ່ຊານກໍມີຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈເຫັນຄວາມໝາຍ-ຄວາມສຳຄັນຂອງການຢອດຢາວັກຊິນຕໍ່ສຸຂະພາບຂອງເດັກ. ປັດຈຸບັນປະຊາຊົນມີຄວາມເຂົ້າໃຈກ່ຽວກັບວັກຊິນ ແລະ ໃຫ້ການຮ່ວມມືຫຼາຍຂຶ້ນ. ບ້ານແກ້ງຕາງານມີຈຳນວນພົນ 156 ຄອບຄົວ, 178 ຫຼັງຄາເຮືອນ, ມີຈຳນວນເດັກນ້ອຍລຸ່ມເປົ້າໝາຍ 5 ປີລົງມາທັງໝົດ 40 ກວ່າຄົນ ແລະ ເດັກນ້ອຍຈຳນວນໜຶ່ງໄດ້ມີການເຄື່ອນຍ້າຍໄປເຮັດວຽກຢູ່ບ້ານອື່ນນໍາພໍ່ແມ່.

ປະຊາຊນບານແກງຕາງານ ໃຫຄວາມສຳຄນນາພາລກ-ຫານມາຢອດຢາວກຊນໂປລໂອ - image 2
 

ທ່ານນາງ ແປງ ສາຍສຸວັນ ພະນັກງານອາສາສະໝັກສາທາລະນະສຸກບ້ານແກ້ງຕາງານ (ອສບ) ໄດ້ກ່າວສະແດງຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ເປັນກະບອກສຽງໂຄສະນາປະຊາສຳພັນໃຫ້ປະຊາຊົນພາຍໃນບ້ານນໍາພາ-ລູກຫຼານມາຮັບການຢອດຢາວັກຊິນໂປລີໂອ ເພື່ອເຮັດໃຫ້ສຸຂະພາບເດັກແຂງແຮງ ແລະ ສ້າງພູມຄຸ້ມກັນໃນການປ້ອງກັນພະຍາດໂປລີໂອໃຫ້ເດັກ. ຂໍເຊີນຊວນປະຊາຊົນພາຍໃນບ້ານແກ້ງຕາງານໃຫ້ພ້ອມໃຈກັນນໍາພາລູກ-ຫຼານມາຮັບວັກຊິນປ້ອງກັນພະຍາດໂປລີໂອ ເພື່ອໃຫ້ມີສຸຂະພາບແຂງແຮງ ບໍ່ໃຫ້ເດັກເປັນພະຍາດເປ້ຍລ່ອຍ.

ປະຊາຊນບານແກງຕາງານ ໃຫຄວາມສຳຄນນາພາລກ-ຫານມາຢອດຢາວກຊນໂປລໂອ - image 3
 

ທ່ານນາງ ແຮ ໃຈໃຫຍ່ ປະຊາຊົນບ້ານແກ້ງຕາງານ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕົນເອງໄດ້ນໍາພາລູກ-ຫຼານມາຮັບວັກຊິນໂປລີໂອໃນມື້ນີ້ເພື່ອເຮັດໃຫ້ມີສຸຂະພາບທີ່ແຂງແຮງ ຊຶ່ງວັກຊິນໂປລີໂອມີຄວາມສຳຄັນຫຼາຍຕໍ່ສຸຂະພາບຂອງເດັກ ຊ່ວຍປ້ອງກັນພະຍາດເປ້ຍລ່ອຍ, ຕົນເອງມີຄວາມດີໃຈຫຼາຍພາຍຫຼັງທີ່ພັກ-ລັດ ກໍຄືນາຍບ້ານໄດ້ປະກາດທາງໂທລະໂຄ່ງຂອງບ້ານ ຈຶ່ງໄດ້ນໍາພາລູກ-ຫຼານມາຮັບການຢອດຢາວັກຊິນໂປລີໂອເພື່ອສ້າງພູມຄຸ້ມກັນທີ່ດີ ເຮັດໃຫ້ເດັກມີສຸຂະພາບທີ່ແຂງແຮງບໍ່ເຈັບປ່ວຍໄດ້ງ່າຍ ບໍ່ໃຫ້ເປັນພະຍາດເປ້ຍລ່ອຍ.

ປະຊາຊນບານແກງຕາງານ ໃຫຄວາມສຳຄນນາພາລກ-ຫານມາຢອດຢາວກຊນໂປລໂອ - image 4
 

ຂ່າວ: ພູວັນ

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ເມື່ອບໍ່ດົນມານີ້ ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບລະຫວ່າງໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຈຳປາປະກັນໄພ ຈຳກັດ ໂດຍການລົງນາມຂອງ ສະຫາຍ ພົຈວ ສະແຫວງ ໄຊດາລາສາດ ອໍານວຍການຫົວໜ້າການທະຫານໂຮງໝໍສູນກາງ103 ກອງທັບ ແລະ ທ່ານ ເຂັມຄໍາ ອິນທະວົງ ຮອງອໍານວຍການບໍລິສັດຈຳປາປະກັນໄພຈຳກັດ, ມີຄະນະພັກ-ຄະນະອໍານວຍການໂຮງໝໍ, ຄະນະພະແນກພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກິດຈະກຳ “ການບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນຂອງ ສຊປລ, ພະນັກງານບໍານານ ແລະ ນັກຮຽນ-ຊາວໜຸ່ມ ຂຶ້ນໃນວັນທີ 12 ພະຈິກຜ່ານມາ ທີ່ ສຊປລ, ໃຫ້ກຽດນຳພາຕາງໜ້າຈາກກະຊວງສາທາລະສຸກ ໂດຍທ່ານ ໄພວັນ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະຍາບານ ຈາກໂຮງໝໍມະໂຫສົດ ແລະ ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຮອງເລຂາ, ຄະນະກົມ, ພະນັກງານ ສຊປລ, ພະນັກງານບໍານານ, ບັນດາບໍລິສັດໃຕ້ຟ້າການແວ່ນຮັບກວດສາຍຕາ, ນັກຮຽນ-ຊາວໜຸ່ມ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ X ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.
ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເພີ່ມເຕີມ