ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ
ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 

ເປດໂຄງການຮກສາພະຍາດຫວໃຈແຕກຳເນດຂອງເດກນອຍ - image 1
 
 

      ການເປີດຕົວຄັ້ງນີ້, ເປັນຄັ້ງທໍາອິດທີ່ສປປ ລາວ ໄດ້ຂັບເຄື່ອນການພັດທະນາຂີດຄວາມສາມາດລະດັບຊາດໃນການຄັດກອງ, ການບົ່ງມະຕິພະຍາດ ແລະ ການຮັກສາພະຍາດຫົວໃຈແຕ່ກໍາເນີດ (CHD) ຢ່າງມີລະບົບ.ໂຄງການນີ້ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສປຈີນ ຜ່ານກອງທຶນເພື່ອການພັດທະນາໂລກ ແລະ ຮ່ວມມືລະຫວ່າງປະເທດທີ່ກຳລັງພັດທະນາ (Global Development and South–South Cooperation Fund) ເຊິ່ງແມ່ນການປະຕິບັດທີ່ເປັນຮູບປະທໍາພາຍໃຕ້ຂໍ້ລິເລີ່ມການພັດທະນາສາກົນ (GDI). ແນໃສ່ການປິ່ນປົວພະຍາດ ຫົວໃຈແຕ່ກໍາເນີດຂອງເດັກ ເຊິ່ງແມ່ນສາເຫດສໍາຄັນຂອງການເສຍຊີວິດຂອງເດັກນ້ອຍທັງໃນສປປ ລາວ ແລະ ກໍາປູເຈຍ, ໂຄງການນີ້ມີເປົ້າໝາຍໃນການສ້າງລະບົບການຄັດກອງລະດັບຊາດ, ນໍາເອົາເຕັກໂນໂລຊີການບົ່ງມະຕິການຮັກສາທີ່ທັນສະໄໝ ແລະ ພັດທະນາຂີດຄວາມສາມາດຂອງບຸກຄະລາກອນທາງການແພດໃນສອງປະເທດ.    ໃນໄລຍະ 2 ປີຂ້າງໜ້າ, ໂຄງການຈະສ້າງຜົນໄດ້ຮັບທີ່ສໍາຄັນໃນສປປ ລາວ: ຄັດກອງເດັກນ້ອຍຢ່າງນ້ອຍ 10,000 ຄົນທົ່ວປະເທດ ໃຫ້ການຮັກສາຄົບວົງຈອນແກ່ເດັກນ້ອຍຢ່າງໜ້ອຍ 30 ຄົນ ແລະ ຝຶກອົບຮົມບຸກຄະລາກອນທາງການແພດຫຼາຍກວ່າ 110 ຄົນ. ແພດຊ່ຽວຊານຈາກສປປ ລາວຍັງຈະໄດ້ຮັບທຶນຝຶກອົບຮົມຂັ້ນສູງທີ່ໂຮງໝໍ Fuwai ເພື່ອເສີມສ້າງຄວາມສາມາດໃນການບໍລິການປິ່ນປົວ ພ້ອມດຽວກັນນັ້ນ, ໂຄງການຈະມອບເຄື່ອງອັນຕ້າຊາວ ແລະ ອຸປະກອນການແພດທີ່ຈໍາເປັນ.

      ທ່ານ ຄໍາປະສົງ ເທບປັນຍາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນຍາວນານ ແລະ ເປັນມິດຈາກສປ ຈີນ “ໂຄງການນີ້ບໍ່ພຽງແຕ່ສະໜອງການປິ່ນປົວທີ່ທັນເວລາໃຫ້ແກ່ເດັກນ້ອຍທີ່ປ່ວຍເປັນພະຍາດ ຫົວໃຈແຕ່ກໍາເນີດ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກ ຍັງເປັນການສ້າງຂີດຄວາມສາມາດຂອງວຽກງານສາທາລະນະສຸກ ຜ່ານການຍົກລະດັບທັກສະຂອງທ່ານໝໍ, ພະຍາບານ ແລະ ການສ້າງຖານຂໍ້ມູນທີ່ຈໍາເປັນໃນການພັດທະນານະໂຍບາຍທີ່ອີງໃສ່ຫຼັກຖານ. ພວກເຮົາຂໍຂອບໃຈຢ່າງສູງຕໍ່ການສະໜັບສະໜູນຂອງລັດຖະບານ ສປຈີນ”

ເປດໂຄງການຮກສາພະຍາດຫວໃຈແຕກຳເນດຂອງເດກນອຍ - image 2
 

      ທ່ານ ສຸຣິຍັນ ວິຈິດເລກການ ໄດ້ກ່າວວ່າ: “ນີ້ແມ່ນໂຄງການທໍາອິດທີ່ MI ໄດ້ດໍາເນີນງານ ພ້ອມການສະໜັບສະໜູນຈາກລັດຖະບານ ສປຈີນ ຜ່ານກອງທຶນນີ້ ແລະ ເປັນຫຼັກໝັ້ນສໍາຄັນໃນການມີສ່ວນຮ່ວມດ້ານສາທາ ລະນະສຸກພາກພື້ນ. ການເສີມສ້າງທັກສະທາງວິຊາການໃຫ້ສປປ ລາວ ແລະ ກຳປູເຈຍ, ສ້າງຜົນປະໂຫຍດຕໍ່ຊຸມຊົນ ແລະ ຊ່ວຍສ້າງລະບົບສາທາລະນະສຸກທີ່ມີຄວາມສະເໝີພາບ ແລະ ມີປະສິດທິພາບຫຼາຍຂຶ້ນໃນພາກພື້ນແມ່ນ້ໍາຂອງ. ໂຄງການນີ້ແມ່ນຄວາມຮ່ວມມືພາກພື້ນ ແລະ ຄວາມຫວັງຮ່ວມກັນ ສະທ້ອນເຖິງຄວາມມຸ່ງໝັ້ນຂອງສປຈີນ ໃນການຜັກດັນເປົ້າໝາຍ SDGs 2030 ຜ່ານຂໍ້ລິເລີ່ມ GDI.”

      ທ່ານ ດົວ ລິນ ໄດ້ກ່າວວ່າ: ພວກເຮົາຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮ່ວມດຳເນີນໂຄງການນີ້ເພື່ອເສີມສ້າງການປະສານງານຢ່າງໃກ້ຊິດກັບສະຖາບັນແມ່ຂອງ ເພື່ອການພັດທະນາເສດຖະກິດ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ. ໂດຍການສະໜອງອຸປະກອນທາງການແພດເຊັ່ນ: ເຄື່ອງອັນຕ້າຊາວ ແລະ ອຸປະກອນໃນການຮັກສາ ພ້ອມທັງຈັດກິດຈະກໍາການຕິດຕາມຢ່າງໃກ້ຊິດ, ພວກເຮົາມຸ່ງໝັ້ນທີ່ຈະຊ່ວຍເຫຼືອເດັກລາວທີ່ປ່ວຍເປັນພະຍາດຫົວໃຈແຕ່ກຳເນີດ ໃຫ້ສາມາດກວດພົບໄດ້ໄວ ແລະ ໄດ້ຮັບການຮັກສາທັນເວລາ ເພື່ອມີສ່ວນຮ່ວມໃນການປັບປຸງສຸຂະພາບຂອງເດັກນ້ອຍ.

      ການດໍາເນີນງານນີ້ຍັງສອດຄ່ອງກັບຂໍ້ລິເລີ່ມການພັດທະນາສາກົນ ແລະ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ພ້ອມທັງສອດຄ່ອງກັບເປົ້າໝາຍຂອງແຜນພັດທະນາຢ່າງຍືນຍົງສະຫະປະຊາຊາດ 2030, ໂດຍສະເພາະເປົ້າໝາຍໃນການຫຼຸດອັດຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 5 ປີ ແລະ ເດັກໄວໜຸ່ມ.” ໂຄງການໄດ້ເນັ້ນໜັກການສ້າງຂີດຄວາມສາມາດທີ່ຍືນຍົງ ຜ່ານການຝຶກອົບຮົມ ແລະ ການຖ່າຍທອດເຕັກໂນໂລຊີ ລວມທັງການນໍາເອົາເຕັກນິກ PAN (Percutaneous and Non-fluoroscopic) ທີ່ທັນສະໄໝຂອງໂຮງໝໍ Fuwai ເຂົ້າມາ. ບຸກຄະລາກອນການແພດໄດ້ໃຫ້ການສະໜັບສະໜູນ ໂດຍກ້າວເຖິງບັນດາອຸປະກອນໃໝ່, ການຝຶກອົບ ຮົມ ແລະ ການແນະນໍາຈາກຜູ້ຊ່ຽວຊານຈະຊ່ວຍພັດທະນາການກວດພົບພະຍາດໄດ້ໄວ ແລະ ສ້າງການປ່ຽນແປງໄລຍະຍາວໃຫ້ແກ່ເດັກນ້ອຍ.

      ການເປີດໂຕໂຄງການນີ້ເປັນຈຸດເລີ່ມຕົ້ນຂອງຄວາມພະຍາຍາມຮ່ວມມືຫຼາຍປີລະຫວ່າງສປ ຈີນ, ສະຖາບັນແມ່ຂອງສປປ ລາວ ແລະ ພາກພື້ນອື່ນໆ ເພື່ອຫຼຸດອັດຕາການເສຍຊີວິດໃນເດັກນ້ອຍທີ່ສາມາດປ້ອງກັນໄດ້ຈາກພະຍາດຫົວໃຈເດັກແຕ່ກໍາເນີດ. ພາກສ່ວນໂຄງການຈະຮ່ວມມືຢ່າງໃກ້ຊິດກັບພະແນກສາທາລະນະສຸກແຂວງ, ໂຮງໝໍ ແລະ ໂຮງຮຽນ ເພື່ອຂະຫຍາຍການຄັດກອງໄປສູ່ຊຸມຊົນຫ່າງໄກ ເຮັດໃຫ້ເກີດການຮັກສາທີ່ທັນເວລາ ແລະ ເສີມສ້າງຄວາມຮັບຮູ້ໃນຊຸມຊົນ, ລະບົບ ແລະ ປະສົບການທີ່ພັດທະນາ. ຜ່ານໂຄງການນີ້ຈະສະໜອງພື້ນຖານສໍາຄັນໃນການພັດທະນານະໂຍບາຍໄລຍະຍາວຂອງ ສປປ ລາວ ດ້ານການດູແລພະຍາດຫົວໃຈເດັກ ເພື່ອໃຫ້ຜົນປະໂຫຍດຂອງໂຄງການດໍາລົງຢູ່ຫຼັງໂຄງການສິ້ນສຸດ. ຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວສາທະລະນະສຸກ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ເມື່ອບໍ່ດົນມານີ້, ກອງກວດກາອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດພິທິທຳລາຍສິນຄ້າປະ ເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ທີ່ສະໜາມຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ, ມີບັນດາຂະແໜງການ, ອົງການຈັດຕັ້ງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ແລະ ງານວາງສະແດງສິນຄ້າຜະລິດຕະພັນຂອງຜູ້ອອກແຮງງານລາວຢ່າງເປັນຂະບວນຟົດຟື້ນ ຂຶ້ນໃນວັນທີ 22 ມັງກອນນີ້, ທີ່ ສກລ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ, ມີຄະນະພັກ, ຫົວໜ້າກົມ, ຮອງກົມ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານບໍລິການສຸຂະພາບ ປະຈໍາປີ 2025 ແລະ ແຜນພັດທະນາປະຈໍາປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍດັ່ງກ່າວ, ມີທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍ ພະນັກງານແພດ-ໝໍເຂົ້າຮ່ວມ.
ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານ-ນັກຮົບ (ແພດ-ໝໍ) ຢູ່ໂຮງໝໍທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ໂດຍມີທ່ານ ພັທ ຈັນທາ ດວງໄພສີ ຫົວໜ້າອໍານວຍການໂຮງໝໍທະຫານແຂວງ ພ້ອມຄະນະ ເຂົ້າຮ່ວມ.
ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຫວ່າງບໍ່ດົນມານີ້, ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ ໄດ້ມອບເຄື່ອງສະໜັບສະໜູນໃຫ້ສູນນໍ້າສາດ ເພື່ອສົ່ງເສີມນໍ້າສະອາດ ແລະ ສຸຂາພິບານທີ່ປອດໄພໃນປະເທດລາວ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ເພີ່ມເຕີມ