ເປີດກອງປະຊຸມສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ

ເປີດກອງປະຊຸມສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 31 ຕຸລາ ຜ່ານມາ ຢູ່ນະຄອນຫຼວງ ເຊອູນ ປະເທດ ສ ເກົາຫຼີ, ໄດ້ຈັດພິທີເປີດກອງປະຊຸມຄັ້ງທີ 60, ສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ (ABU) ໂດຍມີສະມາຊິກຫຼາຍກວ່າ 250 ຄົນ ທີ່ຕາງໜ້າໃຫ້ 67 ປະເທດສະມາຊິກ.
ກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 60 ດ້ວຍຫົວຂໍ້: “ສິ່ງໃດຈະເກີດຂຶ້ນຕໍ່ໄປ?”, ໂດຍຈຸດປະສົງຄົ້ນຫາຄຳຖາມທີ່ສຳຄັນກ່ຽວກັບລັກສະນະຍືນຍົງໃນຂະແໜງກະຈາຍສຽງ ໂທລະພາບ ແລະ ກຳນົດທິດອະນາຄົດຂອງຂະແໜງຢູ່ພາກພື້ນ ອາຊີ - ປາຊີຟິກ. ໃນກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນຄວາມຮູ້ ແລະ ຄວາມພະຍາຍາມຮ່ວມມືເພື່ອສ້າງທິດທາງຍືນຍົງໃຫ້ແກ່ຂະແໜງກະຈາຍສຽງ ໂທລະພາບ; ຄົ້ນຫາບັນດາຍຸດທະສາດປ່ຽນແປງໃໝ່, ພິຈາລະນາບັນດາທິດທາງທີ່ດີທີ່ສຸດ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຊຸກຍູ້ຄວາມສາມາດຟື້ນຟູ, ລັກສະນະຫຼາຍຮູບຫຼາຍແບບ ແລະ ໜ້າທີ່ຄວາມຮັບຜິດຊອບໃນການເຄື່ອນໄຫວດ້ານວິຊາການ.
ໃນຕອນຄ່ຳວັນດຽວກັນ, ໄດ້ຈັດພິທີມອບລາງວັນ ABU Prize ຊຶ່ງແມ່ນລາງວັນວິຊາສະເພາະຂະແໜງກະຈາຍສຽງ - ໂທລະພາບສາກົນທີ່ມີອິດທິພົນ ແລະ ຊື່ສຽງ ຊຶ່ງຈັດຂຶ້ນທຸກປີ ໂດຍ ABU.

ຄໍາເຫັນ

ຂ່າວຕ່າງປະເທດ

ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ

ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 13 ພຶດ​ສະ​ພາ ຜ່ານມາ, ທ່ານ​ນາງ​ ເອັນໂກ​ຊີ ໂອ​ຄອນ​ໂຈ ອີ​ເວ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ ປະ​ເທດ​ຍີ່​ປຸ່ນ ​ວ່າ: ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ.
Nissan ມີແຜນຈະປົດພະນັກງານ 20,000 ຄົນ ທົ່ວໂລກ

Nissan ມີແຜນຈະປົດພະນັກງານ 20,000 ຄົນ ທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາ; ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ: ບໍລິສັດ Nissan Motor ຊຶ່ງເປັນ​ບໍລິສັດ​ຜະລິດ​ລົດຍົນ​ຂອງ​ຍີ່​ປຸ່ນ​ມີ​ແຜນ​ຈະ​ຫຼຸດພະນັກງານທົ່ວໂລກ ປະມານ 20,000 ຄົນ ​ເພີ່ມ​ຂຶ້ນ​ຈາກ​ແຜນການ​ທີ່​ວາງ​ໄວ້​ກ່ອນ​ໜ້າ​ນີ້ 9,000 ຄົນ ຊຶ່ງກວມ​ເອົາ​ປະມານ 15% ຂອງພະນັກງານ Nissan ທົ່ວ​ໂລກ​ທີ່​ມີ​ປະມານ 130,000 ຄົນ.
ຜົນການສຶກສາ ຢາຫຼຸດນໍ້າໜັກແບບສັກ ຫຼຸດຄວາມສ່ຽງເປັນມະເຮັງຫຼາຍກວ່າການຜ່າຕັດ

ຜົນການສຶກສາ ຢາຫຼຸດນໍ້າໜັກແບບສັກ ຫຼຸດຄວາມສ່ຽງເປັນມະເຮັງຫຼາຍກວ່າການຜ່າຕັດ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຂອງຄະນະນັກຄົ້ນຄວ້າຈາກສູນການແພດ Rabin ແລະ ສູນບໍລິການສຸຂະພາບ Klalit ຂອງອິສຣາແອນ ລະບຸວ່າ: ການສັກຢາເພື່ອຫຼຸດນໍ້າໜັກອາດຈະຫຼຸດຄວາມສ່ຽງຕໍ່ການເປັນໂຣກມະເຮັງທີ່ກ່ຽວຂ້ອງກັບໂຣກຕຸ້ຍ. ໂດຍໂຣກຕຸ້ຍ ແລະ ພະຍາດເບົາຫວານເພີ່ມຄວາມສ່ຽງຂອງການເປັນໂຣກມະເຮັງປະເພດຕ່າງໆເຊັ່ນ: ມະເຮັງເຕົ້ານົມ, ມະເຮັງລໍາໄສ້ ແລະ ມະເຮັງຕັບ.
Apple ກໍາລັງພິຈາລະນາຂຶ້ນລາຄາ iPhone ລຸ້ນໃໝ່

Apple ກໍາລັງພິຈາລະນາຂຶ້ນລາຄາ iPhone ລຸ້ນໃໝ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາ; ໜັງສືພິມ Wall Street Journal (WSJ) ລາຍງານວ່າ: Apple ກໍາລັງພິຈາລະນາປັບຂຶ້ນລາຄາ iPhone ທີ່ຈະອອກມາໃນໄລຍະລະດູໃບໄມຫຼົ່ນ ເນື່ອງຈາກມີຄຸນນະສົມບັດໃໝ່ ແລະ ການອອກແບບທີ່ມີການປ່ຽນແປງ.
4 ເດືອນຕົ້ນປີ, ກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າທ່ຽວຊົມອັງກໍວັດ ໄດ້ 22.2 ລ້ານໂດລາ

4 ເດືອນຕົ້ນປີ, ກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າທ່ຽວຊົມອັງກໍວັດ ໄດ້ 22.2 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຊົມ​ອຸທິຍານບູຮານ​ນະ​ຄະດີ​ອັງ​ກໍ​ ຫຼື ອັງກໍວັດ ໃນໄລຍະເດືອນ​ມັງກອນ ​ຫາ ​ເດືອນ​ເມສາ ຜ່ານມາ​ ມີ 36,368 ຄົນ, ​ເພີ່ມ​ຂຶ້ນ 29% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ໂດຍຈີນ​ແມ່ນ​​ນັກທ່ອງ​ທ່ຽວຂະໜາດໃຫຍ່ທີ່ສຸດອັນດັບ 4 ​ທີ່​ມາ​ທ່ຽວອັງກໍວັດ, ຖັດຈາກສະຫະລັດ ອາເມຣິກາ, ຝຣັ່ງ ແລະ ອັງກິດ.
ປະລິມານການເກັບຊື້ທັນຍາຫານ ຂອງຈີນບັນລຸ 345 ລ້ານໂຕນ

ປະລິມານການເກັບຊື້ທັນຍາຫານ ຂອງຈີນບັນລຸ 345 ລ້ານໂຕນ

ຂ່າວສານຊີອາໄອລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ອີງຕາມໂຕເລກຂໍ້ມູນທີ່ອົງການທັນຍາຫານ ແລະ ຄັງສໍາຮອງແຫ່ງຊາດຈີນເປີດເຜີຍໃນວັນທີ 12 ພຶດສະພາ ຜ່ານມາໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນເມສາແລ້ວນີ້, ຫົວໜ່ວຍທຸລະກິດດ້ານທັນຍາຫານຊະນິດຕ່າງໆໃນທົ່ວປະເທດໄດ້ເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນປະຈໍາປີ 2024 ເຖິງ 345 ລ້ານໂຕນ ແລະ ຢູ່ໃນລະດັບອ່າວສູງໃນຊຸມປີຜ່ານມາ.
ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ສະຫະລັດ ອາ​ເມ​ຣິ​ກາ ໃນການດຳເນີນທຸລະກິດ

ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ສະຫະລັດ ອາ​ເມ​ຣິ​ກາ ໃນການດຳເນີນທຸລະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຜູ້ຕາງໜ້າປະຊາຄົມວິສາຫະກິດ ສະຫະລັດ ອາເມຣິກາ ທີ່ພວມລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ. ນີ້ແມ່ນການພົບປະຄັ້ງທີ 2 ຂອງທ່ານ ຟ້າມມິງຈິງ ກັບບັນດາວິສາຫະກິດ ສະຫະລັດ ອາເມຣິກາ ໃນໄລຍະເວລາພຽງ 2 ເດືອນ,
ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫໍສະໝຸດແຫ່ງຊາດຂອງໂຮນລັງ ໃນນະຄອນເຮັກ ໄດ້ປະກາດຂໍຄວາມຊ່ວຍເຫຼືອຈາກສາທາລະນະໃນການຄົ້ນຫາປຶ້ມຫາຍາກ 6 ຫົວ ທີ່ຂຽນໂດຍທ່ານ ອາເລັກຊານເດີ ພຸຊກິນ ນັກກະວີຣັດເຊຍ ທີ່ຖືກລັກໄປຈາກຄັງສະສົມຂອງຫ້ອງສະໝຸດໃນປີ 2023.
ອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທາງການອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນເລັ່ງສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່ ພາຍຫຼັງທີ່ຈຳນວນຄົນເຈັບເພີ່ມສູງຂຶ້ນທົ່ວປະເທດ.
OpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

OpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ພຶດສະພາ ຜ່ານມາວ່າ: OpenAI ພວມເຈລະຈາກັບ Microsoft ເພື່ອປັບປ່ຽນເງື່ອນໄຂຂອງຂໍ້ຕົກລົງການຮ່ວມມືມູນຄ່າຫຼາຍຕື້ໂດລາ. ເພື່ອກະກຽມສໍາລັບການຈົດທະບຽນໃນຕະຫຼາດຫຼັກຊັບ ພ້ອມທັງຮັກສາສິດຂອງ Microsoft ໃນການເຂົ້າເຖິງເຕັກໂນໂລຊີ AI ຂັ້ນສູງຕໍ່ໄປ.
ເພີ່ມເຕີມ