ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ
ໂດຍ: ວັນເພັງ ໃນໂອກາດພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະຊວງສາທາລະນະສຸກ. ທ່ານບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນລາຍງານການຊີ້ນໍາ-ນໍາພາວຽກງານຮອບດ້ານ ໄລຍະຜ່ານມາຂອງຂະແໜງສາທາລະນະສຸກຕໍ່ພິທີດັ່ງກ່າວ ໂດຍສະເພາະໃນໄລຍະຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ.
ຜານມາຂະແໜງສາທາລະນະສກປະຕບດຫາຍວຽກງານມຜນສາເລດເປນຢາງດ - image 1
 

ທ່ານບຸນແຝງ ພູມມະໄລສິດ ໃຫ້ຮູ້ວ່າ: ໃນການປະຕິບັດຕາມແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX(2021-2025) ແລະ ຍຸດທະສາດປະຕິຮູບສາທາລະນະສຸກໄລຍະ III ຊຶ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກກະຊວງມາເປັນແຜນງານ, ໂຄງການລະອຽດໃນຂະແໜງສາທາລະນະສຸກ ໂດຍສຸມໃສ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍຕົວຊີ້ບອກຕ່າງໆຂອງບັນດາ 7 ແຜນງານ ລວມທັງ 11 ຕົວຊີ້ບອກທີ່ສະພາແຫ່ງຊາດໄດ້ຮັບຮອງ ຊຶ່ງມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ:ໄດ້ສຸມໃສ່ການຫັນປ່ຽນວິຖີດຳລົງຊີວິດ ແບບໃໝ່ຂອງປະຊາຊົນ ໃນການກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ ດ້ວຍການປຸກລະດົມແຂ່ງຂັນກັນຂອງແຕ່ລະແຂວງສະໜອງນໍ້າ ແລະ ການຊົມໃຊ້ນໍ້າສະອາດ, ສ້າງວິດຖ່າຍຄອບຄົວ ແລະ ສະຖານທີ່ສາທາລະນະ. ໃນປີ 2025 ໄດ້ປະກາດແຂວງຊຸມຊົນເປັນເຈົ້າຕົນເອງດ້ານສຸຂານາໄມ ຫຼື ແຂວງຢຸດຕິການຖ່າຍຊະຊາຍ 17 ແຂວງ ແລະ ນະຄອນຫຼວງວຽງຈັນ,148 ເມືອງ,ທຸກບ້ານຕິດພັນກັບການສ້າງບ້ານພັດທະນາ;ຂະແໜງສາທາລະນະສຸກໄດ້ກຳນົດເອົາການສ້າງບ້ານສາທາລະນະສຸກແບບຢ່າງຊຶ່ງໄດ້ປະກາດຮັບຮອງແລ້ວໄດ້ 92% ຂອງບ້ານທັງໝົດ ແລະ ວຽກຈຸດສຸມການບໍລິການສຸຂະພາບຈະເລີນພັນ,ແມ່, ເດັກເກີດໃໝ່,ເດັກນ້ອຍ ແລະ ໄວໜຸ່ມ ເປັນຕົ້ນການໃຫ້ວັກຊິນກັນພະຍາດ, ການລົງຊຸກຍູ້ໃຫ້ແມ່ຍິງຖືພາໄດ້ມາກວດ-ຝາກທ້ອງ ແລະ ເກີດລູກຢູ່ສະຖານບໍລິການດ້ານສາທາລະນະສຸກ, ການແນະນໍາການມີໂພຊະນາການທີ່ດີທັງໃຫ້ວຽກງານໂຄສະນາສຸຂະສຶກສາ ໃຫ້ຄວາມຮູ້ແກ່ປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວປະເທດຢ່າງແຂງແຮງ ໄດ້ເຮັດໃຫ້ 4 ຕົວຊີ້ບອກສາມາດບັນລຸໄດ້ແລ້ວ, ມີ 3 ຕົວຊີ້ບອກທີ່ອາດຈະສາມາດບັນລຸໄດ້ໃນທ້າຍປີ 2025, ມີ 2 ຕົວຊີ້ບອກທີ່ມີຄວາມທ້າທາຍສູງ ແຕ່ມີເງື່ອນໄຂຈະບັນລຸໄດ້ (ອັດຕາການເກີດລູກມີແພດຊ່ວຍ, ອັດຕາການໃຫ້ວັກຊິນກັນພະຍາດ) ແລະ ມີ 2 ຕົວຊີ້ບອກ ເຫັນວ່າເປັນສິ່ງທ້າທາຍ ແລະ ຍາກຫຼາຍ ອາດຈະບໍ່ສາມາດບັນລຸໄດ້ (ອັດຕາເດັກລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ແລະ ມີລ່ວງສູງຕໍ່າ ກວ່າມາດຕະຖານ) ຊຶ່ງຫຼາຍແຂວງສາມາດບັນລຸໄດ້ໝົດ 11ຕົວຊີ້ບອກ. ການຄວບຄຸມຢາສູບ ໂດຍສະເພາະຢາສູບໄຟຟ້າ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງໄດ້ເອົາໃຈໃສ່ປັບປຸງກົນໄກປະສານງານ ແລະ ການຄຸ້ມຄອງ ຂອງຄະນະກຳມະການ.ຄຽງຄູ່ກັນນັ້ນ, ວຽກງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ໄລຍະຜ່ານມາສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19,ແຕ່ພະຍາດດັ່ງກ່າວກໍຍັງບໍ່ທັນໝົດໄປຈາກໂລກນີ້ເທື່ອ. ດັ່ງນັ້ນ, ຈາກບົດຮຽນ ແລະປະສົບການການລະບາດໃຫຍ່ຄັ້ງນີ້, ຂະແໜງສາທາລະນະສຸກ ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງລະບົບເຝົ້າລະວັງພະຍາດ ທີ່ມີເຄືອຂ່າຍໃນຂອບເຂດທົ່ວປະເທດ,ໄດ້ສ້າງແຜນກຽມຄວາມພ້ອມເພື່ອຮັບມືທຸກເຫດການສຸກເສີນດ້ານສາທາລະນະສຸກ ແລະ ສະພາບການລະບາດຂອງພະຍາດທີ່ອາດເກີດຂຶ້ນ ໂດຍມີຫ້ອງປະຕິບັດການສຸກເສີນ ດ້ານສາທາລະນະສຸກ ທີ່ມີເຄືອຂ່າຍທົ່ວປະເທດ ແຕ່ສູນກາງຮອດຂັ້ນເມືອງ. ພ້ອມກັນນັ້ນ, ກໍໄດ້ຍົກລະດັບຄຸນນະພາບຫ້ອງວິເຄາະໃຫ້ສູງຂຶ້ນໃນຂັ້ນສູນກາງ ແລະ ແຂວງ ເພື່ອກວດວິເຄາະບົ່ງມະຕິພະຍາດ ທີ່ເກີດຂຶ້ນໃໝ່ ແລະ ພະຍາດລະບາດຕ່າງໆ. ສ້າງນັກລະບາດພາກສະໜາມໄດ້ 110ຄົນປະຈຳການຢູ່ທົ່ວປະເທດ ເພື່ອຊ່ວຍໃນການເຝົ້າລະວັງ ແລະ ໂຕ້ຕອບການລະບາດທີ່ເກີດຂຶ້ນໃນທ້ອງຖິ່ນ ໄດ້ຢ່າງວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ.ໃນ ປີ 2023, ອົງການອະນາໄມໂລກໄດ້ຮັບຮອງການປະກາດລຶບລ້າງພະຍາດຂາຊ້າງໃນ ສປປ ລາວ.

ທ່ານບຸນແຝງ ພູມມະໄລສິດ ໃຫ້ຮູ້ຕື່ມວ່າ: ປັດຈຸບັນພວມສຸມໃສ່ຈັດຕັ້ງປະຕິບັດແຜນການຫຼຸດຜ່ອນການເຈັບເປັນ ຍ້ອນພະຍາດມາລາເຣຍຊຶ່ງການເຈັບເປັນໄດ້ຫຼຸດລົງ 72% ຢູ່ຂັ້ນແຂວງ ແລະ 92% ຢູ່ຂັ້ນເມືອງ. ເມື່ອກ່ອນມີເຖິງ ລ້ານກວ່າກໍລະນີ ຫຼຸດລົງມາຍັງ 300 ກວ່າກໍລະນີ ໃນປີ 2024, ຄາດຄະເນຈະປະກາດລຶບລ້າງພະຍາດມາລາເຣຍ (ໄຂ້ປ່າ) ຊະນິດ Plasmodium Falciparum ໃຫ້ໄດ້ໃນປີ 2025 ແລະ ທຸກຊະນິດໃນປີ 2030. ນອກຈາກນັ້ນ, ໃນປີ 2030 ຍັງຈະສືບຕໍ່ສຸມໃສ່ ການຈັດຕັ້ງປະຕິບັດແຜນການລຶບລ້າງພະຍາດ ວັນນະໂຣກ, ພະຍາດເອດ, ພະຍາດໃບໄມ້ໃນເລືອດ ແລະ ພະຍາດວໍ້.ປັດຈຸບັນກໍາລັງສຸມໃສ່ການຄວບຄຸມໄຂ້ຍຸງລາຍ ທີ່ຍັງບັນຫາດ້ານສາທາລະນະສຸກ ຊຶ່ງຍັງມີການລະບາດທຸກໆປີ;ພາຍຫຼັງມີການລະບາດໃຫຍ່ ຊຶ່ງມີຄົນເຈັບ ແລະ ເສຍຊີວິດຈຳນວນຫຼາຍໃນຕົ້ນປີ 2013. ກະຊວງສາທາລະນະສຸກ ໄດ້ສືບຕໍ່ການຕອບໂຕ້ຕໍ່ການລະບາດ,ວາງຍຸດທະສາດ ແລະ ການປະຕິບັດ 5 ປ. ມາເຖິງ ປີ 2024, ຂະແໜງສາທາລະນະສຸກ ໄດ້ເພີ່ມມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂແຕ່ຫົວທີ;ທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງຂອງ ເລກທີ 03/ນຍ ວ່າດ້ວຍການເພີ່ມທະວີການກັນ ແລະ ຄວບຄຸມໄຂ້ຍຸງລາຍແຕ່ຕົ້ນປີໂດຍເນັ້ນໃສ່ການມີສ່ວນຮ່ວມຂອງອົງການປົກຄອງທຸກຂັ້ນ ເຮັດໃຫ້ການຄວບຄຸມພະຍາດໄຂ້ຍຸງລາຍ ປະຕິບັດໄດ້ດີກວ່າປີຜ່ານມາໃນລະດັບດີສົມຄວນ. ໃນປີນີ້, ຍັງບໍ່ມີລາຍງານກໍລະນີເສຍຊີວິດ. ພ້ອມນັ້ນ, ວຽກງານວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ວຽກງານອາຫານ ແລະ ຢາ; ວຽກງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ; ວຽກງານການເງິນສາທາລະນະສຸກ ແລະ ປະກັນສຸຂະພາບ; ວຽກບໍລິຫານຄຸ້ມຄອງ ແລະ ກວດກາ ກໍມີຜົນສໍາເລັດເປັນຢ່າງດີ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ