ຜົນການຄົ້ນຄວ້າຫຼ້າສຸດລະບຸວ່າ,ການເບິ່ງເຫັນຂອງເດັກນ້ອຍໃນທົ່ວໂລກກຳລັງຊຸດໂຊມລົງ

ຜົນການຄົ້ນຄວ້າ ເດັກນ້ອຍ 1 ໃນ 3 ຂອງໂລກ ສາຍຕາສັ້ນ

ຜົນການຄົ້ນຄວ້າ ເດັກນ້ອຍ 1 ໃນ 3 ຂອງໂລກ ສາຍຕາສັ້ນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກັນຍາ ຜ່ານມາວ່າ: ຜົນການຄົ້ນຄວ້າຫຼ້າສຸດລະບຸວ່າ,ການເບິ່ງເຫັນຂອງເດັກນ້ອຍໃນທົ່ວໂລກກຳລັງຊຸດໂຊມລົງ, ເດັກນ້ອຍ1 ໃນ 3 ຄົນກາຍເປັນຄົນສາຍຕາສັ້ນ. ເຫດຜົນສ່ວນໜຶ່ງແມ່ນມາຈາກການເບິ່ງໜ້າຈໍຫຼາຍເກີນໄປ.


ອາການສາຍຕາສັ້ນ ກຳລັງກາຍເປັນບັນຫາສຸຂະພາບລະດັບໂລກ. ໂດຍຜົນການຄົ້ນຄວ້າພົບວ່າ: ເດັກນ້ອຍຫຼາຍລ້ານຄົນມີທ່າອ່ຽງທີ່ຈະກາຍເປັນຄົນສາຍຕາສັ້ນພາຍໃນປີ 2050, ໂດຍປັດຈຸບັນມີເດັກນ້ອຍປະມານ 1 ໃນ 3 ຄົນ ມີບັນຫາການເບິ່ງເຫັນ.
ນັກຄົ້ນຄວ້າຍັງກ່າວວ່າ: ການລັອກດາວຈາກການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ເປັນໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ສາຍຕາຂອງເດັກນ້ອຍເສື່ອມໂຊມລົງ. ເນື່ອງຈາກການລັອກດາວເປັນເວລາດົນ ເຮັດໃຫ້ເດັກນ້ອຍຫຼາຍລ້ານຄົນໃຊ້ເວລກັບໜ້າຈໍຫຼາຍຂຶ້ນ ແລະໃຊ້ເວລາອອກໄປເຮັດກິດຈະກຳກາງແຈ້ງໜ້ອຍລົງ.
ສຳລັບພາກພື້ນທີ່ມີອັດຕາເດັກນ້ອຍສາຍຕາສັ້ນຫຼາຍທີ່ສຸດຄື: ອາຊີ ໂດຍເດັກນ້ອຍໃນຍີ່ປຸ່ນສາຍຕາສັ້ນ 85%, ເດັກນ້ອຍໃນ ສ ເກົາຫຼີ ສາຍສັ້ນ 73%, ເດັກນ້ອຍໃນຈີນ ແລະ ຣັດເຊຍ ມີຫຼາຍກວ່າ 40% ທີ່ສາຍຕາສັ້ນ.
ຜົນການຄົ້ນຄວ້າຍັງພົບວ່າ: ກຸ່ມຂອງເດັກນ້ອຍຜູ້ຍິງ ແລະໄວໜຸ່ມເພດຍິງ ຈະມີອັດຕາສາຍຕາສັ້ນສູງກວ່າເດັກນ້ອຍຜູ້ຊາຍ ເພາະພວກເຂົາມີທ່າອ່ຽງຈະໃຊ້ເວລາເຮັດກິດຈະກຳກາງແຈ້ງໜ້ອຍກວ່າ ທັງຢູ່ໂຮງຮຽນ ແລະ ຢູ່ເຮືອນ.ການທີ່ຜູ້ຍິງເຂົ້າສູ່ໄວຈະເລີນພັນໄວ ກໍຍິ່ງເຮັດໃຫ້ພວກເຂົາມີທ່າອ່ຽງທີ່ຈະສາຍຕາສັ້ນຕັ້ງແຕ່ອາຍຸຍັງນ້ອຍດ້ວຍເຊັ່ນກັນ.
ຄໍາແນະນໍາຂອງນັກຄົ້ນຄວ້າໃນປະເທດອັງກິດ ລະບຸວ່າ: ເພື່ອຊ່ວຍໃຫ້ເດັກນ້ອຍບໍ່ຕ້ອງສາຍຕາສັ້ນຕັ້ງແຕ່ອາຍຸຍັງນ້ອຍ ກໍຄືການໃຫ້ເດັກນ້ອຍອອກໄປໃຊ້ເວລາເຮັດກິດຈະກຳນອກເຮືອນຢ່າງໜ້ອຍ 2 ຊົ່ວໂມງ ໂດຍສະເພາະເດັກນ້ອຍໃນອາຍຸລະຫວ່າງ 7-9 ປີ ເພື່ອຊ່ວຍຫຼຸດໂອກາດທີ່ເດັກນ້ອຍຈະສາຍຕາສັ້ນ. ນອກຈາກນັ້ນ, ພໍ່ແມ່ຄວນພາລູກໆໄປກວດວັດແທກສາຍຕາຕັ້ງແຕ່ອາຍຸປະມານ 7-10 ປີ, ໂດຍສະເພາະຖ້າຄົນໃນຄອບຄົວມີປະຫວັດເປັນຄົນສາຍຕາສັ້ນ ນັ້ນໝາຍຄວາມວ່າລູກຂອງພວກເຂົາອາດຈະມີໂອກາດສາຍຕາສັ້ນໄດ້ຫຼາຍກວ່າຄົນອື່ນເຖິງ 3 ເທົ່າ,ໂດຍອັດຕາຂອງຜູ້ທີ່ສາຍຕາສັ້ນທີ່ເພີ່ມຂຶ້ນສູງ ອາດຈະສົ່ງຜົນເຮັດໃຫ້ຈໍານວນຂອງຜູ້ອາຍຸສູງທີ່ມີອາການສາຍຕາຜິດປົກກະຕິເພີ່ມຂຶ້ນໄປນຳດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ວັນ​ທີ 14 ​ກັນ​ຍາ​ 2021, ຢູ່ຫ້ອງວາງສະແດງຂອງອະ​ນຸ​ສອນ​ສະ​ຖານຄະນະພັກເຂດສຸຍເຕີ​ທີ່ນະ​ຄອນຢ​ວີ​ລິນແຂວງ​ສ້ານ​ຊີ່ຊຶ່ງ​ເປັນ​ບ່ອນ​ເຮັດ​ວຽກ​ໃນ​ສະ​ໄໝ​ປະ​ຕິ​ວັດ​ຂອງທ່ານສີ​ຈົ້ງ​ຊຸ່ນພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ອ່ານໂຕໜັງສືແຖວໜຶ່ງທີ່ສະດຸດຕາ​ດ້ວຍ​ສຽງ​ຄ່ອຍວ່າ:“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”.
ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ມິ​ຖຸ​ນາຜ່ານມາ, ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໂດຍ​ຜ່ານ​ຮູບ​ແບບ​ທາງ​ໄກ.
ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິງຮຶງ ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ຣັດ​ເຊຍ. ໃນວັນ​ທີ 17 ມິ​ຖຸ​ນາ ຜ່ານມາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ຣັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນໍາ​ເຂົ້າ​ ສະ​ຫະ​ພັນ ຣັດ​ເຊຍ ແລະ ບໍ​ລິ​ສັດສາຍ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ຣັດ​ເຊຍ 100 ກວ່າແຫ່ງ.
Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດ ອາເມຣິກາ (Fed) ໄດ້ອອກຖະແຫຼງການພາຍຫຼັງກອງປະຊຸມຄະນະກຳມະການນະໂຍບາຍການເງິນ (FOMC) ສຳເລັດ ໃນ 17 ມິຖຸນາ ຜ່ານມາ (ຕາມເວລາສະຫະລັດ ອາເມຣິກາ). FOMC ໄດ້ລົງຄະແນນສຽງ 12-0 ເພື່ອຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ທີ່ 3.50-3.75%, ເພື່ອສະໜັບສະໜູນພາລະກິດ 2 ຂໍ້ ຂອງ Fed ຄື: ການຈ້າງງານເຕັມຮູບແບບ ແລະ ອັດຕາເງິນເຟີ້ທີ່ກ້າວໄປສູ່ເປົ້າໝາຍ 2%. ທັງນີ້, FOMC ຍັງໄດ້ຢືນຢັນເຖິງນະໂຍບາຍຂອງຕົນໃນການຮັກສາຄັງສຳຮອງໃຫ້ພຽງພໍໃນລະບົບທະນາຄານ.
ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ທ່ານ ການ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວໃນລະຫວ່າງກອງປະຊຸມໂລຫະທີ່ມີຄ່າປະຈຳພາກພື້ນອາຊີ-ປາຊີຟິກ ວ່າ: ຕະຫຼາດຫຼັກຊັບສິງກະໂປ (SGX) ຈະສ້າງຕັ້ງລະບົບການຊຳລະ ແລະ ຈັດສົ່ງຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC ) ສຳລັບ Loco Singapore ຫຼື ຄຳ ທີ່ເກັບໄວ້ໃນສິງກະໂປ, ໃນທ້າຍປີ 2026. ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສິງກະໂປໃນຖານະເປັນສູນກາງການຊື້-ຂາຍຄຳໃນພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ປີ 2026 ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ນະຄອນຄາຊານ ສະຫະພັນ ຣັດເຊຍ, ໄດ້ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ຣັດເຊຍ ຄົບຮອບ 35 ປີ (1991 – 2026).
ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາອົສຕຣາລີໄດ້ເຕືອນວ່າ,ປະກົດການແອວນີໂຢ ໄດ້ເກີດຂຶ້ນແລ້ວໃນມະຫາສະໝຸດປາຊີຟິກເຂດຮ້ອນ ແລະ ອາດຈະຮຸນແຮງຂຶ້ນໃນເຄິ່ງຫຼັງຂອງປີ 2026 ຈົນກາຍເປັນຄັ້ງທີ່ຮຸ່ນແຮງທີ່ສຸດຄັ້ງໜຶ່ງໃນຮອບ 70 ປີ.
ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ມິຖຸນາ ຜ່ານມາວ່າ: ຄະນະກຳມະການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນປະກາດບົດລາຍງານວ່າ:
ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະຊີ້ນຳສະຫຼຸບ 100 ປີ ພັກນຳພາການປະຕິວັດ ຫວຽດນາມ (1930 – 2030), ກຳນົດທິດນຳພາພັດທະນາປະເທດໃນ 100 ປີຕໍ່ໜ້າ (2030 – 2130) ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການສ້າງສາປະເທດຊາດໃນໄລຍະກ້າວຂຶ້ນລັດທິສັງຄົມນິຍົມ.
ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ການ​ສ້າງ​ ແລະ ຈັດ​ຕັ້ງປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານເປັນ​ຫົວ​ຂໍ້​ຄົ້ນ​ຄວ້າ​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ແມ່ນ​ຫຍັງ? ຄວນ​ສ້າງ​ຜົນ​ງານ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຄືແນວ​ໃດ? ການ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຕົ້ນ​ຫວຍ​​ບູ​ຮານ​ຂໍ້​ໜຶ່ງ​ໃນ​ຕົ້ນ​ຊຸມ​ປີ 1980 ແມ່ນ​ໄດ້​ໃຫ້​ຄຳ​ຕອບ​ທຳ​ອິດ.
ເພີ່ມເຕີມ