ປີ 2023 ຟີລິບປິນ ສົ່ງອອກໝາກໄມ້ເພີ່ມຂຶ້ນ

ປີ 2023 ຟີລິບປິນ ສົ່ງອອກໝາກໄມ້ເພີ່ມຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງກະສິກຳຂອງຟີລິບປິນ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປະລິມານການສົ່ງອອກໝາກຖົ່ວລຽນ, ໝາກອະໂວກາໂດ ແລະ ໝາກມ່ວງ ຂອງຟີລິບປິນ ເພີ່ມຂຶ້ນ 4.000%, 316% ແລະ 109% ຕາມລຳດັບໃນປີ 2023.
ບົດລາຍງານລະບຸວ່າ: ປະລິມານການສົ່ງອອກໝາກຖົ່ວລຽນສົດ ມີ 4.731 ໂຕນ ຄິດເປັນມູນຄ່າ 1,89 ພັນລ້ານເປໂຊ (ສະກຸນເງິນຟີລິບປິນ) ປະລິມານການສົ່ງອອກອາໂວກະໂດ ມີ 3.054,6 ໂຕນ ຄິດເປັນມູນຄ່າ 377 ລ້ານເປໂຊ ແລະ ປະລິມານການສົ່ງອອກໝາກມ່ວງ ມີ 12.548,49 ໂຕນ ຄິດເປັນມູນຄ່າ 2,9 ພັນລ້ານເປໂຊ. ທັງນີ້, ຈີນ ແລະ ຟີລິບປິນ ໄດ້ລົງນາມ ວ່າດ້ວຍການສົ່ງອອກໝາກຖົ່ວລຽນສົດໃນປີ 2023 ຊຶ່ງເປີດກວ້າງຕະຫຼາດຈີນທີ່ກຳລັງເຕີບໂຕຢ່າງວ່ອງໄວ ສຳລັບສິນຄ້າໝາກໄມ້ເມືອງຮ້ອນທີ່ປູກຫຼາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ນອກຈາກນັ້ນ, ຟີລິບປິນກັບມາສົ່ງອອກອະໂວກາໂດສາຍພັນແຮນ ໄປ ສ ເກົາຫຼີ ແລະ ສົ່ງອອກໝາກມ່ວງ ໄປອົສຕຣາລີ ອີກຄັ້ງໃນປີ 2023.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ສິງກະ​ໂປ​ ເລັ່ງນຳ​ໃຊ້ AI ຍົກລະດັບຂະແໜງການທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາວ່າ: ສິງກະ​ໂປ​ປະກາດ​ແຜນການ​ເລັ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນຍາ​ປະດິດ (AI) ຂັ້ນສູງ ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໂດຍມີເປົ້າໝາຍ​ແນ​ໃສ່​ຍົກລະດັບ​ປະສົບ​ການ​ຂອງນັກທ່ອງທ່ຽວ ​ແລະ ​ເພີ່ມ​ທະວີການຜະລິດ​ອຸດສາຫະກຳ​ ໂດຍ​ຜ່ານ​ຄຳ​ແນະນຳສະເພາະບຸກຄົນ, ບໍລິການ​ຜູ້ຊ່ວຍ​ຫຼາຍ​ພາສາ ​ແລະ ການ​ເລົ່າ​ເລື່ອງ​ແບບສະ​ເໝືອນຈິງ.
ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ອິນໂດເນເຊຍ ຄາດຄະເນເສດຖະກິດເຕີບໂຕຫຼາຍກວ່າ 5%

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ເງິນ​ຂອງ​ອິນ​ໂດ​ເນ​ເຊຍ ເປີດເຜີຍ​ໃນ​ວັນທີ 24 ກໍລະກົດ ຜ່ານມາວ່າ: ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ທ່າອ່ຽງ​ຈະ​ເຕີບ​ໂຕ​ຫຼາຍ​ກວ່າ 5% ​ໃນ​ເຄິ່ງທີ່​ສອງ​ຂອງ​ປີ​ນີ້, ​ພ້ອມທັງ​ຕັ້ງ​ເປົ້າ​ໝາຍລາຍຮັບຈາກ​ການ​ເກັບ​ພາສີ​ຈະເພີ່ມຂຶ້ນ​ໃນ​ປີ 2026.
ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 24 ກໍ​ລະ​ກົດ​ ຜ່ານມານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປ​ະ​ກັບ​ທ່ານ ອັນໂຕນີໂອ ຄອ​ສ​ຕາ ປະ​ທານ​ສະ​ພາ​ເອີ​ຣົບ ແລະ ທ່ານນາງ ເອີຊູລາ ວອນ ເດີ ເລ​ເຢນ ປະທານຄະນະກຳມ​າ​ທິການສະຫະພາບເອີຣົບທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມການພົບປະລະຫວ່າງ​ຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 25 ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ.
ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ການ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ທີ່​ແທດຈິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2025). ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານ ເລື່ອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການພົບປະກັບຕາງໜ້າຜູ້ມີຄຸນງາມຄວາມດີ, ຜູ້ດີເດັ່ນ 250 ຄົນ ໃນທົ່ວປະເທດ.
ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.
ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ຂ່າວຕ່າງປະເທດລາຍງານວ່າ: ຄະ​ນະ​ກຳ​ມະ​ການ​ໂອແ​ລັມ​ປິກ ຂອງ​ກາ​ຕາ​ ເປີດເຜີຍໃນວັນ​ທີ 22 ກໍ​ລະ​ກົດ ຜ່ານມາ​ວ່າ, ກາ​ຕາ ​ໄດ້​ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຂໍເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ແລັມ​ປິກ​ ແລະ​ ພາ​ຣາ​ລິມ​ປິກ​ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.
WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການດຳເນີນງານໂດຍດ່ວນເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດຊີຄຸນກຸນຢາ (Chikungunya) ຊຶ່ງເປັນພະຍາດທີ່ຕິດເຊື້ອໂດຍຍຸງ ໄດ້ເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ແລະ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.
ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ຜ່ານມາວ່າ: ອີງຕາມຂໍ້ມູນຈາກເວັບໄຊ ລາຍງານອາຊະຍາກຳໄຊເບີ ແລະ ລະບົບການຄຸ້ມຄອງກໍລະນີສໍ້ໂກງທາງດ້ານການເງິນຂອງພົນລະເມືອງອິນເດຍ ເປີດເຜີຍວ່າ, ພົນລະເມືອງອິນເດຍ ສູນເສຍເງິນຫຼາຍກວ່າ 2.64 ຕື້ໂດລາ ຈາກການສໍ້ໂກງທາງອອນລາຍໃນປີ 2024, ເພີ່ມຂຶ້ນຈາກ 863.8 ລ້ານໂດລາ ໃນປີ 2023.
ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມານີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ປະກາດບົດລາຍງານ “ການຄາດຄະເນການພັດທະນາອາຊີ ປີ 2025 (ສະບັບເດືອນກໍລະກົດ)”, ໂດຍໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ ລົງເຫຼືອ 4.7% ແລະ 4.6% ໃນປີ 2026.
ເພີ່ມເຕີມ