ປີທ່ອງທ່ຽວລາວ 2024 ຈະເປີດຂຶ້ນຢ່າງເປັນທາງການໃນທ້າຍເດືອນພະຈິກນີ້

ປີທ່ອງທ່ຽວລາວ 2024 ຈະເປີດຂຶ້ນຢ່າງເປັນທາງການໃນທ້າຍເດືອນພະຈິກນີ້
ກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ (ຖວທ) ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຈັດປີທ່ອງທ່ຽວລາວ 2024 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ທີ່ໂຮງເເຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຖະແຫຼງຂ່າວດັ່ງກ່າວໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ ຖວທ, ມີບັນດາທ່ານຜູ້ຕາງໜ້າສະຖານທູດຕ່າງປະເທດປະຈຳລາວ ແລະ ບັນດາອົງການຈັດຕັ້ງສາກົນປະຈຳລາວ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານນາງສວນສະຫວັນ ວິຍະເກດກ່າວວ່າ: ສປປ ລາວ ເຄີຍຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ປີ 1999-2000, ຄັ້ງທີ 2 ປີ 2012, ຄັ້ງທີ 3  ປີ 2018. ສໍາລັບປີທ່ອງທ່ຽວລາວ 2024 ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ພະຈິກນີ້ ໂດຍໄດ້ຮັບການອະນຸມັດເຫັນດີ ຈາກລັດຖະບານຈັດປີທ່ອງທ່ຽວລາວເປັນຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກໍານົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກໃຫ້ແກ່ການທ່ອງທ່ຽວລາວ 2024.
ໃນການຈັດປີທ່ອງທ່ຽວລາວ 2024ນີ້, ກະຊວງ ຖວທ ຮ່ວມກັບພະແນກ ຖວທ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດບັນດາກິດຈະກຳ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ສະເໜີໃຫ້ລັດຖະບານຮັບຮອງ ແລະ ໄດ້ກຳນົດເອົາ 79 ກິດຈະກຳ. ໃນນີ້, ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ຊຶ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາມາດຄັດເລືອກທ່ອງທ່ຽວໄດ້ຕະຫຼອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ. ພ້ອມດຽວກັນນີ້, ຍັງໄດ້ຮ່ວມມືກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້ກໍເພື່ອເຮັດໃຫ້ບັນດາກິດຈະກຳການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ແລະ ທ້ອງຖິ່ນ, ແຂວງຕໍ່ແຂວງ, ແຂວງຕໍ່ເມືອງໃນຂອບເຂດທົ່ວປະເທດ ແລະ ມີຮູບແບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ.
ທ່ານ ນາງສວນສະຫວັນ ວິຍະເກດ ກ່າວຕື່ມວ່າ: ໃນປີ 2024 ຄາດຄະເນວ່າຈະມີ ນັກທ່ອງທ່ຽວສາກົນຈະເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ. 
    ເພື່ອເຮັດໃຫ້ການປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ ທີ່ກ່າວມານັ້ນ ກະຊວງ ຖວທ ຈະສຸມປະຕິິບັດໃສ່ບັນດາໜ້າວຽກຕົ້ນຕໍ ດັ່ງນີ້: ວຽກທີ 1: ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກຳລະດັບຊາດ, ລະດັບທ້ອງຖິ່ນເຂົ້າສູ່ຊີວິດຕົວຈິງໃຫ້ທັນເວລາ,ວຽກທີ2:ສຸມໃສ່ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງ
ທ່ຽວ,ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍຕອບສະໜອງຄວາມຕ້ອງການກັບ
ທ່າອ່ຽງການຕະຫຼາດທ່ອງທ່ຽວ ພາກພື້ນ ແລະ ສາກົນ; ວຽກທີ 3: ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ, ການຕ້ອນຮັບທີ່ອົບອຸ່ນ, ຍິ້ມແຍ້ມແຈ່ມໄສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ; ວຽກທີ 4: ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງແຮງ ໂດຍນໍາໃຊ້ພາຫະນະສື່ມວນຊົນພາຍໃນ, ສື່ຕ່າງປະເທດ ແລະ ການເຂົ້າຮ່ວມງານວາງສະເເດງການຕະຫຼາດທ່ອງທ່ຽວສາກົນ. ພ້ອມນັ້ນ,ທ່ານລັດຖະມົນຕີກະຊວງຖວທ ຍັງຮຽກຮ້ອງມາຍັງທຸກພາກສ່ວນ ທັງພາກລັດ-ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ລວມທັງປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນໃຫ້ການຮ່ວມມືສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີ ໃນການຕ້ອນຮັບແຂກບ້ານ-ແຂກເມືອງ. 
(ຂ່າວ: ວັນເພັງ, ພາບ:ບຸນຕອມ) 

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ