ປິດໂຄງການກັນ ຄວບຄຸມແລະຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19

ປິດໂຄງການກັນ ຄວບຄຸມແລະຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19
ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມປິດໂຄງການກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນທາງການໃນວັນທີ 27 ທັນວາຜ່ານມາ ທີ່ໂຮງແຮມແລນມາກນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານສະໜອງທອງຊະນະຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີກົມ, ສູນ, ໂຮງໝໍແລະພະແນກສາທາລະນະສຸກກ່ຽວຂ້ອງແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ພາຍຫຼັງໂຄງການດັ່ງກ່າວ ໄດ້ຖືກສ້າງຕັ້ງຂຶ້ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຈົນມາເຖິງວັນທີ 27 ທັນວາ 2023ໂດຍໂຄງການດັ່ງກ່່າວສ້າງຂຶ້ນມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ແລະ ເສີມຂະຫຍາຍຕໍ່ລະບົບສາທາລະນະສຸກ ໂດຍນຳໃຊ້ງົບປະມານທັງໝົດ 29,3ລ້ານໂດລາ.ໃນນີ້, 5ລ້ານໂດລາແມ່ນເງິນຊ່ວຍເຫຼືອ ແລະ ສ່ວນທີ່ເຫຼືອແມ່ນເງິນກູ້ຢືມ. ໂຄງການດັ່ງກ່າວໄດ້ເນັ້ນໃສ່ 4 ຈຸດຄື: ການຕອບໂຕ້ແບບສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19;ສ້າງຄວາມເຂັ້ມແຂງໃຫ້ລະບົບຕອບໂຕ້ການລະບາດແບບສຸກເສີນ;ການຄຸ້ມຄອງ,ຕິດຕາມ ແລະ ປະເມີນຜົນໂຄງການ; ສົ່ງເສີມການກຽມພ້ອມຕອບໂຕ້ຕໍ່ສຸກເສີນດ້ານສາທາລະນະສຸກ. 
ພ້ອມນັ້ນ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຍັງຊ່ວຍຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຢ່າງດີ ທັງໄດ້ສ້າງໃຫ້ລະບົບສາທາລະນະສຸກມີຄວາມເຂັ້ມແຂງຂຶ້ນໃນຫຼາຍດ້ານ.ໃນນັ້ນ, ໂຄງການດັ່ງກ່າວຍັງຖືເປັນໂຄງການຕົວແບບໃນການຕອບໂຕ້ພະຍາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຕື່ມອີກ.
(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງສາທາລະນະສຸກ)

ຄໍາເຫັນ

ຂ່າວສາທະລະນະສຸກ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

ໂຮງໝໍມິດຕະພາບໄດ້ຈັດພິທີສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ປາຖະກະຖາວັນສາທາລະນະສຸກ (ວັນແພດລາວ ຄົບ ຮອບ 60 ປີ) ຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະອໍານວຍການໂຮງໝໍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ເມືອງວຽງຄໍາ ແຂວງວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ ເພື່ອແກ້ໄຂບຸກຄະລາກອນທາງການແພດໃນຂົງເຂດວຽກງານສາທາລະນະສຸກ ກໍຄືພະຍາບານຜະດຸງຄັນໃນອະນາຄົດ. ທ່ານ ນາງ ແຜວຄໍາ ອິນທະວົງ ຫົວໜ້າໜ່ວຍງານຄຸ້ມຄອງນັກສຶກສາ ຄູສອນພະຍາບານ ແລະ ພະຍາບານຜະດຸງຄັນ ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ກໍລະກົດ ​ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວວ່າ: ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ປີ 2004 ມີໜ້າທີກໍ່ສ້າງບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງ ມີທັງພະນັກງານຮຽນເຊື່ອມຕໍ່ ແລະ ນັກສຶກສາສາຍກົງ ຫຼື ຮຽນຈົບ ມ7.
ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂດຍ: ວັນເພັງ ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ. ທ່ານ ວົງເທວີ ຈັນຄໍາມະວົງ ຜູ້ອໍານວນການໂຮງໝໍແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບ ແລະ ສຸຂະພາບຈະເລີນພັນໄລຍະຜ່ານມາຕໍ່ສື່ມວນຊົນ ໃນວັນທີ 1 ກໍລະກົດ ຜ່ານມານີ້.
ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ໂດຍ: ວັນເພັງ ໃນໂອກາດພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະຊວງສາທາລະນະສຸກ. ທ່ານບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນລາຍງານການຊີ້ນໍາ-ນໍາພາວຽກງານຮອບດ້ານ ໄລຍະຜ່ານມາຂອງຂະແໜງສາທາລະນະສຸກຕໍ່ພິທີດັ່ງກ່າວ ໂດຍສະເພາະໃນໄລຍະຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ.
ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເນື່ອງໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາພາຍໃຕ້ຄຳຂວັນ “ໃຫ້ເລືອດ, ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ”. ໃນຕອນເຊົ້າຂອງວັນທີ 26 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025ຂຶ້ນ ໂດຍການເປັນປະທານຂອງທ່ານ ຄຳຫວັນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ, ມີທ່ານ ຈັນໂທ ກຸນລະວົງ ຮອງຫົວໜ້າອົງການກາແດງ ແຂວງສາລະວັນ,ພະອາຈານ ລິນທອງ ຄຳສະຫວ່າງຄະນະປະຈຳ ອພສ ເມືອງ ຫົວໜ້າຫ້ອງການບໍລິຫານ ອພສ ເມືຶອງ.
ເພີ່ມເຕີມ