ກະຊວງດັ່ງກ່າວວາງແຜນຈະດຳເນີນການກວດກາເປັນພິເສດຕໍ່ເຮືອບິນ Boeing 737-800 ທັງໝົດທີ່ໃຊ້ໂດຍສາຍການບິນລາຄາຕ່ຳພາຍໃນປະເທດ, ໂດຍສະເພາະແມ່ນ Jeju Air ທີ່ມີການໃຊ້ງານເຮືອບິນລຸ້ນນີ້ຫຼາຍທີ່ສຸດເຖິງ 39 ລຳ, ຕາມດ້ວຍT'Way Air 27 ລຳ, Jin Air 19 ລຳ, Eastar Jet 10 ລຳ,Air Incheon 4 ລຳ ແລະKorean Air 2 ລຳ.
ຂະນະດຽວກັນ, ຍົນໂບອິງ 737-800 ຂອງ Jeju Air ໄດ້ປະສົບອຸບັດເຫດໃນຂະນະທີ່ລົງຈອດຢູ່ສະໜາມບິນສາກົນມູອັນ ໃນວັນທີ 29 ທັນວາ ຜ່ານມາ, ໂດຍເຮືອບິນລຳດັ່ງກ່າວລົງຈອດແບບປາສະຈາກລໍ້ລົງຈອດ ແລ່ນອອກນອກຣັນເວ ແລະ ຕໍາໃສ່ກຳແພງດ້ານນອກຂອງຣັນເວ ຈົນເຮືອບິນຫັກເຄິ່ງ ແລະ ເກີດໄຟໄໝ້ຢ່າງຮ້າຍແຮງ.
ຄໍາເຫັນ