ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ ລະບຸວ່າ: ຍັງບໍ່ມີລາຍງານກ່ຽວກັບບັນຫາດ້ານຄວາມປອດໄພຂອງເຮືອ ສ ເກົາຫຼີ ທີ່ປະຕິບັດງານໃນຕາເວັນອອກກາງ, ພາຍຫຼັງກອງປະຊຸມສຸກເສີນກັບອົງການທີ່ກ່ຽວຂ້ອງເພື່ອປະເມີນຜົນກະທົບຂອງຂໍ້ຂັດແຍ່ງໃນອີຣານ ແລະ ກຳນົດມາດຕະການຮັບມື.
ເຖິງຢ່າງໃດກໍຕາມ, ລັດຖະບານ ສ ເກົາຫຼີ ໄດ້ກະກຽມແຜນສຳຮອງໃນກໍລະນີທີ່ຮ້າຍແຮງທີ່ສຸດ, ຫາກເກີດການປິດຊ່ອງແຄບຮໍມຸສຢ່າງສິ້ນເຊີງ ຊຶ່ງຖືເປັນເສັ້ນທາງຂົນສົ່ງນ້ຳມັນທີ່ສຳຄັນທີ່ສຸດໃນໂລກ. ໂດຍຈະເລັ່ງການຈັດຊື້ນ້ຳມັນເພີ່ມເຕີມຈາກພາກພື້ນອື່ນໆເພື່ອຫຼຸດຜ່ອນຄວາມສ່ຽງດ້ານພະລັງງານ.
ບົດລາຍງານຊີ້ໃຫ້ເຫັນວ່າ: ສ ເກົາຫຼີ ອາໄສພະລັງງານຈາກຕາເວັນອອກກາງຢ່າງຫຼວງຫຼາຍ, ໂດຍນຳເຂົ້ານ້ຳມັນປະມານ 70.7% ແລະ ອາຍແກັສທຳມະຊາດແຫຼວ (LNG) 20.4% ຜ່ານເສັ້ນທາງດັ່ງກ່າວ.
ທ່ານ ມຸນ ຊິນ-ຮັກ ຮອງລັດຖະມົນຕີກະຊວງອຸດສາຫະກຳ ກ່າວວ່າ: ປັດຈຸບັນລັດຖະບານມີນໍ້າມັນສໍາຮອງ 76.4 ລ້ານບາເຣວ, ໃນຂະນະທີ່ພາກເອກະຊົນມີ 73.8 ລ້ານບາເຣວ ແລະ ຍັງສາມາດຈັດຊື້ໄດ້ອີກ 35 ລ້ານບາເຣວພາຍໃນສາມເດືອນ, ເຮັດໃຫ້ມີນ້ຳມັນສຳຮອງພຽງພໍສຳລັບການນຳໃຊ້ປະມານ 208 ມື້.
ກ່ອນໜ້ານີ້, ສື່ມວນຊົນຂອງລັດອີຣານລາຍງານວ່າ: ກອງກໍາລັງປ້ອງກັນການປະຕິວັດອິສລາມ (IRGC) ໄດ້ປະກາດປິດຊ່ອງແຄບຮໍມຸສ ແລະ ຂົ່ມຂູ່ທີ່ຈະໂຈມຕີເຮືອທີ່ແລ່ນຜ່ານເສັ້ນທາງດັ່ງກ່າວ.
ຄໍາເຫັນ