ທ່ານ ໂຣລລິນ ກ່າວວ່າ: ພວກເຮົາກໍາລັງເວົ້າເຖິງການນໍາເຂົ້າໄຂ່ໄກ່ຈຳນວນຫຼາຍຮ້ອຍລ້ານໜ່ວຍໃນໄລຍະສັ້ນ. ໂດຍເລີ່ມມີການນຳເຂົ້າໄຂ່ໄກ່ຈາກທັງສອງປະເທດດັ່ງກ່າວແລ້ວ ແລະພວກເຮົາກຳລັງປຶກສາຫາລືກັບປະເທດອື່ນໆເຊັ່ນດຽວກັນ.
ທັງນີ້, ລາຄາຂອງໄຂ່ໄກ່ໃນສະຫະລັດ ອາເຣິກາ ເພີ່ມຂຶ້ນ 10% ເມື່ອທຽບເດືອນຕໍ່ເດືອນ ຫຼັງຈາກເກີດບັນຫາການຂາດແຄນໄຂ່ໄກ່ຈາກການລະບາດຂອງໄຂ້ຫວັດສັດປີກ. ຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງເຖິງ 57.9 ໃນເດືອນມີນາ ຊຶ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນພະຈິກ 2022 ທ່າມກາງອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ຊຶ່ງສ່ວນໜຶ່ງແມ່ນຍ້ອນລາຄາຂອງໄຂ່ໄກ່ທີ່ສູງຂຶ້ນຢ່າງຕໍ່ເນື່ອງ.
ຄໍາເຫັນ