ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ
ກອງປະຊຸມໃຫຍ່ຄັ້ງທີ X ໜ່ວຍພັກຮາກຖານ ຫ້ອງການກະຊວງສາທາລະນະສຸກໄດ້ຈັດຫວ່າງບໍ່ດົນມານີ້ທີ່ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນແຝງ ພູມມະໄລສິດ

 

 

ກໍາມະການສູນກາງພັກເລຂາພັກກະຊວງລັດຖະມົນຕີກະຊວງສາທາລະນະສຸກ, ມີສະຫາຍ ບຸນຊູ ແກ້ວຫາວົງ ກໍາມະການພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ, ສະຫາຍນາງ ອາພອນ ວິຊາເທບ ຄະນະປະຈໍາພັກກະຊວງ ເລຂາໜ່ວຍພັກຫ້ອງການກະຊວງສາທາລະນະສຸກ, ບັນດາກົມ, ກອງ, ສູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາວຽກງານໜ່ວຍພັກຫ້ອງການໄລຍະ 5 ປີຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ (2025-2030).ຈາກນັ້ນໄດ້ມີການປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍນາງ ດາວດວງຈັນ ບູລົມມະວົງ ເປັນເລຂາໜ່ວຍພັກ,ສະຫາຍ ດາວວຽງ ດວງວິຈິດ ເປັນຮອງ ແລະ ສະຫາຍນາງ ດາລຸນີ ຈຸລະມະນີ ເປັນກໍາມະການ.

ຂ່າວ: ສູນຂ່າວສານການແພດສຸຂະສຶກສາ

ຄໍາເຫັນ

ຂ່າວສາທະລະນະສຸກ

  ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວັນທີ 5 ມິຖຸນາ ຜ່ານມາ, ຄະນະວິທະຍາຄານການແພດກອງທັບ ໄດ້ລົງຕິດຕາມການສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງຂອງນັກສຶກສາຫ້ອງແພດຊ່ຽວຊານຂັ້ນ I ສາຍພາຍນອກ ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີສະຫາຍ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານການແພດກອງທັບ, ກໍາມະການ ແລະ ອະນຸກໍາມະການ.
ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຈັດກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ເພື່ອສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: ເປີດໂປ່ງກົນລະຍຸດຂອງທຸລະກິດຢາສູບ ໃນການເພີ່ມຄວາມດຶງດູດໃຫ້ສິນຄ້າທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂຶ້ນໃນວັນທີ 30 ພຶດສະພານີ້ທີ່ສູນຮ່ວມມືສາກົນ
ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມຂອງສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16 ພາຍໃຕ້ຫົວຂໍ້: ການແກ້ໄຂສິ່ງຄ້າງຄາທາງດ້ານນາລີເວດ ສູຕິສາດ ສໍາລັບອະນາຄົດ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ ຜ່ານມາ ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍການປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແກ້ວເກດທອງ ພົງສະຫັວນ ປະທານສະມາຄົມການແພດນາລີເວດ-ສູຕິສາດລາວ, ມີບັນດາແພດປະສູດ-ພະຍາດຍິງທົ່ວປະເທດ​ ແລະ ໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ມອບ-ຮັບ ເງິນຊ່ວຍເຫຼືອຈາກມຸນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ມອບ-ຮັບ ເງິນຊ່ວຍເຫຼືອຈາກມຸນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ວັນທີ 28 ພຶດສະພາ ນີ້, ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດ ຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ມອບເງິນຈຳນວນ 121,000,000 ກີບ ໃຫ້ພະແນກຟື້ນຟູຊີບເດັກ ແລະ ເດັກເກີດໃໝ່ ເພື່ອຊື້ເຄື່ອງສາຍແສງຕົວເຫຼືອງທີ່ທັນສະໄໝ ເດັກເກີດໃໝ່ ທີ່ໂຮງໝໍມະຫໍສົດ ຊຶ່ງກ່າວມອບໂດຍທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ກ່າວຮັບໂດຍທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະຫໍສົດ, ມີທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນ

ເຊກອງ ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນ

ໃນວັນທີ 28 ພຶດສະພານີ້, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງເຊກອງ ຮ່ວມກັບ ຫ້ອງການມູນນິທິດູເເລປິ່ນປົວພະຍາດເອດ ປະຈໍາ ສປປ ລາວ ຫຼື (AHF Laos) ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນຂຶ້ນທີ່ສະໂມສອນໂຮງຮຽນດັ່ງກ່າວ ໂດຍເຂົ້າຮ່ວມຂອງ ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ, ທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ເເລະ ປະສານງານຫ້ອງການມູນນິທິດູເເລປິ່ນປົວພະຍາດເອດ ປະຈໍາ ສປປ ລາວ.
ໄຂ້ຍຸງລາຍມີ 3 ອາການເຕືອນ

ໄຂ້ຍຸງລາຍມີ 3 ອາການເຕືອນ

ໂດຍ: ວັນເພັງ ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ແມ່ນພະຍາດທີ່ມັກເກີດຂຶ້ນໃນລະດູຝົນ, ຊຸມຊົນແອອັດ ແລະ ເກີດຂຶ້ນຍ້ອນເຊື້ອພະຍາດ ໂດຍແມ່ນຍຸງລາຍເປັນພາຫະນະນໍາເຊື້ອ. ຍຸງລາຍນີ້ເປັນໂຕສີດໍາສະຫຼັບຂາວ ຢູ່ຕາມຕົນຕົວຂອງມັນ, ຖ້າຍຸງລາຍໄປກັດຄົນທີ່ມີເຊື້ອໄຂ້ຍຸງລາຍ ກໍຈະຂະ ຫຍາຍຕົວຢູ່ໃນຍຸງ, ເມື່ອຍຸງໂຕນີ້ໄປກັດຄົນອື່ນໆ ທີ່ມີສຸຂະພາບແຂງແຮງກໍຈະສົ່ງເຊື້ອພະຍາດໄຂ້ຍຸງລາຍໃສ່ຄົນຕໍ່ໄປໄດ້.
ໂຮງໝໍມະໂຫສົດ -ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ

ໂຮງໝໍມະໂຫສົດ -ໂຮງໝໍຟູວ້າຍ ຮ່ວມມືຍົກລະດັບຄຸນນະພາບດ້ານການແພດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງໂຮງໝໍມະໂຫສົດ ແລະ ໂຮງໝໍສູນຫົວໃຈ - ເສັ້ນເລືອດ ຟູວ້າຍ ຈັດຂຶ້ນໃນວັນທີ 26 ພຶດສະພາ ຜ່ານມາ ທີ່ໂຮງໝໍມະໂຫສົດ ລົງນາມໂດຍທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ທ່ານ Lu Jiang ຮອງຜູ້ອໍານວຍການໂຮງໝໍສູນຫົວໃຈ-ເສັ້ນເລືອດ ຄຸນໜິງ ສປ ຈີນ, ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ຫຼີ ສີຈິນ ທີ່ປຶກສາເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈໍາ ລາວ, ມີບັນດາຫົວໜ້າຫ້ອງການກະຊວງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຄະນະອໍານວຍການໂຮງໝໍ ຫົວໜ້າສູນຫົວໃຈ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ

ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ

ໂດຍ: ວັນເພັງ ລັດຖະບານ ກໍຄືຂະແໜງສາທາລະນະສຸກ ພາກສ່ວນກ່ຽວຂ້ອງໃນທົ່ວປະເທດຍາມໃດກໍເຫັນຄວາມສຳຄັນຕໍ່ສຸຂະພາບຂອງປະຊາຊົນ ກໍຄືທຸກໆຄົນໃນສັງຄົມ ໂດຍສະເພາະໃນໄລຍະລະດູຝົນລະຫວ່າງເດືອນມິຖຸນາ ຫາ ເດືອນກັນຍາ ຂອງແຕ່ລະປີພະຍາດທີ່ມັກເກີດຂຶ້ນແມ່ນພະຍາດໄຂ້ຍຸງລາຍ ຈຶ່ງເຮັດໃຫ້ຫຼາຍພາກສ່ວນກ່ຽວຂ້ອງ
ສປປ ລາວ ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດ

ສປປ ລາວ ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊິນກັນພະຍາດ

ກອງປະຊຸມເຜີຍແຜ່ ສື່ກ່ຽວກັບວັກຊິນກັນພະຍາດ ຊຶ່ງອີງໃສ່ "ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ" ເພື່ອຊຸກຍູ້ຄວາມຮູ້ແກ່ປະຊາຊົນກຸ່ມທີ່ເຂົ້າເຖິງຍາກ ໄດ້ຈັດຂຶ້ນວັນທີ 19 ພຶດສະພາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ,
ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂາອະນາໄມໄລຍະ IV

ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂາອະນາໄມໄລຍະ IV

ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂານາໄມ ໄລຍະ IV ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງສາລະວັນ ໂດຍການເປັນປະທານຂອງທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ແຄໂຣ ໂມແທນສັນ ຜູ້ອໍານວຍການອົງການແພລນສາກົນປະຈໍາ ສປປ ລາວ, ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ