ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ
ພະແນກສາທາລະນະສຸກແຂວງສາລະວັນ ເປີດຂະບວນການຈັດຕັ້ງປະຕິບັດວັນໃຫ້ວັກຊິກັນພະຍາດແຫ່ງຊາດ ຫຼື ວສຊ ໃຫ້ເດັກກຸ່ມເປົ້າໝາຍອາຍຸ 0-59 ເດືອນ ຫຼື ເດັກມີອາຍຸລຸ່ມ 5 ປີຈັດຂຶ້ນໃນວັນທີ 2 ມີນານີ້ທີ່ໂຮງຮຽນປະຖົມນາເຫຼັກ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ, ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາການນໍາຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງເດັກ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມ.
ສາລະວນ ເປດຂະບວນການຢອດຢາວກຊນກນພະຍາດແຫງຊາດ ໂຕຕອບພະຍາດເປຍລອຍ ໃຫເດກອາຍລມ 5 ປ - image 1
 

ທ່ານ ແຫວນເພັດ ລັດດາວົງ ໄດ້ກ່າວເປີດຂະບວນການວ່າ: ການໃຫ້ວັກຊິນ, ຢອດຢາກັນພະຍາດເປ້ຍຫຼ່ອຍ ຫຼື ໂປລິໂອ ແມ່ນມີຄວາມສໍາຄັນທີ່ສຸດ ເພາະມັນເປັນການກັນພະຍາດໄວ້ລ່ວງໜ້າ ທີ່ມີລັກສະນະວິທະຍາສາດ, ເມື່ອເດັກ ໄດ້ຮັບການຢອດຢາ ຈະມີຊີວິດທີ່ປອດໄພຈາກການເປັນພະຍາດເປ້ຍຫຼ່ອຍ (ໂປລີໂອ) ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ໃຫ້ເດັກກຸ່ມເປົ້າໝາຍ ນັບແຕ່ອາຍຸ 0-59 ເດືອນ, ເພື່ອຮັບປະກັນ ໃຫ້ເດັກນ້ອຍທຸກໆຄົນ ທີ່ເກີດມາ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໄດ້ຮັບວັກຊີນຢ່າງທົ່ວເຖີງ ບໍ່ໃຫ້ເດັກຄົນໃດພາດໂອກາດ, ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການພື້ນຖານທີ່ສໍາຄັນ ຂອງການຮັກສາສຸຂະພາບທີ່ຈຳເປັນ ແລະ ຖືກຕ້ອງ, ຫຼຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງເດັກ. ໃນໂອກາດດຽວກັນນັ້ນ, ທ່ານໄດ້ຮຽກຮ້ອງ ມາຍັງອໍານາດການປົກຄອງທຸກຂັ້ນ ເປັນເຈົ້າການຕິດຕາມ ແລະ ຊຸກຍູ້ຂະບວນການດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖີງ ແນໃສ່ຫັນເອົາວຽກງານສາທາລະນະສຸກ ລົງສູ່ຮາກຖານໃຫ້ກາຍເປັນຂະບວນການຂອງທົ່ວປວງຊົນ ເພື່ອເຮັດໃຫ້ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ມີຄວາມປອດໄພຈາກການຕິດພະຍາດ ທີ່ສາມາດກັນໄດ້ດ້ວຍວັກຊິນ, ພ້ອມທັງເອົາໃຈໃສ່ປຸກລະດົມທົ່ວສັງຄົມ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງຂວາງ ແລະ ໃຫ້ຜູ້ປົກຄອງເດັກ ເຫັນໄດ້ຄວາມສໍາຄັນຂອງການໃຫ້ວັກຊີນ ແລະ ນຳພານ້ອງນ້ອຍ ໄປຮັບວັກຊີນຕາມຈຸດບໍລິການຕ່າງໆໃນຂອບເຂດທົ່ວແຂວງສາລະວັນ, ກໍຄືບັນດາເມືອງ ເພື່ອສ້າງພູມຄຸ້ມກັນ, ປ້ອງກັນເດັກນ້ອຍໃຫ້ມີຄວາມປອດໄພ.

ສາລະວນ ເປດຂະບວນການຢອດຢາວກຊນກນພະຍາດແຫງຊາດ ໂຕຕອບພະຍາດເປຍລອຍ ໃຫເດກອາຍລມ 5 ປ - image 2
 

ຂະບວນການ ໃຫ້ວັກຊີນກັນພະຍາດແຫ່ງຊາດ, ໄດ້ເລີ່ມຈັດຕັ້ງປະຕິບັດພ້ອມກັນໃນຂອບເຂດທົ່ວປະເທດ ກໍຄືແຂວງສາລະວັນ, ຊຶ່ງໄລຍະທີ 1 ຈັດຂຶ້ນໃນລະຫວ່າງ ວັນທີ 2-11 ມີນາ ແລະ ໄລຍະທີ 2 ຈະຈັດຂຶ້ນວັນທີ 23ມີນາ- 2 ເມສາ 2026 ຈຶ່ງສໍາເລັດ. ຈາກນັ້ນ, ທ່ານຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ ບັນດາການນໍາຂອງແຂວງ, ເມືອງ ແລະ ພາກສ່ວນຕ່າງໆ ກໍໄດ້ຮ່ວມຢອດຢາໃຫ້ເດັກ ທີ່ເຂົ້າຮ່ວມໃນຄັ້ງນີ້.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ເກີດຍ້ອນຍຸງລາຍເປັນພາຫະນໍາເຊື້ອ

ພະຍາດໄຂ້ຍຸງລາຍ ຫຼື ປະຊາຊົນມັກເອີ້ນກັນວ່າ (ໄຂ້ເລືອດອອກ) ມັກເກີດຂຶ້ນໃນແຕ່ລະປີ ແລະ ເຫັນວ່າມີຈຳນວນການເຈັບເປັນຂ້ອນຂ້າງສູງພໍສົມຄວນ ຊຶ່ງມັກເກີດຂຶ້ນໃນໄລຍະລະດູຝົນເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ແຕ່ມາ ໃນປັດຈຸບັນນີ້ ແມ່ນເຫັນວ່າສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການ ຈຶ່ງເປັນສາເຫດໜຶ່ງທີ່ເຮັດ ໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.
ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ