ສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ

ສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ ຄົບຮອບ 35 ປີ (ວັນທີ 11/11/1988 ຫາ 11/11/2023) ໄດ້ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີຊຶ່ງມີອະດີດລັດຖະມົນຕີ,ຄະນະອຳນວຍການ,ພະນັກງານໂຮງໝໍມິດຕະພາບ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
    ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວເປີດພິທິສະເຫຼີມສະຫຼອງຢ່າງເປັນທາງການ. ຈາກນັ້ນ,ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວນການໂຮງໝໍມິດຕະພາບ ກໍໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະ 35 ປີ ວ່າ: ໂຮງໝໍມິດຕະພາບໄດ້ກຳເນີດເກີດຂຶ້ນບົນພື້ນຖານການຮ່ວມມື ແລະ ຊ່ວຍເຫຼືອທີ່ລ້ຳຄ່າ ຈາກອະດີດສະຫະພາບໂຊຫວຽດແລະ ສາມາດເປີດນຳໃຊ້ໃນປີ 1988 ຊຶ່ງເປົ້າໝາຍໃນເບື່ອງຕົ້ນແມ່ນຮອງຮັບໃນການເບິ່ງແຍງສຸຂະພາບ ແລະ ການປິ່ນປົວການນຳຂັ້ນສູງ ແລະ ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ມາປະຈຳ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ. ໃນໄລຍະຕໍ່ມາບົນພື້ນຖານການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຖັນແຖວພະນັກງານ,ທະຫານ,ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບຄວາມຕ້ອງການໃນການບໍລິການຮັກສາສຸຂະພາບ ແລະ ປິ່ວປົວໃນເວລາເຈັບເປັນ ກະຊວງສາທາລະນະສຸກ ຈຶ່ງໄດ້ຕົກລົງຍົກລະດັບ ແລະ ຂະຫຍາຍການບໍລິການປິ່ນປົວໃຫ້ກ້ວາງອອກ ພາຍໃຕ້ການຊີ້ນຳ-ນຳພາຂອງກະຊວງສາທາລະນະສຸກ ໂຮງໝໍມິດຕະພາບໄດ້ກ່າວຂຶ້ນຈາກການເຮັດບົດບາດ ແລະ ໜ້າທີ່ຮັກສາສຸຂະພາບ ແລະ ປິ່ນປົວທົ່ວໄປມາສູ່ການປະຕິບັດບົດບາດຂອງໂຮງໝໍສູນກາງ ທີ່ມີຄວາມສາມາດໃຫ້ການບົ່ງມະຕິພະຍາດ ແລະ ປິ່ນປົວຂັ້ນສູງສຸດໄດ້ໃນຫຼາຍຂະແໜງການ ເປັນຕົ້ນ:ຂະແໜງການປິ່ນປົວ ແລະ ຜ່າຕັດກະດູກ,ຜ່າຕັດສະໝອງ,ຜ່າຕັດປອດ,ປິ່ນປົວພະຍາດໄຂ່ຫຼັງຊຸດໂຊມ ດ້ວຍການຟອກເລືອດ,ປິ່ນປົວພະຍາດລະບົບປະສາດ,ປິ່ນປົວພະຍາດມະເຮັງດ້ວຍການສາຍແສງລັງສີ,ປະສູດລູກ,ພະຍາດລະບາດຕິດແປດ ຊຶມເຊື້ອ ແລະ ພະຍາດພາຍໃນອື່ນໆ ຊຶ່ງຜົນສຳເລັດທີ່ໂດດເດັ່ນດັ່ງກ່າວ ໄດ້ກາຍເປັນພື້ນຖານແຫ່ງຄວາມໄວ້ວາງໃຈທີ່ໜັກແໜ້ນໃຫ້ແກ່ຜູ້ມາໃຊ້ບໍລິການ.ໃນໄລຍະ 35 ປີຜ່ານມາຈຳນວນບຸກຄະລາກອນຂອງໂຮງໝໍມິດຕະພາບໄດ້ເລີ່ມຈາກຈຳນວນພຽງແຕ່ 183 ຄົນ ມາຮອດປັດຈຸບັນແມ່ນໄດ້ເພີ່ມຂຶ້ນເປັນ 814 ຄົນ ແລະ ມີແພດຊ່ຽວຊານຂັ້ນ 1 ແລະ ຂັ້ນ 2 ໃນແຕ່ລະຂະແໜງວິຊາສະເພາະ ບັນດາພະນັກງານ,ແພດ-ໝໍ ແມ່ນລ້ວນແຕ່ໄດ້ຮັບການກໍ່ສ້າງ,ຝຶກຝົນຫຼໍ່ຫຼອມ ໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ການເມືອງ.ດ້ານສະຖິຕິ ວິຊາສະເພາະທີ່ບົ່ງບອກເຖິງຄວາມເຊື່ອງໝັ້ນໄວ້ວາງໃຈຂອງຜູ້ມາຮັບບໍລິການແມ່ນນັບມື້ນັບເພີ່ມຂຶ້ນເຊັ່ນ:ກວດຄົນເຈັບສຸກເສີມຈາກ 1.220 ກໍລະນີປີ 1998 ມາເຖິງ 45.081 ກໍລະນີ ປີ 2023,ຮັບຄົນເຈັບນອນປິ່ນປົວຈາກ 1.629 ກໍລະນີ ປີ 1998 ມາເຖິງ 20.142 ກໍລະນີ ປີ 2023,ເຮັດການຜ່າຕັດທັງໝົດ ຈາກ 102 ກໍລະນີປີ 1998 ມາເຖິງ 8.580 ກໍລະນີ ປີ 2023, ການກວດບົ່ງມະຕິດ້ານຮູບພາບລັງສີພື້ນຖານ ຈາກ 2.560 ກໍລະນີ ມາເຖິງ 66.034 ກໍລະນີ ປີ 2023 ແລະ ພິເສດຍັງມີການກວດຮູບພາບລັງສີພິເສດ ຊີທີສະແກນ,ຄື້ນແມ່ເຫຼັກ ເອັມອາໄອ ປະມານ 9.700 ກໍລະນີ ປີ 2023. ຈາກຜົນງານທີ່ກ່າວມານັ້ນເຮັດໃຫ້ໂຮງໝໍມິດຕະພາບໄດ້ຮັບການຍ້ອງຍໍຈາກລັດຖະບານເປັນຫຼຽນໄຊແຮງງານຊັ້ນ 1ໃຫ້ກຽດປະດັບຫຼຽນໂດຍ ທ່ານ ບຸນແຝງ ພູມມະໄລສິດ
ໃນໂອກາດດັ່ງກ່າວ,    ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັ້ມທິດເຍື່ອງທາງໃນຕໍ່ໜ້າ ແລະ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງໝໍມິດຕະພາບ ທີ່ໄດ້ຮັບການຍ້ອງຍໍຈາກລັດຖະບານເປັນຫຼຽນໄຊແຮງງານຊັ້ນ 1 ໂຮງໝໍມິດຕະພາບມີປະຫວັດຄວາມເປັນມາອັນຍາວນານ ມີອາຍຸຄົບຮອບ 35 ປີ ໂດຍເລີ່ມຈາກໂຮງໝໍມິດຕະພາບລາວໂຊຫວຽດໃນເມື່ອກອນທີ່ໄດ້ຮັບການຊ່ວຍເຫຼືອ ຈາກງົບປະມານການກໍ່ສ້າງບຸກຄະລາກອນອຸປະກອນການແພດຈາກອະດີດສະຫະພາບໂຊຫວຽດ ຍ້ອນແນວນັ້ນຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ກາຍເປັນສັນຍາລັກທີ່ໂດດເດັ່ນອັນໜຶ່ງທາງປະຫວັດສາດຂອງການຮ່ວມມືຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ໂຊຫວຽດ ຜ່ານການຕິດຕາມການເຄື່ອນໄຫວການໃຫ້ການບໍລິການດ້ານສຸຂະພາບທີ່ຜ່ານມາຕາມບົດລາຍງານຂອງການນຳຂອງກະຊວງສາທາລະນະສຸກ ບົດລາຍງາຍຂອງຜູ້ອຳນວຍການໂຮງໝໍມິດຕະພາບ ສາມາດເຫັນໄດ້ຢ່າງຈະແຈ້ງວ່າ ຕະຫຼອດ 35 ປີແຫ່ງການເປີດນຳໃຊ້ ຈົນມາເຖິງປັດຈຸບັນ ໂຮງໝໍມິດຕະພາບສາມາດຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ ເຮັດໃຫ້ໂຮງໝໍໄດ້ຮັບການພັດທະນາຂະຫຍາຍຕົວຢ່າງບໍໍ່ຍຸດຢັ້ງ ປະກອບສ່ວນອັນສົມກຽດຂອງຕົນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ