ສະຫຼຸບວຽກງານສາທາລະນະສຸກຮອບດ້ານໄລຍະ 9 ເດືອນ ປີ 2023

ສະຫຼຸບວຽກງານສາທາລະນະສຸກຮອບດ້ານໄລຍະ 9 ເດືອນ ປີ 2023

ພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສາທາລະນະສຸກຮອບດ້ານ ໄລຍະ 9 ເດືອນ ປີ 2023 ທີ່ສະໂມສອນຂອງເມືອງເລົ່າງາມ ເມື່ອບໍ່ດົນມານີ້  ໂດຍການເປັນປະທານ ຂອງ ທ່ານ  ອາຄົມ ລໍ່າວິຈິດກໍາມະການພັກແຂວງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ມີທ່ານຮອງເຈົ້າເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ - ສັງຄົມ ແລະ ກໍາມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການສາທາລະນະສຸກ 8 ຕົວເມືອງຂອງແຂວງ ເຂົ້າຮ່ວມ.
    ທ່ານ ນາງ  ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນສຸກແຂວງ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກຮອບດ້ານ ໄລຍະ 9 ເດືອນຜ່ານມາ ແລະ ວາງແຜນຈຸດສຸມ 3 ເດືອນທ້າຍປີ 2023 ໃນນີ້ໄດ້ຕີລາຄາຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຂອງກະຊວງສາທາລະນະສຸກ ຮັບຮອງໃນໄລຍະ 9 ເດືອນ ປີ 2023. ພະແນກສາທາລະນະສຸກແຂວງສາລະວັນ ສາມາດຈັດຕັ້ງປະຕິບັດ ການ
ເຄື່ອນໄຫວວຽກງານສາທາລະນະສຸກ ຮອບດ້ານໃນ 8 ຕົວເມືອງ ບັນລຸ 11 ຕົວຊີ້ບອກ ຄື ອັດຕາເດັກນ້ອຍລຸ່ມ 5 ປີ ນໍ້າໜັກຫຼຸດມາດຕະຖານ, ອັດຕາເດັກລຸ່ມ 5 ປີ ລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 1 ປີ, ອັດຕາການຕາຍຂອງເດັກລຸ່ມ 5 ປີ, ອັດຕາການຕາຍຂອງແມ່, ອັດຕາການເກີດລູກມີແພດຊ່ວຍເກີດ,  ອັດຕາການໃຫ້ວັກຊິນກັນພະຍາດ, ອັດຕາການຊົມໃຊ້ນໍ້າສະອາດ, ອັດຕາຊົມໃຊ້ວິດຖ່າຍ, ອັດຕາປົກຄຸມດ້ວຍປະກັນສຸຂະພາບ, ແລະ ອັດຕາການຮັບຮອງບ້ານສາທາລະນະສຸກແບບຢ່າງໃຫ້ມີຜົນສໍາເລັດ ແລະ ບັນລຸຄາດໝາຍທີ່ວາງໄວ້.  
 ຜົນສໍາເລັດອັນພົ້ນເດັ່ນໃນ 9 ເດືອນ ປີ 2023 ຂອງ 8 ແຜນງານ ໄດ້ສຸມໃສ່ການເຄື່ອນໄຫວ ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ. ໄດ້ຝຶກອົບຮົົມການຄຸ້ມຄອງບໍລິຫານວຽກງານໃຫ້ວັກຊິນກັນພະຍາດ ໃຫ້ວິຊາການຂັ້ນເມືອງ ແລະ ຫ້ອງການສາທາລະນະສຸກໃນ 8 ຕົວເມືອງທົ່ວແຂວງ, ແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ໃຫ້ສູນບໍລິການຂັ້ນແຂວງ 4 ແຫ່ງໃນ 8 ຕົວເມືອງ, 73 ໂຮງໝໍນ້ອຍ, 591 ບ້ານເປົ້າໝາຍ, ການລະບາດຂອງພະຍາດໄຂ້ຍຸງລາຍໄລຍະ 9 ເດືອນ ປີ 2023 ທົ່ວແຂວງມີກໍລະນີໄຂ້ຍຸງລາຍສະສົມທັງໝົດ 735 ກໍລະນີ, ແຕ່ບໍ່ມີຜູ້ເສຍຊີວິດ. ແຜນງານປິ່ນປົວ ແລະ ຟື້ນຟູໜ້າທີ່ການໄດ້ຝຶກອົບຮົມປັບປຸງຄຸນນະພາບສະຖານທີ່ບໍລິການໂຮງໝໍເມືອງ 7 ແຫ່ງ. ໄດ້ປະກາດບ້ານຢຸດຕິການຖ່າຍຊະຊາຍໄດ້ 3 ເມືອງຄື: ເມືອງລະຄອນເພັງ, ເມືອງວາປີ ແລະ ເມືອງຄົງເຊໂດນ ຈໍານວນ 213 ບ້ານ ແລະ ຄາດໝາຍໃນທ້າຍປີ 2023 ໃຫ້ໄດ້ປະກາດ 3 ເມືອງຢຸດຕິການຖ່າຍຊະຊາຍຕື່ຶມອີກ ຈໍານວນ 204 ບ້ານຄື: ເມືອງເລົ່າງາມ 97 ບ້ານ, ເມືອງຕະໂອ້ຍ 56 ບ້ານ ແລະ ເມືອງສະໝ້ວຍ 51 ບ້ານ. ແຜນງານຄຸ້ມຄອງພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດສາທາລະນະສຸກ, ແຜນງານການເງິນສາທາລະນະສຸກ, ແຜນງານແຜນການການຮ່ວມມື ແລະ ຂໍ້ມູນຂ່າວສານສາທາລະນະສຸກ ແລະ ແຜນງານບໍລິຫານຄຸ້ມຄອງ ແລະ ກວດກາ ໃນການສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກ ໃຫ້ກໍາແໜ້ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ. ການສ້າງແຜນຍຸດທະສາດ ແຜນການ, ແຜນງານ ໃນການບໍລິຫານວຽກງານໃຫ້ມີປະສິດທິພາບ ໃນການປະບັດໜ້າທີ່ວິຊາສະເພາະ ມີຈັນຍາບັນ ຈັນຍາທໍາຕໍ່ອາຊີບ ໃນການບໍລິການສັງຄົມ ແລະ ປະຊາຊົນ ໃນລະບຽບການ 5 ດີ, 1 ພໍໃຈ ໃຫ້ດີຂຶ້ນເທື່ອລະກ້າວ.
(ຂ່າວ - ພາບ:ພອນໄຊ ແກ້ວມະນີ )

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ