ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ (ສສກ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສຄວສ) ຈັດກິດຈະກຳກວດສຸຂະພາບຕາ ໂດຍບໍ່ເສຍຄ່າ ສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 21 ປີ (12 ຕຸລາ 2002-12 ຕຸລາ 2023) ຂຶ້ນໃນວັນທີ 10 ຕຸລາ ຜ່ານມາ ທີ່ ສຄວສ ໂດຍມີ ທ່ານ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ສສກ, ມີທ່ານ ຄຳຄູນ ໂຫລານຸກຸນ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກິດຈະກຳໃນຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 21 ປີ ຊຶ່ງວັນດັ່ງກ່າວເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນສຳລັບທຸກຄົນ ເພາະວ່າການປິ່ນປົວ ແລະ ຮັກສາສຸຂະພາບຕາ ຖືເປັນໜຶ່ງວຽກງານທີ່ສາມາດເຮັດໃຫ້ຄົນເຈັບເປັນກ່ຽວກັບສາຍຕາ ກັບຄືນມາເບິ່ງເຫັນໄດ້ເປັນປົກກະຕິ. ກິດຈະກຳໃນຄັ້ງນີ້ແມ່ນກວດສຸຂະພາບສາຍຕາໃຫ້ພະນັກງານບໍານານ ແລະ ພະນັກງານຂອງກະຊວງ ສສກ, ໂດຍມີ: ບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາຖືກກັບເລນສາຍຕາໂດຍບໍ່ເສຍຄ່າ, ພິເສດຖ້າຫາກກວດພົບເຫັນຄົນເຈັບຕາມົວ, ບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນພະຍາດຕາຂຸ້ນ ແມ່ນຈະໄດ້ບໍລິການຜ່າຕັດແກ່ນຕາໃຫ້ໂດຍບໍ່ເສຍຄ່າຕື່ມອີກ.
ກິດຈະກຳໃນຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາຂອງມູນນິທິ Eye Care Foundation ປະເທດເນີເທີແລນ ແລະ ມູນນິທີເຟຣດໂຮໂລ ແລະ ອົງການ CBM Global.
(ຂ່າວ: ວັນເພັງ, ພາບ: ສູນຂ່າວສານການແພດສຸຂະສຶກສາ )

ຄໍາເຫັນ