ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ
ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ພິ​ທິ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ລະ​ຫວ່າງ ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງກະ​ຊວງ​ສະ​ທະ​ລະ​ນະ​ສຸກ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ເມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນນີ້

 

ທີ່ສະຖາບັນການແພດ ແລະ ການຢາພື້ນເມືອງ, ໂດຍຮ່ວມເຊັນບົດບັນທຶກລະຫວ່າງ ທ່ານ ອ່ອນວິໄລສຸລິຍາ ຮອງສະຖາບັນການແພດ ແລະ ການຢາພື້ນເມືອງແລະ ທ່ານປຸກ ຕາມ່ອງ ປະທານສະມາຄົມນັກທຸລະກິດໜຸ່ມ ເມືອງຈັນທະບູລີ ໂດຍຊ້ອງໜ້າຂອງທ່ານ ບຸນເລືອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສະທະລະນະສຸກ,ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງໃນການເຊັ່ນບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນເພື່ອຮ່ວມມືວຽກງານດ້ານການຢາພື້ນເມືອງລາວໃນການອະນຸລັກ,ຄົ້ນຄວ້າ-ພັດທະນາ,ສົ່ງເສີມຜະລິດຕະພັນ ແລະ ສະໜັບສະໜູນການບໍລິການ ໃຫ້ແກ່ສັງຄົມ, ການສົ່ງເສີມການແລກປ່ຽນບົດຮຽນ, ປະສົບການຄວາມຮູ້ພູມປັນຍາດ້ານການຢາພື້ນເມືອງ, ຕຳລາຢາພື້ນເມືອງ ແລະ ບຳລຸງສ້າງບຸກຄະລາກອນການຢາພື້ນເມືອງ ໃນການສຶກສາຄົ້ນຄວ້າ ແລະ ພັດທະນາສູດຕຳລາຢາພື້ນເມືອງ ແລະ ການຜະລິດປຸງແຕ່ງຜະລິດຕະພັນ;ສົ່ງເສີມການອະນຸລັກຊີວະນາໆພັນທີ່ເປັນຢາ, ການປູກ-ຂະຫຍາຍພັນພືດເປັນຢາ ເພື່ອການອະນຸລັກ ແລະ ການສະໜອງວັດຖຸດິບໃຫ້ແກ່ການຄົ້ນຄວ້າທົດລອງ ແລະ ການຜະລິດ, ການສຶກສາ,ຄົ້ນຄວ້າ,ວິໄຈ, ພັດທະນາ ແລະ ຢັ້ງຢືນສູດຕຳລາ ແລະ ນຳຜົນການຄົ້ນຄວ້າຈົດທະບຽນສິດທິບັດ ຮ່ວມກັນ;ຮ່ວມມືໃນການນໍາເອົາຜົນການສຶກສາຄົ້ນຄວ້າມາຈັດຕັ້ງເຜີຍແຜ່ພັດທະນາ ແລະ ສົ່ງເສີມການຜະລິດ, ຮ່ວມກັນລົງເລິກດ້ານການຕະຫຼາດ ແລະ ບໍລິການ ອອກຮັບໃຊ້ສັງຄົມ.

ສະຖາບັນການແພດ ແລະ ການຢາພື້ນເມືອງ ຈະເປັນຜູ້ດຳເນີນການດ້ານວິຊາການຄື: ຈັດຕັ້ງການຝຶກອົບຮົມຄວາມຮູ້ພື້ນຖານດ້ານການຢາພື້ນເມືອງ, ການຜະລິດປຸງແຕ່ງຢາພື້ນເມືອງ, ການສືບຄົ້ນພູມປັນຍາດ້ານຢາພື້ນເມືອງ, ຕຳລາຢາພື້ນເມືອງ, ການສໍາຫຼວດພືດເປັນຢາ, ການຄັດເລືອກສູດຕຳລາ ເຂົ້າໃນການສຶກສາຄົ້ນຄວ້າພັດທະນາສູດຕໍາລາໃໝ່; ການສຶກສາ ຄົ້ນຄວ້າວິໄຈຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ຂອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ການຜະລິດ ແລະ ສົ່ງເສີມການນໍາໃຊ້ຢາພື້ນເມືອງເຂົ້າໃນຕາໜ່າງສາທາລະນະສຸກ; ສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ ຕາງໜ້າໂດຍ ໂຮງງານປຸງແຕ່ງຢາພື້ນເມືອງ ແລະ ເຄື່ອງສໍາອາງ ມັງກອນລ້ານຊ້າງ ຈະເປັນຜູ້ສະໜອງງົບປະມານໃຫ້ຄວາມສະດວກ, ສະໜອງຂໍ້ມູນທີ່ຈຳເປັນດ້ານວິຊາການ, ດ້ານການຕະຫຼາດ, ຈໍາໜ່າຍຜະລິດຕະພັນອອກສູ່ສັງຄົມ; ການຮ່ວມມືແມ່ນບໍ່ມີການກ້າວກາຍພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກັນ ແລະ ກັນ; ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈສະບັບນີ້ມີປະສິດທິຜົນ, ຄູ່ຮ່ວມມືສອງຝ່າຍ ຈະຮ່ວມກັນອອກແບບແຜນປະຕິບັດງານ ແລະ ແຜນລະອຽດ ໂດຍແຕ່ລະຝ່າຍຈະຮັບຜິດຊອບສໍາລັບການປະສານງານ ແລະ ຈັດຕັ້ງປະຕິບັດ ແຜນການ ແລະ ແຜນງານຮ່ວມມືດັ່ງກ່າວຈະມີການຈັດປະຊຸມປຶກສາຫາລື ກັນສອງຝ່າຍ ໂດຍມີການຜັດປ່ຽນກັນດ້ານສະຖານທີ່ການຈັດຕັ້ງປະຕິບັດແມ່ນຈະມີສັນຍາຍ່ອຍການຮ່ວມມືສະເພາະ ຂອງແຕ່ລະກິດຈະກຳງົບປະມານສໍາລັບການຈັດຕັ້ງປະຕິບັດບັນດາກິດຈະກຳການຮ່ວມມືທີ່ຢູ່ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນທາງສະມາຄົມນັກທຸລະກິດໜຸ່ມເມືອງຈັນທະບູລີ ເປັນຜູ້ສະໜອງໃຫ້;ສໍາລັບສະຖານທີ່, ອຸປະກອນຮັບໃຊ້ ທາງດ້ານການວິໄຈ, ການຜະລິດ, ປຸງແຕ່ງ ໃນສະຖາບັນ ແລະ ສະມາຄົມ ມີແຜນຮ່ວມກັນໃນການສຶກສາ, ຄົ້ນຄວ້າ ໂດຍອີງຕາມສະພາບເງື່ອນໄຂ ແລະ ຄວາມເປັນຈິງ.

ຂ່າວ-ພາບ:ບຸນຕອມ-ບຸນອຸ້ມ.

ຄໍາເຫັນ

ຂ່າວສາທະລະນະສຸກ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ເພີ່ມເຕີມ