ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ
ທ່ານ ຄຳຮຸ່ງ ຈັນທະວົງ ເລຂາພັກຮາກຖານ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ (ມຊ) ກ່າວລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ມຊ ຄັ້ງທີ VI ວ່າ: ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກມຊ ສະຖາບັນຂົງຈືສາມາດສ້າງຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານການເມືອງ-ແນວຄິດ, ວິຊາການ, ການແລກປ່ຽນວັດທະນະທໍາ,

 

 

ການພົວພັນພາຍໃນ ແລະ ຕ່າງປະເທດ. ຄະນະພັກສະຖາບັນຂົງຈືໄດ້ຖືເອົາວຽກງານແນວຄິດ-ການເມືອງເປັນປັດໃຈຫຼັກໃນການສ້າງຄວາມສາມັກຄີພາຍໃນພະນັກງານຄູ-ອາຈານລາວ-ຈີນ ເຮັດໃຫ້ພະນັກງານຄູ-ອາຈານມີຄວາມກະຕືລືລົ້ນຫ້າວຫັນປະຕິບັດວຽກງານ ແລະ ສາມາດສໍາເລັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບຕາມແຜນການທີ່ວາງໄວ້, ເຮັດໃຫ້ໜ່ວຍພັກຮາກຖານສະຖາບັນຖືກຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນຕິດຕໍ່ກັນ 4 ປີຊ້ອນ. ນອກຈາກນັ້ນ, ຄະນະພັກ, ສະມາຊິກພັກຖືເອົາຄວາມເປັນແບບຢ່າງ, ຫັນແນວຄິດການເມືອງເປັນທັນສະໄໝໃຫ້ສອດຄ່ອງກັບການສຶກສາອົບຮົມແນວຄິດນັກຮຽນ-ນັກສຶກສາຮຸ້ນໃໝ່ ໂດຍສະເພາະນັກສຶກສາຮຸ້ນ Gen Z ຊຶ່ງເປັນຮຸ້ນທີ່ຢູ່ຕິດພັນກັບເຕັກໂນໂລຊີສະໄໝໃໝ່ ແລະ ເປັນກຸ່ມຄົນທີ່ສະແຫວງຫາການປ່ຽນແປງໃໝ່ຕະຫຼອດເວລາ.

ທ່ານ ຄຳຮຸ່ງ ຈັນທະວົງ ກ່າວໃຫ້ຮູ້ອີກວ່າ: ຕະຫຼອດ 5 ປີທີ່ຜ່ານມາ, ສະຖາບັນຂົງຈືໄດ້ເປີດບໍາລຸງພາສາຈີນໃຫ້ແກ່ສັງຄົມໄດ້ເຖິງ 19,013 ຄົນ ຍິງ 9,919 ຄົນ, ຮັບນັກສຶກສາລະດັບປະລິນຍາຕີສາຂາຄູພາສາຈີນຈໍານວນ 336 ຄົນ ຍິງ 190 ຄົນ. ນອກຈາກນັ້ນຍັງໄດ້ສົ່ງຄູ-ອາຈານຈີນໄປສິດສອນຢູ່ຕາມອົງກອນ ແລະໂຮງຮຽນພາກລັດໂດຍສະເພາະໃນບັນດາກະຊວງທະບວງກົມ, ຫ້ອງຮຽນຂົງຈື 5 ແຫ່ງ ແລະ ຈຸດສອນພາສາຈີນ 2 ແຫ່ງ, ຊຶ່ງໄດ້ສອນໃຫ້ນັກຮຽນຂັ້ນສາມັນ ແລະ ນັກສຶກສາລະດັບປະລິນຍາໄດ້ເຖິງ 15,000 ກວ່າເທື່ອຄົນ, ຝຶກອົບຮົມໃຫ້ຄູລາວທີ່ສອນພາສາຈີນຢູ່ 8 ແຂວງພາກເໜືອຈໍານວນ 5 ຊຸດ ມີຈໍານວນ 125 ເທື່ອຄົນ. ຈັດຝຶກອົບຮົມພາສາຈີນສະເພາະດ້ານໃຫ້ແກ່ຄະນະນໍາຂັ້ນກໍາມະການສູນກາງພັກຈາກຄະນະຈັດຕັ້ງສູນກາງພັກເປັນເວລາ 3 ປີຕິດຕໍ່ກັນ, ສ້າງວິດີໂອສອນອອນລາຍໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ເຖິງ 222 ບົດ ແລະ ມີຄົນເຂົ້າຊົມເຖິງ 25,000 ກວ່າເທື່ອຄັ້ງ. ໄດ້ຕາງໜ້າໃຫ້ແກ່ສປປ ລາວ ໄປແຂ່ງຂັນ“ເສັ້ນທາງສາຍໃໝ”ທີ່ຂອນແກ່ນປະເທດໄທ ໂດຍມີ 14 ມະຫາວິທະຍາໄລຂອງໄທເຂົ້າຮ່ວມຊຶ່ງສາມາດຍາດໄດ້ລາງວັນທີ 1 ແລະ ດີເດັ່ນປະເພດກຸ່ມ, ໄດ້ລາງວັນທີ 1 ໃນການແຂ່ງຂັນຂົວພາສາຈີນຈໍານວນ 4 ຄັ້ງ ຊຶ່ງໄດ້ຕາງໜ້າໃຫ້ສປປ ລາວໄປແຂ່ງຂັນທີ່ ສປ ຈີນ ໄດ້ຮັບລາງວັນສະຖາບັນຂົງຈືດີເດັ່ນ ແລະ ຈຸດສອບເສັງ HSK ດີເດັ່ນປະຈໍາປີ 2024 ຊຶ່ງມອບໂດຍກະຊວງສຶກສາທິການ ສປ ຈີນ; ເດືອນກໍລະກົດປີ 2021 ກະຊວງສຶກສາທິການ ແລະ ກິລາໄດ້ອະນຸມັດໃຫ້ສະຖາບັນເປີດຫຼັກສູດປະລິນຍາຕີສາຂາຄູພາສາຈີນຊຶ່ງເປັນສະຖາບັນແຫ່ງທໍາອິດຂອງໂລກໃນການເປີດຫຼັກສູດລະດັບປະລິນຍາຕີ ແລະ ກໍເປັນສະຖາບັນແຫ່ງທໍາອິດຂອງສປປ ລາວ ທີ່ເປີດຫຼັກສູດຄູພາສາຈີນ. ຍ້ອນການປະສານງານຢ່າງໃກ້ຊິດກັບຝ່າຍຈີນ, ໃນເດືອນເມສາປີ 2023 ໄດ້ເຊັນສັນຍາການຮ່ວມມືນໍາສູນຮ່ວມມືພາສາຈີນ-ພາສາຕ່າງປະເທດສປ ຈີນໃນການສ້າງຫຼັກສູດ 2+2 ຊຶ່ງສາມາດຍາດແຍ່ງທຶນການສຶກສາໃຫ້ແກ່ນັກສຶກສາສະຖາບັນປີທີ 1 ຈໍານວນ 60 ທຶນ ແລະນັບແຕ່ປີທີ 2 ເປັນຕົ້ນໄປໄດ້ເຖິງ 120 ທຶນຕໍ່ປີ. ນອກຈາກນັ້ນ, ສະຖາບັນຍັງໄດ້ປະສານງານນໍາສຶກສາແຂວງກວາງຊີ ສປ ຈີນສາມາດຍາດແຍ່ງທຶນຮຽນພາສາຈີນມາໃຫ້ມຊໄດ້ 60 ທຶນຕໍ່ປີເປັນເວລາ 5 ປີ. ສະຖາບັນຍັງໄດ້ຮັບໃຊ້ໂຄງການອັນສໍາຄັນຂອງສອງຊາດລາວ-ຈີນເຊັ່ນ: ການສ້າງບຸກຄະລາກອນ ແລະ ຝຶກອົບຮົມດ້ານພາສາຈີນສະເພາະດ້ານໃຫ້ແກ່ພະນັກງານທາງດ່ວນ ແລະ ທາງລົດໄຟລາວ-ຈີນເປັນຈໍານວນ 590 ກວ່າຄົນ, ຊຶ່ງສາມາດຮັບໃຊ້ທັນການໃນພິທີເປີດທາງລົດໄຟລາວ-ຈີນຢ່າງເປັນທາງການໃນວັນທີ 3 ທັນວາ 2021 ແລະ ທາງດ່ວນໃນວັນທີ 20 ທັນວາ 2020. ພ້ອມນັ້ນ,ສະຖາບັນໄດ້ຖືເອົາການສົ່ງເສີມແລກປ່ຽນວັດທະນະທໍາເປັນປາຍຫຼຽມ ໃນການຊຸກຍູ້ວຽກງານສົ່ງເສີມການຮຽນ-ການສອນ. ແຕ່ລະປີໄດ້ຈັດກິດຈະກໍາການຮຽນຮູ້ວັດທະນະທໍາລາວໃຫ້ຝ່າຍຈີນ, ການແຂ່ງຂັນຂົວພາສາຈີນ, ການແຂ່ງຂັນຮ້ອງເພງຈີນ ການແຂ່ງຂັນການສະເໜີແຫຼ່ງທ່ອງທ່ຽວຂອງສປປ ລາວ ແລະ ອື່ນໆ. ຊຶ່ງແຕ່ລະປີສະຖາບັນມີກິດຈະກໍາທັງສອງຝ່າຍລາວ-ຈີນສະເລ່ຍ 28 ກິດຈະກໍາ, ຕະຫຼອດ 5 ປີທີ່ຜ່ານມາ ພວກເຮົາສໍາເລັດກິດຈະກໍາໄດ້ເຖິງ 140 ກິດຈະກໍາຊຶ່ງມີຄົນເຂົ້າຮ່ວມທັງໝົດ 42,100 ເທື່ອຄົນ. ຄຽງຄູ່ກັນນັ້ນ, ສະຖາບັນຂົງຈືຍັງເປັນຂົວຕໍ່ພົວພັນປະສານງານລະຫວ່າງສອງຝ່າຍລາວ-ຈີນ, ເວົ້າສະເພາະລະຫວ່າງມຊ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ,ສຶກສາແຂວງກວາງຊີ ສປ ຈີນ ແລະ ພາກສ່ວນບໍລິສັດ,ລັດວິສາຫະກິດຈີນທີ່ສປປ ລາວ. ຕະຫຼອດ 5 ປີຜ່ານມາສະຖາບັນຂົງຈືສາມາດຍາດແຍ່ງການຊ່ວຍເຫຼືອຈາກມະຫາວິທະຍາໄລຊົນເຜົ່າກວາງຊີ, ທະນາຄານ ICBC, ທະນາຄານລາວ-ຈີນ, ສະພາການຄ້າກວາງຊີ, ບໍລິສັດທາງດ່ວນ ແລະ ທາງລົດໄຟລາວ-ຈີນໃຫ້ແກ່ມຊ ແລະ ສະຖາບັນໄດ້ເປັນຢ່າງດີ.

ຜົນງານທັງໝົດທີ່ກ່າວມານັ້ນຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ບວກກັບການເອົາໃຈນໍາພາຊີ້ນໍາຂອງອົງຄະນະພັກ ມຊ ແລະຄວາມບຸກບືນຫ້າວຫັນຂອງຄະນະພັກ ແລະ ພະນັກງານຄູ-ອາຈານທົ່ວສະຖາບັນຂົງຈືຈຶ່ງສາມາດສ້າງຜົນງານ ເຮັດໃຫ້ສະຖາບັນນັບມື້ມີການພັດທະນາຫັນປ່ຽນໄປສູ່ທັນສະໃໝ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ