ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ

ສະຫວັນນະເຂດ ມີເດັກກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນໂປລີໂອ 1 ແສນກວ່າກໍລະນີ
ການຢອດຢາວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອ (ພະຍາດເປ້ຍລ່ອຍ) ໃຫ້ໝົດໄປຈາກຊຸມຊົນ. ທ່ານ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ພຶດສະພາຜ່ານມາ
ສະຫວນນະເຂດ ມເດກກມເປາໝາຍລມ 5 ປມາຮບການຢອດຢາວກຊນໂປລໂອ 1 ແສນກວາກລະນ - image 1
 

ທີ່ຫ້ອງການດັ່ງກ່າວກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ການຢອດຢາວັກຊິນໂປລີໂອພາຍໃນແຂວງວ່າ: ພະແນກສາທາລະນະສຸກແຂວງໄດ້ຈັດຕັ້ງປະຕິບັດການຢອດຢາວັກຊິນໂປລີໂອໃຫ້ເດັກນ້ອຍເປົ້າໝາຍລຸ່ມ 5 ປີ ນັບແຕ່ວັນທີ 27 ເມສາ ຫາ ວັນທີ 10 ພຶດສະພາ 2026, ທົ່ວແຂວງມີເດັກນ້ອຍກຸ່ມເປົ້າໝາຍລຸ່ມ 5 ປີມາຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອທັງໝົດ 118,158 ກໍລະນີ, ບ້ານເປົ້າໝາຍຢອດຢາ 2,032 ບ້ານ, ຈຸດຢອດຢາວັກຊິນ 2,126 ຈຸດ ຄາດວ່າຈະໃຫ້ບັນລຸຕາມແຜນການທີ່ກຳນົດໄວ້.

ສະຫວນນະເຂດ ມເດກກມເປາໝາຍລມ 5 ປມາຮບການຢອດຢາວກຊນໂປລໂອ 1 ແສນກວາກລະນ - image 2
 

ທ່ານ ຕຽງຄຳ ປ້ອງວົງສາ ກ່າວໃຫ້ຮູ້ອີກວ່າ: ເພື່ອໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ນັ້ນ, ທາງພະແນກສາທາລະນະສຸກແຂວງໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆເປັນຢ່າງດີ ໂດຍມີບົດຮຽນໃນຮອບທີ 1 ເລື່ອງການໂຕ້ຕອບໃນທຸກກໍລະນີຂອງການລະບາດ, ມີຄວາມສະດວກໃນການຊີ້ນໍາໆພາຂອງກະຊວງ, ກົມກອງກ່ຽວຂ້ອງ ແລະ ພາກສ່ວນອື່ນໆ ຊຶ່ງໃນຮອບທີ 2 ນີ້ໄດ້ມີການກະກຽມຄວາມພ້ອມດ້ານວັກຊິນ, ບຸກຄະລາກອນຂັ້ນແຂວງ, ເມືອງ, ສຸກສາລາ, ຊຸມຊົນ ໂດຍສືບຕໍ່ຈາກຮອບທີ 1. ຜ່ານການຕິດຕາມມາຮອດວັນທີ 4 ພຶດສະພາການຢອດຢາວັກຊິນໂປລີໂອເຫັນວ່າມີຄວາມຄືບໜ້າເກີນເປົ້າໝາຍທີ່ຕັ້ງໄວ້. ມາຮອດປັດຈຸບັນໃນ 14 ເມືອງ ແລະ 1 ນະຄອນ ໂຕເລກສັງລວມທັງໝົດທົ່ວແຂວງ 81.9% ໃນນັ້ນ, ເມືອງສອງຄອນມີຄວາມຄືບໜ້າສູງ ແລະ ເມືອງອື່ນກຳລັງເລັ່ງປະຕິບັດ ເຊື່ອໝັ້ນວ່າວັນທີ 10 ພຶດສະພານີ້ຈະບັນລຸໄດ້ຕາມຄາດໝາຍ.

ສະຫວນນະເຂດ ມເດກກມເປາໝາຍລມ 5 ປມາຮບການຢອດຢາວກຊນໂປລໂອ 1 ແສນກວາກລະນ - image 3
 

ຖ້າທຽບໃສ່ໂຕເລກໃນໄລຍະດຽວກັນເຫັນວ່າຮອບ 2 ນີ້ປະຕິບັດໄດ້ໄວກວ່າ ສະແດງເຖິງຄວາມເອົາໃຈໃສ່ຂອງທຸກໆພາກສ່ວນທີ່ໄດ້ມີການປະສານສົມທົບກັນເປັນຢ່າງດີ, ໃນກໍລະນີມີບັນຫາເກີດຂຶ້ນ ກໍໄດ້ມີການເລັ່ງແກ້ໄຂໂດຍໄວ ຊຶ່ງທາງແຂວງໄດ້ຕັ້ງລະບົບເຝົ້າລະວັງທາງດ້ານໂຕເລກ, ເຫດການ ແລະ ອື່ນໆກ່ຽວກັບວັກຊິນ. ຜ່ານມາຍັງບໍ່ພົບບັນຫາ ແລະ ວັກຊິນມີພຽງພໍໃນການນໍາໃຊ້, ຄຽງຄູ່ກັບດ້ານດີຍັງມີສິ່ງທ້າທາຍ ກໍຄືວິກິດການດ້ານລາຄານໍ້າມັນເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຊັກຊ້າ ແລະ ຢູ່ໃນໄລຍະກ້າວເຂົ້າສູ່ລະດູການຜະລິດເຮັດໃຫ້ເດັກໃນບັນດາກຸ່ມເປົ້າໝາຍໄປວຽກນໍາຜູ້ປົກຄອງເຮັດໃຫ້ເຂົ້າເຖິງໄດ້ຍາກ ລວມເຖິງເສັ້ນທາງການຄົມມະນາຄົມ, ວັດຖຸອຸປະກອນພາຫະນະຍັງຈຳກັດ ແລະ ບໍ່ທັນສາມາດບັນລຸໄດ້ໝົດທຸກເມືອງ ຊຶ່ງໃນຕໍ່ໜ້າຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ສະຫວນນະເຂດ ມເດກກມເປາໝາຍລມ 5 ປມາຮບການຢອດຢາວກຊນໂປລໂອ 1 ແສນກວາກລະນ - image 4
 

ກຸ່ມເປົ້າໝາຍເດັກນ້ອຍລຸ່ມ 5 ປີທີ່ໄດ້ຮັບການຢອດຢາວັກຊິນປ້ອງກັນພະຍາດໂປລີໂອທົ່ວແຂວງມີ 118,158 ກໍລະນີ, ບ້ານເປົ້າໝາຍຢອດຢາ 2,032 ບ້ານ, ຈຸດຢອດວັກຊິນ 2,126 ຈຸດ. ເພື່ອໃຫ້ການຢອດຢາວັກຊິນໂປລີໂອບັນລຸຕາມເປົ້າໝາຍທີ່ວາງໄວ້. ຮຽກຮ້ອງມາຍັງອຳນາດການປົກຄອງ, ປະຊາຊົນຂໍໃຫ້ຊ່ວຍປຸກລະດົມນໍາເອົາລູກ-ຫຼານມາຮັບການຢອດວັກຊິນ, ການຢອດວັກຊິນໂປລີໂອມີຄວາມສຳຄັນໃນການກຳຈັດລຶບລ້າງພະຍາດໂປລີໂອໃຫ້ໝົດໄປຈາກຊຸມຊົນ.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່ເດັກເກີດໃໝ່ເດັກນ້ອຍ ແລະ ໄວໜຸ່ມ

ໃນວັນທີ 5 ສິງຫາ 2026 ນີ້ ໂຄງການສົ່ງເສີມສຸຂະພາບຈະເລີນພັນ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄດ້ລົງເຄື່ອນໃຫວຕິດຕາມຊກຍູ້ ແລະຢ້ຽມຢາມການຈັດຕັ້ງປະຕິບັດ ກິດຈະກຳ 6 ເດືອນຕົ້ນປີ ຢູ່ຂັ້ນບ້ານ ທີ່ບ້ານລະກາຍ ເມືອງກະລຶມ ແຂວງເຊກອງ ໂດຍການນໍາພາ ຂອງທ່ານ ຄຳສິງ ໂລຍວິໄລສັກ ຮອງປະທານຄະນະກຳມະການປົກຄອງເມືອງກະລຶມ, ມີທ່ານ ສົງ ຈັນທະວົງສາ ຜູ້ບໍລິຫານໂຄງການຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ອົງການແຄຣ, ຜູ້ປະສານງານໂຄງການ ເຂົ້າຮ່ວມ.
ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມທາບທາມຄໍາເຫັນຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ຫ້ອງການປະກັນສຸຂະພາບແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ)ຂຶ້ນໃນລະຫວ່າງວັນທີ 6-8 ສິງຫານີ້ທີ່ທ່າລາດເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານ ນາງອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງ ແຂວງວຽງຈັນ ຜູ້ຊີ້ນໍາວຽກງານສາທາລະນະສຸກ, ມີຫົວໜ້າກົມກົດໝາຍຫ້ອງວ່າການສໍານັກງານປະທານປະເທດ, ຫົວໜ້າກົມກົດໝາຍສະພາແຫ່ງຊາດ, ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກົມກົດໝາຍ ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ຈາກ 9 ແຂວງຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ຈຳປາສັກ, ຄໍາມ່ວນ, ວຽງຈັນ, ອັດຕະປື, ເຊກອງ, ບໍລິຄໍາໄຊແລະ ອົງການຈັດຕັ້ງສາກົນ JICA, WHO, KOFIH, ຫ້ອງການປະສານງານຂອງໂຄງການ HANSA II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພະແນກສາທາ ສາລະວັນ ສະຫຼຸບວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ແຂວງສາລະວັນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.
ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ໃນວັນທີ 7 ກໍລະກົດ ຜ່ານມານີ້ ທີ່ຫ້ອງປະຊຸມບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງ ແລະ ເມືອງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ຈຳນວນ 54 ຄອບຄົວ ທີ່ມາຈາກ 7 ບ້ານເປົ້າໝາຍ ຄື: ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ, ບ້ານມ່ວງໃຕ້, ບ້ານດອນ ແລະ ບ້ານແຄ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ. ເປັນກຽດໃນພິທີມອບ ຂອງ ​ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ມີ ອຳນາດການປົກຄອງແຂວງ, ຈາກອົງການກາແດງແຫ່ງຊາດລາວ, ອົງ ການກາແດງແຂວງ, ເມືອງ, ອຳນາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 7 ບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ່ 7 ກໍລະກົດ 2026 ທີ່ຫ້ອງປະຊຸມອົງການຊ່ວຍເຫຼືອເດັກແຂວງຫຼວງພະບາງ, ໄດ້ມີພິທີປີດຊຸດອົບຮົມ ໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການ ປ່ຽນແປງດິນຟ້າອາກາດ, ການເຮັດວຽກຮ່ວມກັບຊຸມຊົນ, ຄວາມສະເໝີພາບ ບົດບາດຍິງ-ຊາຍ ແລະຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ.
ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ແລະ ອົງການຄລິນຕັນ ເພື່ອເຂົ້າເຖິງວຽກງານການຮັກສາສຸຂະພາບ (CHAI) ປະຈໍາສປປ ລາວ (Clinton Health Access Initiative, CHAI) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ກະຊວງສາທາລະນະສຸກ.
ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ໃນວັນທີ 29 ມິຖຸນາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມ "ການປະເມີນຂີດຄວາມສາມາດຂອງຊຸມຊົນໃນການຮັບມືກັບໄພພິບັດ (EVCA) ແລະ ລະບົບການແຈ້ງເຕືອນໄພໃນຊຸມຊົນ (CEWS)" ຂຶ້ນທີ່ເມືອງບຸນໃຕ້ ແຂວງຜົ້ງສາລີ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຄະນະນຳ, ພະນັກງານກາແດງຂັ້ນສູນກາງ, ແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.
ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເພີ່ມເຕີມ