ສື່ມວນຊົນ ຍົກລະດັບຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ

ສື່ມວນຊົນ ຍົກລະດັບຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ
ສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃຫ້ກັບສື່ມວນຊົນຂຶ້ນໃນວັນທີ 14 ພະຈິກ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອິນປົງ ທົງພະຈັນ ຮອງຫົວໜ້າສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ແລະ ທ່ານ ນາງ ສິຣິພອນ ສະກຸນຄູ ຜູ້ປະສານງານ ແຜນງານສຸຂະພາບຈະເລີນພັນ ພ້ອມດ້ວຍຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນແລະ ສື່ມວນຊົນເຂົ້າຮ່ວມ. 
         ການຍົກລະດັບຄວາມຮູ້ໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຊັ່ນ: ການວາງແຜນຄອບຄົວ, ການຄຸມກຳເນີດ, ການດູແລແມ່ຍິງຖືພາ, ເພດສຶກສາ; ຄຳສັບກ່ຽວກັບວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ; ຈັນຍາບັນຕໍ່ການລາຍງານຂ່າວ ກ່ຽວກັບວຽກງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວິເຄາະຕົວຢ່າງການລາຍງານທີ່ເໝາະສົມ ແລະ ບໍ່ເໝາະສົມ; ແລກປ່ຽນບົດຮຽນຈາກການລົງພາກສະໜາມເອົາຂ່າວ ແລະ ອື່ນໆ   ແນໃສ່ເຮັດໃຫ້ສື່ມວນຊົນຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ, ເພື່ອໂຄສະໜາເຜີຍແຜ່ໃຫ້ສັງຄົມ,ກໍຄືປະຊາຊົນໃນຂອບເຂດທົ່ວປະທດ ໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຖືກຕ້ອງ ນຳໄປສູ່ການມີສຸຂະພາບທີ່ແຂງແຮງ.
      ການວາງແຜນຄອບຄົວ ຈະສາມາດຊ່ວຍໃນການຕັດສິນໃຈວ່າຈະມີລູກ ຫຼື ບໍ່ມີລູກ ຊຶ່ງການຄຸມກຳເນີດກໍມີຫຼາຍປະເພດ ເປັນຕົ້ນຢາເມັດ, ການຝັງເຂັມ, ອຸປະກອນໃສ່ພາຍໃນມົດລູກ, ຂັ້ນຕອນການຜ່າຕັດທີ່ຈຳກັດການຈະເລີນພັນແລະ ວິທີການກີດຂວາງ ເຊັ່ນ: ຖົງຢາງອະນາໄມ. ນອກຈາກນີ້, ການວາງແຜນຄອບຄົວ ຍັງລວມເຖິງ  ຂໍ້ມູນກ່ຽວກັບວິທີຖືພາເມື່ອເຖິງເວລາທີ່ຕ້ອງການ, ເຊັ່ນດຽວກັນກັບການປິ່ນປົວພາວະການມີລູກຍາກ. ສະນັ້ນ ອົງການ UNFPA ໄດ້ສະໜັບສະໜູນໃນການວາງແຜນຄອບຄົວແບບສະໝັກໃຈ, ລວມທັງການຈັດຊື້ຢາຄຸມກຳເນີດ, ການຝຶກອົບຮົມຜູ້ຊ່ຽວຊານດ້ານສຸຂະພາບ ເພື່ອໃຫ້ຄຳແນະນໍາບຸກຄົນ ກ່ຽວກັບທາງເລືອກໃນການວາງແຜນຄອບຄົວຂອງເຂົາເຈົ້າຢ່າງຖືກຕ້ອງ ແລະ ລະອຽດອ່ອນ, ພ້ອມທັງການສົ່ງເສີມເພດສຶກສາແບບຄົບວົງຈອນໃນບັນດາໂຮງຮຽນຕ່າງໆ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວສາທະລະນະສຸກ

ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ອາກາດຮ້ອນ ຕ້ອງຮູ້ວິທີປ້ອງກັນຕົນເອງ

ປັດຈຸບັນອາກາດຮ້ອນອົບເອົ້າ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ບາງມື້ອຸນຫະພູມເພີ່ມສູງຂຶ້ນເກືອບ 40 ອົງສາ. ອາກາດຮ້ອນເອົ້າ ສາມາດສົ່ງກະທົບຕໍ່ສຸຂະພາບຂອງຄົນເຮົາ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ເປັນຕົ້ນຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ. ສະນັ້ນ, ທຸກຄົນຕ້ອງຮູ້ວິທີປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
ຝຸ່ນ PM2.5 ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ

ຝຸ່ນ PM2.5 ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ

ປັດຈຸບັນອາກາດຮ້ອນເອົ້າ, ມີຝຸ່ນຄວັນ ກໍ່ໃຫ້ເກີດມົນລະພິດທາງອາກາດ (ຝຸ່ນ PM2.5) ມີຄວາມສ່ຽງສູງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງຈາກມົນລະພິດທາງອາກາດ ເປັນຕົ້ນເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນ ເລືອດ, ພະຍາດເບົາຫວານ, ພະຍາດອ້ວນ, ລະບົບຫຼອດເລືອດຊຸດໂຊມ, ຜູ້ທີ່ເຮັດວຽກ ຫຼື ອາໄສຢູ່ເຂດທີ່ມີມົນລະພິດໃນລະດັບສູງຢ່າງຕໍ່ເນື່ອງ ກໍຈະໄດ້ຮັບຜົນກະທົບຮ້າຍແຮງຂຶ້ນ.
ໄລຍະປີໃໝ່ລາວ ມີຄົນເຈັບເກີດຈາກອຸບັດເຫດເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ 300 ກວ່າຄົນ

ໄລຍະປີໃໝ່ລາວ ມີຄົນເຈັບເກີດຈາກອຸບັດເຫດເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ 300 ກວ່າຄົນ

ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 ນັບແຕ່ວັນທີ 11-16 ເມສາ 2026 ນີ້, ມີຄົນເຈັບທີ່ເກີດຈາກອຸບັດເຫດ ຕາມທ້ອງຖະໜົນ ເຂົ້າມາປິ່ນປົວຢູ່ໂຮງໝໍມິດຕະພາບ (150 ຕຽງ) ທັງໝົດ 326 ຄົນ ຍິງ 86 ຄົນ, ເສຍຊີວິດ 1 ຄົນ.
ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ໂຮງໝໍເຊດຖາທິຣາດ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ ເພື່ອເປັນການສົ່ງເສີມຄວາມຮູ້, ທັກສະທາງດ້ານການແພດ ແລະ ການແລກປ່ຽນປະສົບການດ້ານການແພດທີ່ມີການພັດທະນາຢ່າງຕໍ່ເນື່ອງໃນປັດຈຸບັນໄດ້ຈັດຂຶ້ນໃນວັນທີ 27 ມີນານີ້ ທີ່ໂຮງໝໍເຊດຖາທິຣາດ, ໂດຍການເປັນປະທານຂອງ ທ່ານ ເກດມະນີ ເພັດສິຣິແສງ ຮອງອຳນວຍການໂຮງໝໍມິດຕະພາບ ຫົວໜ້າພາກວິຊາອາຍຸລະສາດ ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ທ່ານ ສີໃໝ່ ບຸດພຣົມວິຫານ ຮອງຜູ້ອຳນວຍການໂຮງໝໍເຊດຖາທິຣາດ ແລະ ມີ ແພດໝໍ, ນັກສຶກສາແພດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ວັນທີ 24 ມີນານີ້, ພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ (ພະຍາດເອດ) ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ພັນ ພອນສະຫວັດ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ, ມີທ່ານ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ
ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ວັນທີ 18 ມີນາຜ່ານມານີ້, ໂຮງໝໍບໍລິເວນ 107 ໄດ້ຈັດປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ່ 22 ມີນາ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ່ 21 ມີນາ ຄົບຮອບ 80 ປີ ໂດຍເປັນປະທານຂອງສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາຄະນະໜ່ວຍພັກ, ຫົວໜ້າພະແນກການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມຮັບຟັງ.
ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ພິທີສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈໍາປີ 2025 ແລະ ທິດທາງປີ 2026 ໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງໝໍມິດຕະພາບ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ເປັນປະທານຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີບັນດາທ່ານ ຄະນະກົມ, ຄະນະອໍານວຍການ, ຄະນະສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກ, ພະນັກງານແພດໝໍ ແລະ ວິຊາການພາຍໃນໂຮງໝໍເຂົ້າຮ່ວມ.
ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ນວ ປະຈຳປີ 2025 ແລະ ທິດທາງປີ 2026 ໃນວັນທີ 12 ມີນານີ້ ທີ່ພະແນກສາທາລະນະສຸກ ນວ ໃຫ້ກຽດເປັນປະທານຂອງທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກອ້ອມຂ້າງ ນວ, ຫ້ອງການສາທາລະນະສຸກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດ ການຫັນໂຮງໝໍເປັນເຈົ້າຕົນເອງທາງດ້ານງົບປະມານເທື່ອລະກ້າວ ຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນໜຶ່ງໂຮງໝໍລັດ ທີ່ໄດ້ຈັດຕັ້ງປະຕິບັດການຫັນໂຮງໝໍເປັນເຈົ້າຕົນເອງ ແມ່ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກໍລະກົດປີ 2022 ເປັນຕົ້ນມາ ໂດຍໄດ້ຮັບການມອບສິດການຈັດຕັ້ງ, ການບໍລິຫານ ແລະ ການບໍລິການ ອື່ນໆ ຂອງບັນດາໂຮງໝໍທີ່ໄດ້ຮັບອະນຸຍາດ. ຈາກນັ້ນ, ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບການຫັນຫົວໜ່ວຍໂຮງໝໍເປັນເຈົ້າຕົນເອງ ແລະ ໄດ້ມີການສຶກສາອັນໃດແດ່ ເປັນສິ່ງທີ່ມີພາຍໃນໂຮງໝໍ ແລະ ອັນໃດສາມາດເຮັດໄດ້ໄວ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ຄວາມຍືນຍົງຮັບໃຊ້ສັງຄົມ. ມາຮອດປັດຈຸ ບັນ ເຫັນວ່າການພັດທະນາຄຸນນະພາບຂອງໂຮງໝໍມິດຕະພາບມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ.
ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມລິເລີ່ມການພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນດ້ານການເງິນສາທາລະນະສຸກ ແລະ ເສດຖະສາດສາທາລະນະສຸກ ພ້ອມທັງການພິຈາລະນາເຊື່ອມສານເນື້ອໃນດັ່ງກ່າວເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ມວສ, ມີອົງການແຮງງານສາກົນ, ຜູ້ຕາງໜ້າຈາກອົງການ LOMWRU, CHAI, WHO, UNICEF, NITAG, HITAP, NUS, UNFPA, NIPH (Cambodia), KOFIH, ມີຄະນະບໍດີ-ຮອງຄະນະບໍດີ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ