ສື່ມວນຊົນເກັບກໍາຂ່າວ ການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ຢູ່ໂຮງໝໍແຂວງຊຽງຂວາງ

ສື່ມວນຊົນເກັບກໍາຂ່າວ ການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ ຢູ່ໂຮງໝໍແຂວງຊຽງຂວາງ

ທ່ານ  ວິລະເດດ ປຣະພາສິຣິ ຜູ້ອໍານວຍການໂຮງໝໍແຂວງຊຽງຂວາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ພະຈິກ ຜ່ານມາ ທີ່ໂຮງໝໍແຂວງຊຽງຂວາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ, ຝາກທ້ອງ, ວາງແຜນຄອບຄົວ ແລະ ການໃຫ້ຄຳປຶກສາສຸຂະພາບຈະເລີນພັນ ວ່າ: ໂຮງໝໍແຂວງຊຽງຂວາງ ມີສະຖານທີ່ຢູ່ 2 ຈຸດໃຫຍ່ຄື: ໂຮງໝໍເກົ່າ ໃຫ້ບໍລິການຄົນເຈັບນອນປິ່ນປົວພະຍາດຊຶມເຊື້ອ, ສຸຂະພາບຕາ ແລະ ໂຮງໝໍໃໝ່ ໃຫ້ບໍລິການທັງເຂດນອກ-ຄົນເຈັບນອນໂຮງໝໍ  ປັດຈຸບັນກະຊວງສາທາລະນະສຸກອະນຸມັດຕຽງນອນຄົນເຈັບ 100 ຕຽງ (ໃນຕົວຈິງ 200 ຕຽງ) ມີ 19 ໜ່ວຍງານ 1 ຕຶກພິເສດ ແລະ 1 ສູນຫົວໃຈ-ເສັ້ນເລືອດ ຊຶ່ງມີ 5 ພາລະບົດບາດຂອງໂຮງໝໍແຂວງຄື: 1.ບໍລິຫານຄຸ້ມຄອງ-ບໍລິການປິ່ນປົວ-ຟື້ນຟູໜ້າທີ່ການໃຫ້ຄົນເຈັບ, 2.ສຸຂະສຶກສາເພື່ອປ້ອງກັນ ແລະ ສົ່ງເສີມສຸຂະພາບ,3.ອົບຮົມ ແລະ ຊ່ວຍໃນການສ້າງພະນັກງານສາທາລະນະສຸກແຕ່ລະຂັ້ນ, 4. ຄົ້ນຄວ້າວິທະຍາສາດສາທາລະນະນະສຸກ ແລະ 5. ຕິດຕາມຊຸກຍູ້ຊ່ວຍໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ, ມີພະນັກງານລັດຖະກອນທັງໝົດ 233 ຄົນ ຍິງ 174 ຄົນ; ມີພະນັກງານອາສາສະໝັກ 29 ຄົນ ຍິງ 20 ຄົນ; ພະນັກງານຕາມສັນຍາ (ວຽກງານອະນາໄມ) 13 ຄົນ ຍິງ 12 ຄົນ.
ໃນໄລຍະຜ່ານມາໂຮງໝໍແຂວງໄດ້ບໍລິການທັງຄົນເຈັບເຂດນອກ ແລະ ນອນປິ່ນປົວ,   ໂຮງໝໍຖືເອົາຄົນເຈັບເປັນໃຈກາງ ໃນການກວດຄັດກອງ, ການປ້ອງກັນ-ສົ່ງເສີມໃຫ້ສຸຂະສຶກສາ, ໃຫ້ຄຳປຶກສາ ແລະ ປິ່ນປົວ ບັນຫາສຸຂະພາບຈະເລີນພັນ. ໃນນີ້ ໄດ້ເນັ້ນ ການວາງແຜນຄອບຄົວ, ພະຍາດລະບົບສືບພັນ ວຽກງານແມ່ ແລະ ເດັກ, ພະຍາດຕິດຕໍ່ໃນລະບົບສືບພັນ, ພະຍາດເອດ, ການທຳແທ້ງ ແລະ ພາວະແຊກຊ້ອນ ການກວດຄັດກອງພະຍາດມະເຮັງປາກມົດລູກ ແລະ ມະເຮັງເຕົ້ານົມ, ການມີລູກຍາກ, ການມີເພດສຳພັນໃນໄວໜຸ່ມ ແລະ ອື່ນໆ.
ທ່ານໄດ້ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາໂຮງໝໍແມ່ນໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ ໃນນັ້ນ ດ້ານອຸປະກອນ: ໄດ້ທຶນຈາກໂກຟີ, ອະນາໄມໂລກ, ໄຈກາ, ອຸຍນີເຊັບ ແລະ ອົງການຈັດຕັ້ງສາກົນອື່ນໆ ຊຶ່ງປະກອບມີ ເຄື່ອງຕິດຕາມຄົນເຈັບ, ເຄື່ອງເອໂກ, ຊຸດຊ່ວຍເກີດ, ຢາບໍາລຸງເລືອດ, ຢາຄຸມ ແລະ ຖົງຢາງອະນາໄມ; ພ້ອມນີ້ກໍມີ ທຶນອົບຮົມເຊັ່ນ: ການວາງແຜນຄອບຄົວ, ການຄັດກອງພະຍາດມະເຮັງປາກມົດລູກ ແລະ ມະເຮັງເຕົ້ານົມ, ການປ້ອງກັນພະຍາດຕິດຕໍ່ໃນລະບົບສືບພັນ ພະຍາດເອດ. ເພື່ອໃຫ້ການບໍລິການວຽກງານດີຂຶ້ນກວ່າເກົ່າ ທາງໂຮງໝໍ ໄດ້ເຮັດໂຄສະນາສຸຂະສຶກສາໃນຫຼາກຫຼາຍຮູບແບບ ແລະ ປະສານງານກັບທຸກສ່ວນທີ່ກ່ຽວຂ້ອງ ເນັ້ນການອົບຮົມຍົກລະດັບທາງດ້ານທິດສະດີ ແລະ ປະຕິບັດຕົວຈິງ ຢ່າງຕໍ່ເນື່ອງ, ຈັດຫາອຸປະກອນພື້ນຖານ ແລະ ທັນສະໄໝ ໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະໄລຍະ. ຄະນະການນຳຕະຫຼອດພະນັກງານທຸກຄົນໄດ້ສຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍ 5  ດີ 1 ພໍໃຈໃຫ້ນັບມື້ມີຄຸນນະພາບ ໂດຍເນັ້ນການຕິດຕາມຊຸກຍູ້ ແລະ ປະເມີນເປັນປະຈຳ ຕໍ່ເນື່ອງ.
ໃນໂອກາດດັ່ງກ່າວ ທ່ານຜູ້ອໍານວຍການໂຮງໝໍແຂວງຊຽງຂວາງ ຍັງໄດ້ຮຽກຮ້ອງເຖິງປະຊາຊົນ ທີ່ມາໃຊ້ບໍລິການກວດສຸຂະພາບ ແລະ ວຽກງານສຸຂະພາບຈະເລີນພັນ ວ່າ: ເພື່ອປ້ອງກັນບັນຫາທີ່ຈະເກີດຂຶ້ນກ່ຽວກັບສຸຂະພາບຈະເລີນພັນ ຈຶ່ງຂໍຄວາມຮ່ວມມືນໍາທຸກທ່ານ ຕ້ອງໄດ້ເອົາໃສ່ຕິດຕາມກວດສຸຂະພາບຂອງຕົນເອງ, ຄອບຄົວ ແລະ ຍາດພີ່ນ້ອງເປັນຕົ້ນ: ການກວດສຸຂະພາບປະຈໍາປີຢ່າງໜ້ອຍທຸກ 6 ເດືອນ ຫຼື 1 ປີ ເພື່ອປ້ອງກັນພະຍາດ ແລະ ປິ່ນປົວແກ້ໄຂໃຫ້ທັນເວລາ.ໃນການລົງຕິດຕາມເກັບກໍາຂໍ້ມູນຂອງສື່ມວນຊົນໃນຄັ້ງນີ້ ຊຶ່ງນໍາພາໂດຍສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA).
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ