ຖໍ້າພະ-ໜອງປາຝາ ແຫຼ່ງທ່ອງທ່ຽວທາງວັດທະນະທຳ 

ຖໍ້າພະ-ໜອງປາຝາ ແຫຼ່ງທ່ອງທ່ຽວທາງວັດທະນະທຳ 
ໂດຍ: ກອງຄຳ
  ຖໍ້າພະ-ໜອງປາຝາ ຕັ້ງຢູ່ບ້ານນາຂ້າງຊ້າງ ຫ່າງຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ໄປທາງທິດຕາເວັນອອກ 14 ກິໂລແມັດ, ຖໍ້າພະ-ໜອງປາຝາ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ, ພາຍໃນຖໍ້າມີພະພຸດທະຮູບ ຈຳນວນຫຼາຍເຖິງ 229 ອົງ ທີ່ມີອາຍຸເກົ່າແກ່ກວ່າ 600 ປີ. ສ່ວນຢູ່ໜ້າຖໍ້າມີໜອງນໍ້າທີ່ສວຍງາມ ແລະ ໃນໜອງນໍ້າດັ່ງກ່າວຊາວບ້ານເຄີຍເຫັນປາຝາໃຫຍ່ລອຍຂຶ້ນຢູ່ເທິງໜ້ານໍ້າ. ສະນັ້ນ, ເພິ່ນຈຶ່ງໃສ່ຊື່ວ່າ: ຖ້ຳພະ-ໜອງປາຝາ.
   ບໍລິເວນຖໍ້າພະ-ໜອງປາຝາ ແມ່ນຖໍ້າສອງຊັ້ນຢອງກັນຢູ່ ຊຶ່ງຊັ້ນທີ່ຢູ່ຂ້າງເທິງແມ່ນຖໍ້າແຫ້ງທີ່ມີພະພຸດທະຮູບຂະໜາດໃຫຍ່ ແລະ ນ້ອຍ ເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນບັນໄດ. ສ່ວນຖ້ຳທີ່ຢູ່ດ້ານລຸ່ມແມ່ນຖ້ຳທີ່ມີສາຍນ້ຳ ຈາກໜອງປາຝາ ໄຫຼຜ່ານຈາກໃນຖໍ້າທະລຸອອກມາຫາປາກຖໍ້າດ້ານນອກ, ຖ້ຳທັງສອງນີ້ມີຄວາມຍາວປະມານ 200 ແມັດ ຊຶ່ງເປັນຖ້ຳທີ່ມີຄວາມສວຍງາມໄປດ້ວຍຫີນຍ້ອຍຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ຢັ່ງຢາຍກັນຢູ່ເປັນຍ່ານ.
ລຸງ ບຸນນົງ ຜູ້ມີອາຍຸໄວກາງຄົນ ແລະ ມີຕົ້ນກຳເນີດຢູ່ບ້ານທ່າແຄ ເມືອງທ່າແຂກ ແຕ່ໄປຕັ້ງຫຼັກປັກຖານຢູ່ບ້ານນາຂ້າງຊ້າງ, ເປັນຜູ້ໜຶ່ງທີ່ມີຄວາມມັກໄປຊອກຫາຈັບເຈຍມາເປັນເປັນອາຫານ, ລາວມັກໄປໆມາໆລະຫວ່າງບ້ານທ່າແຄ ແລະ ບ້ານນາຂ້າງຊ້າງ ເພາະເປັນເຂດທຳມາຫາກິນຂອງລາວ, ເສັ້ນທາງບ້ານຕໍ່ບ້ານນີ້ກໍ່ມໜ່ວຍຜາມີຖໍ້າຫຼາຍບ່ອນ, ການໄປມາແຕ່ລະເທື່ອ ລຸງ ບຸນນົງ ຈຶ່ງມີພາຫານະຈັບເຈຍຕິດຕົວໄປນຳບໍ່ຂາດ, ການພົບເຫັນພະພຸດທະຮູບຈຳນວນຫຼາຍໄດ້ເລີ່ມຕົ້ນຂຶ້ນໃນຍາມໃກ້ຈະຄໍ່າ, ຝຸງເຈຍມັກບິນເຂົ້າ-ອອກໃນຖໍ້າ, ໃນກາງເດືອນ 5 ຂອງວັນທີ 16 ປີ 2004 ລຸງ ບຸນນົງ ຈຶ່ງປີນຂຶ້ນບ່ອນອຸບມຸງຖໍ້າທີ່ແນມເຫັນເຈຍຝຸງໃຫຍ່ບິນເຂົ້າ-ອອກນັ້ນ, ປາກຖໍ້າສູງຈາກພື້ນດິນ ປະມານ 20 ກວ່າແມັດ, ຍ້ອນຄວາມຊິນເຄີຍໃນການປີນໜ້າຜາຢ່າງສໍານິຊຳນານ ຫຼັງຈາກທີ່ ລຸງ ບຸນນົງ ປີນຂຶ້ນຮອດ ຈຶ່ງພົບເຫັນພຣະພຸດທະຮູບພາຍໃນຖໍ້າເປັນຈຳນວນຫຼາຍອົງ ຊຶ່ງເປັນນິມິດໝາຍອັນດີໃນການສັກກະລະບູຊາ, ເມື່ອຊາວບ້ານນາຂ້າງຊ້າງ ແລະ ອົງການຈັດຕັ້ງບ້ານ ໄດ້ຮັບຂ່າວອັນເປັນມະຫາມຸງຄຸນຈາກ ລຸງ ບຸນນົງ ແລ້ວກໍລາຍງານອົງການຈັດຕັ້ງ ແລ້ວພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມພຽງກັນໄປທຳພິທີຄາລະວະບູຊາ ແລະ ປົກປັກຮັກສາວັດຖຸບູຮານອັນລໍ້າຄ່ານີ້ໄວ້ໃນສະຖານທີ່ດັ່ງເດີມ.
ປັດຈຸບັນ ເສັ້ນທາງເຂົ້າຫາຖໍ້າພະບ້ານນາຂ້າງຊ້າງ ໄດ້ມີການປັບປຸງປົວແປງໃຫ້ມີຄວາມສະດວກສະບາຍ ແລະ ສາມາດທຽວໄດ້ທັງສອງລະດູ. ນອກຈາກນັ້ນພື້ນຖານໂຄງລ່າງບໍລິເວນເຂດຖໍ້າຍັງມີການຈັດສັນຢ່າງເປັນລະບົບລະບຽບຈົບງາມ, ມີຕະຫຼາດຊຸມຊົນ, ມີອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກໍາພື້ນບ້ານ ສຳລັບບໍລິການແຂກນັກທ່ອງທ່ຽວທີ່ມາຢ້ຽມຊົມສະຖານທີ່ທ່ອງທ່ຽວແຫ່ງນີ້ອີກດ້ວຍ.
ຂໍ້ມູນຈາກ: ຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຄຳມ່ວນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ