ແລະສົ່ງເສີມການນຳໃຊ້ຫຼອດດູດພາສຕິກ.
ໃນວັນທີ 10 ກຸມພາ ຜ່ານມາ, ທີ່ທຳນຽບຂາວ ປະທານາທິບໍດີສະຫະລັດ ອາເມຣິກາ ລົງນາມໃນຄຳສັ່ງເກັບພາສີອາກອນ ເຫຼັກ ແລະ ອາລູມີນຽມທັງໝົດທີ່ນໍາເຂົ້າຈາກຕ່າງປະເທດໃນອັດຕາ 25% ຕາມທີ່ໄດ້ກ່າວໄວ້ແລ້ວ.
ທ່ານ ທຣໍາຍັງໄດ້ລົງນາມໃນຖະແຫຼງການ ຊຶ່ງລະບຸວ່າ: ການຍົກເວັ້ນຕ່າງໆທີ່ມີຕໍ່ການເກັບພາສີນໍາເຂົ້າເຫຼັກແລະອາລູມິນຽມ ຊຶ່ງອະດີດປະທານາທິບໍດີ ໂຈ ໄບເດນ ເປັນຜູ້ອະນຸມັດຈະຖືກຍົກເລີກເຊັ່ນກັນ.
ນອກຈາກນັ້ນ, ທ່ານ ທຣໍາ ຍັງໄດ້ລົງນາມໃນຄໍາສັ່ງບໍລິຫານອື່ນໆ. ລວມທັງຄໍາສັ່ງເພື່ອແນໃສ່ສົ່ງເສີມການນໍາໃຊ້ຫຼອດດູດພາສຕິກແທນຫຼອດດູດເຈ້ຍ. ໂດຍທ່ານກ່າວຕໍ່ນັກຂ່າວໃນຂະນະທີ່ລົງນາມໃນເອກະສານວ່າ: ພວກເຮົາຈະກັບຄືນໄປໃຊ້ຫຼອດດູດພາສຕິກ ແລະ ບໍ່ຄິດວ່າພາສຕິກຈະມີຜົນກະທົບຕໍ່ປາສະຫຼາມ. ເພາະມັນກິນໄປທົ່ວມະຫາສະໝຸດ ແລະ ທ່ານກໍາລັງພິຈາລະນາອັດຕາພາສີລົດ, ຢາປົວພະຍາດ ແລະຊິບຄອມພິວເຕີ ດ້ວຍ.
ຄໍາເຫັນ