ທ່ານ ນາງ ແທມມີ້ ດັກຫວອດສະມາຊິກວຸດທິສະພາ ອາເມຣິກາ ພ້ອມດ້ວຍຄະນະຢ້ຽມຢາມເມືອງວັງວຽງ

ທ່ານ ນາງ ແທມມີ້ ດັກຫວອດສະມາຊິກວຸດທິສະພາ ອາເມຣິກາ ພ້ອມດ້ວຍຄະນະຢ້ຽມຢາມເມືອງວັງວຽງ

ໃນໂອກາດການຢ້ຽມຢາມທີ່ສະຖານທີ່ຖໍ້າປູຄຳ ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 16 ກໍລະກົດ 2024, ທ່ານ ນາງ ແທມມີ້ ດັກຫວອດ ສະມາຊິກວຸດທິ ສະພາ ສ ອາເມຣິກາພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ, ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານນາທອງ ເມືອງວັງວຽງ.

ໃນໂອກາດດັ່ງກ່າວ, ທ່ານ ທອງດຳ ພີມມະສອນ ເລຂາພັກບ້ານນາຍບ້ານນາທອງ ໄດ້ລາຍງານກ່ຽວກັບການຄຸ້ມຄອງ, ບໍລິຫານກິດຈະກຳ ແລະ ການບໍລິການແຂກທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວຖ້ຳປູຄຳ ຫຼັງຈາກນັ້ນທ່ານພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການກໍ່ສ້າງໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 w03 ແລະ w04 ຢູ່ພາກສະໜາມຄື: ການປັບປຸງກໍ່ສ້າງທາງເບຕົງເຂົ້າຫາສະຖານທີ່ທ່ອງທ່ຽວນ້ຳຕົກຕາດແກ້ງຍຸຍ, ຂົວຂ້າມນ້ຳຊອງ ແຫ່ງທີ 2, ເສັ້ນທາງປູຢາງ 2 ຊັ້ນໄປຫາສະຖານທີ່ທ່ອງທ່ຽວເບື້ອງຕາເວັນຕົກຂອງສາຍນ້ຳຊອງ ຫຼື ເອີ້ນວ່າ ທາງວົງແຫວນ ແລະ ການປັບປຸງກໍ່ສ້າງສະໜາມຂີ້ເຫຍື້ອບ່ອນເກົ່າໃຫ້ເປັນລະບົບທີ່ທັນສະໄໝ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ເພື່ອປຶກສາຫາລື ແລກປ່ຽນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ

(ຂ່າວ: ຖວທ ເມືອງວັງວຽງ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ໂດຍ: ວັນເພັງ ພູຜາມ່ານ (The rock viewpoint)ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດພູຫີນປູນທີ່ສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຊີວະນາໆພັນທັງເປັນແຫຼ່ງທ່ອງທ່ຽວທີ່ເໝາະສໍາລັບນັກທ່ອງທ່ຽວທີ່ມັກຮັກໃນການພະຈົນໄພ,
ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ແຂວງຫຼວງນໍ້າທາ ມີຄວາມພາກພູມໃຈ ທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ, ນອກຈາກຫ້ອງນໍ້າສາທາລະນະສະອາດ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ
3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຝຶກອົບຮົມການທ່ອງທ່ຽວລະຫວ່າງສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ບໍລິສັດພັດທະນາເສດຖະກິດສາກົນແພນ-ແມ່ນໍ້າຂອງ (ລາວ)
ເພີ່ມເຕີມ