ທ່ານ ໂຕເລິມ ຮຽກຮ້ອງຂະແໜງການເມືອງພາຍໃນຕ້ອງຍົກລະດັບວຽກງານເສນາທິການຍຸດທະສາດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະ ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ.
ທ່ານ ໂຕເລິມ ກ່າວຄຳເຫັນໃນພິທີວ່າ: ວຽກງານການເມືອງພາຍໃນແມ່ນຂົງເຂດຫຼັກແຫຼ່ງ ເພື່ອແນໃສ່ປົກປັກຮັກສາພັກ, ປົກປັກຮັກສາລະບອບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຂອງປະຊາຊົນ.
ທ່ານຊີ້ແຈ້ງວ່າ: ຕ້ອງຍູ້ແຮງວຽກງານເປັນເສນາທິການ, ຫັນປ່ຽນຢ່າງແຮງກວ່າເກົ່າ, ມີປະສິດທິຜົນກວ່າເກົ່າ, ຍືນຍົງກວ່າເກົ່າໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ້ນເບື້ອງ, ໄພຫຍໍ້ທໍ້. ນີ້ແມ່ນໜ້າທີ່ຍຸດທະສາດ, ຍາວນານ, ຕ້ອງດຳເນີນດ້ວຍຄວາມມານະອົດທົນ, ເປັນປະຈຳ, ຕໍ່ເນື່ອງ, ບໍ່ຢຸດຢັ້ງ ແລະ ບໍ່ເຮັດຕາມແບບກະແສຂະບວນການຢ່າງເດັດຂາດ.
ຄໍາເຫັນ