ຖວທແຂວງຫຼວງພະບາງແລະເມືອງຈອມເພັດຫາລືເພື່ອຮອງຮັບເປັນເມືອງທ່ອງທ່ຽວສະອາດອາຊຽນ

ຖວທແຂວງຫຼວງພະບາງແລະເມືອງຈອມເພັດຫາລືເພື່ອຮອງຮັບເປັນເມືອງທ່ອງທ່ຽວສະອາດອາຊຽນ
ເມື່ອບໍ່ດົນມານີ້ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມການປຶກສາຫາລື ແລະກະກຽມປະກາດຮັບຮອງເອົາເມືອງຈອມເພັດ ເປັນເມືອງທ່ອງທ່ຽວ ສະອາດອາຊຽນ ໂດຍມີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຖວທ ແຂວງ, ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ, ມີວິຊາການຂະແໜງການທ່ອງທ່ຽວແຂວງ, ມີພະນັກງານ ຖວທ ເມືອງ ແລະບັນດາຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍນາຍບ້ານ 7 ບ້ານ ເຂົ້າຮ່ວມ.
  ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ການຈັດຕັ້ງປະຕິບັດ ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ໃນໄລຍະຜ່ານມາແຂວງຫຼວງພະບາງ ສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວ ທັງໝົດ 36 ລາງວັນ, ໃນນີ້, ສຳລັບມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ນະຄອນ-ຫຼວງພະບາງ ສາມາດຍາດໄດ້ 2 ຄັ້ງ (2018-2020, 2021-2023)  ແລະສຳລັບເມືອງຈອມເພັດ: ໄດ້ມີການຈັດກອງປະຊຸມເຜີຍແຜ່, ທົດລອງປະເມີນ ແລະ ກຳນົດໜ້າວຽກປັບປຸງເມືອງຈອມເພັດໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະຜ່ານປະເມີນມາດຕະຖານ 7 ຕົວຊີ້ວັດຫຼັກ ຄື: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການຈັດການສິ່ງເສດເຫຼືອ, ການປູກຈິດສໍານຶກຮັກສາສິ່ງແວດລ້ອມ ແລະຄວາມສະອາດ, ພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ ຄວາມປອດໄພ ແລະຄວາມສະຫງົບໃນຕົວເມືອງ, ໂຄງລ່າງພື້ນຖານ ແລະສິ່ງອໍານວຍຄວາມສະດວກການທ່ອງທ່ຽວ ຕາມມາດຖານ 100% ເຫັນວ່າສາມາດບັນລຸໄດ້ 73,14%ຊຶ່ງໄດ້ກວມເອົາ 7 ບ້ານເທດສະບານເມືອງຈອມເພັດ ເຊັ່ນ: ບ້ານຊຽງແມນ, ນາທ່າ, ບ້ານຈ່ານເໜືອ, ບ້ານຈ່ານໃຕ້, ບ້ານໂພລາດ, ບ້ານບວມເລົາ ແລະບ້ານປາກຫຼືງ ຕາມເສັ້ນທາງ 4B ແຕ່ບ້ານທ່າເຮືອ ໄປຮອດແຫຼ່ງທ່ອງທ່ຽວຕາດຮ້ອຍ ແຕ່ເມື່ອທຽບໃສ່ບັນດາມາດຖານເງື່ອນໄຂ ຂອງເມືອງທ່ອງທ່ຽວສະອາດອາຊຽນແລ້ວເຫັນວ່າຍັງມີບັນຫາທີ່ອົງການປົກເມືອງ ແລະບ້ານທີ່ຕ້ອງໄດ້ສືບຕໍ່ປັບໃຫ້ໄດ້ຕາມມາດຕະຖານ ເປັນຕົ້ນແມ່ນແກ້ໄຂການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມ ແລະຄຸນນະພາບຂອງນໍ້າ, ການຄຸ້ມຄອງຫ້ອງນໍ້າສາທາລະນະ, ການຄຸ້ມຄອງຕະຫຼາດຊຸມຊົນ ເນື່ອງຈາກວ່າຍັງມີຂີ້ເຫຍື້ອຊະຊາຍ, ການອະນາໄມ ຢູ່ຕາມສະຖານທີ່ສາທາລະນະ ແລະ ການເກັບມ້ຽນສິ່ງເສດເຫຼືອຍັງບໍ່ເປັນລະບົບ. ມີການປ່ອຍນໍ້າເປື້ອນຈາກຜູ້ປະກອບການ ແລະ ຄົວເຮືອນລົງສູ່ແມ່ນໍ້າຂອງໂດຍກົງ. ການປູກຈິດສຳນຶກການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດໃຫ້ແກ່ສັງຄົມ ແລະ ນັກຮຽນ ຍັງບໍ່ກວ້າງຂວາງ ແລະ ເປັນປົກະຕິ. ຍັງບໍ່ທັນມີສວນສາທາລະນະ ຫຼື ພື້ນທີ່ສາທາລະນະ ສຳລັບນັກທ່ອງທ່ຽວ ແລະປະຊາຊົນທ້ອງຖິ່ນ ເພື່ອພັກຜ່ອນຢ່ອນໃຈ ຫຼື ຈັດກິດຈະກຳຕ່າງໆ;  ຄວາມປອດໄພທາງດ້ານສຸຂະພາບ ແລະ ຄວາມສະຫງົບ: ການກວດກາຄຸນນະພາບ ແລະ ຄວາມສະອາດຂອງຮ້ານອາຫານ ແລະ ຮ້ານຂາຍເຄື່ອງດື່ມຕ່າງໆ. ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ: ອ່າງບຳບັດນໍ້າເປື້ອນຍັງບໍ່ທັນມີ.
    ໂອກາດດັ່ງກ່າວ ທ່ານ ນາງ ສຸດາພອນ ຄົມທະວົງ ຍັງໄດ້ຮຽກຮ້ອງ ແລະເນັ້ນໃຫ້ທຸກພາກສ່ວນ ແລະບັນດາບ້ານທີ່ນອນຢູ່ໃນເປົ້າໝາຍ ຈົ່ງເອົາໃຈໃສ່ການປັບປຸງແກ້ໄຂບັນຫາຕ່າງໆ ທີ່ຍັງຄ້າງຄາໃຫ້ບັນລຸຕາມບັນດາມາດຕະຖານ ເງື່ອນໄຂເມືອງທ່ອງທ່ຽວສະອາດອາຊຽນ, ເນັ້ນໃຫ້ບັນດາຄອບຄົວເປັນເຈົ້າການຮັກສາຄວາມສະອາດ ແລະຄຸ້ມຄອງສັດລ້ຽງ ເປັນຕົ້ນແມ່ນງົວ, ຄວາຍ ແລະແບ້ ບໍ່ໃຫ້ປ່ອຍຊະຊາຍຕາມເສັ້ນທາງຫຼວງ ມັນສ້າງຄວາມບໍ່ສະອາດ ແລະຄວາມບໍ່ປອດໄພນັກທ່ອງທ່ຽວ ຊຶ່ງພິທີການປະກາດຮັບຮອງ ແລະມອບລາງວັນ ໃຫ້ເມືອງຈອມເພັດເປັນເມືອງທ່ອງທ່ຽວສະອາດອາຊຽນ ຈະໄດ້ຈັດຂຶ້ນໃນເດືອນມັງກອນ 2024 ຈະມາເຖິງນີ້.
ຂ່າວ-ພາບ: ເພັດສາຄອນ ສິມມະວົງ

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ