ທຶນ FDI ລົງທຶນເຂົ້າ ຫວຽດນາມ ບັນລຸຫຼາຍກວ່າ 25,76%

ທຶນ FDI ລົງທຶນເຂົ້າ ຫວຽດນາມ ບັນລຸຫຼາຍກວ່າ 25,76%
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ໄລ່ຮອດວັນທີ 20 ຕຸລາ ຜ່ານມາ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນ, ຊື້ທຶນເຂົ້າ ຫວຽດນາມ ບັນລຸຫຼາຍກວ່າ 25,76% ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນ. ໃນນັ້ນ, ມີຫຼາຍກວ່າ 2.600 ໂຄງການໃໝ່ໄດ້ຮັບໃບທະບຽນການລົງທຶນ, ເພີ່ມຂຶ້ນ 66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ຂ່າວລະບຸວ່າ: ກ່ຽວກັບຂະແໜງການ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 18/21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ນຳໜ້າຍອດເງິນລົງທຶນແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ. ຖັດຈາກນັ້ນແມ່ນບັນດາຂະ ແໜງອະສັງຫາລິມະຊັບ, ການເງິນ-ທະນາຄານ, ການຂາຍສົ່ງ - ຂາຍຍ່ອຍ.
ກ່ຽວກັບຄູ່ຮ່ວມມືລົງທຶນ, ໃນ 10 ເດືອນຂອງປີ 2023, ມີ 108 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ. ໃນນັ້ນ, ສິງກະໂປ ນຳໜ້າກ່ຽວກັບຍອດຈຳນວນເງິນລົງທຶນ, ດ້ວຍຈຳນວນ 4,65 ຕື້ໂດລາ, ສ ເກົາຫຼີ ແມ່ນອັນດັບທີ 2, ຮົງກົງ (ຈີນ) ອັນດັບທີ 3, ຖັດມາແມ່ນ ຈີນ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ).
ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 55 ແຂວງ, ນະຄອນ. ແຂວງກວາງນິງ ນຳໜ້າກ່ຽວກັບການດຶງດູດເງິນລົງທຶນ, ຫາຍຟ່ອງ ອັນດັບທີ 2, ຖັດມາແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ, ບັກຢາງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ກຸມພາ ຜ່ານມາວ່າ: ບົດລາຍງານຈາກມະຫາວິທະຍາໄລ Nova Lisbon ຂອງປອກຕຸຍການ ຊຶ່ງໄດ້ເຜີຍແຜ່ໃນໂອກາດສະເຫຼີມສະຫຼງວັນສາກົນ ເພື່ອການສົ່ງເສີມອິນເຕີເນັດທີ່ປອດໄພ (Safer Internet Day) ລະບຸວ່າ: ປະມານ 85% ຂອງເດັກນ້ອຍ ແລະ ໄວໜຸ່ມອາຍຸລະຫວ່າງ 9-17 ປີໃນປອກຕຸຍການໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI) ໃນເດືອນທີ່ຜ່ານມາ ສູງກວ່າລະດັບສະເລ່ຍຂອງເອີຣົບ 10 ຈຸດ.
CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຄຳເວົ້າທີ່ວ່າ “ກາຍເປັນຄົນຈີນ” ໄດ້ສ້າງກະແສນິຍົມທາງອິນເຕີເນັດ, ບຸນກຸດຈີນທີ່ຈະໝູນວຽນມາເຖິງນີ້ຈະກາຍເປັນໂອກາດສຳຄັນສຳລັບຊາວເນັດຕ່າງປະເທດຈະໄດ້ຮັບຮູ້ກ່ຽວກັບປະເທດຈີນ .ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດຄວາມເຫັນຂອງຊາວເນັດທົ່ວໂລກກ່ຽວກັບບຸນກຸດຈີນ ໂດຍໄດ້ຮັບຜົນດັ່ງນີ້:
ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ຫ້ອງການບໍລິການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ: ເດືອນມັງກອນ 2026 ແມ່ນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ ແລະ ພົບອຸນຫະພູມທີ່ແຕກຕ່າງກັນຮຸນແຮງລະຫວ່າງສອງຊີກໂລກ. ໂດຍອຸນຫະພູມສະເລ່ຍທົ່ວໂລກແມ່ນ 12.95 ອົງສາ, ຕໍ່າກວ່າສະຖິຕິສູງສຸດໃນເດືອນມັງກອນ 2025 ຢູ່ 0.28 ອົງສາ, ແຕ່ຍັງຄົງເປັນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ເທົ່າທີ່ເຄີຍມີການບັນທຶກໄວ້.
ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ກຸມພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ, ທ່ານໄດ້ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ ກາຍເປັນກຳລັງໜູນ ແລະ ເປັນບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.
ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ຂ່າວສານຊີອາໄອລາຍງານວ່າ: ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ 2026, ພາ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ຄັ້ງ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ ຊຶ່ງ​ເຮັດ​ໃຫ້​ໂຮ​ງ​ງານ​ຜະ​ລິດ​ແຜ່ນ​ຊິບ​ຢຸດ​ການ​ຜະ​ລິດ, ລາ​ຄາ​ຂອງ​ໂທ​ລະ​ສັບ​ມື​ຖື​​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ.
ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ກະຊວງກະສິກຳຂອງຟີລິບປິນໄດ້ເປີດເຜີຍວ່າ, ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງຢ່າງຫຼວງຫຼາຍໃນເດືອນທັນວາ 2025. ເນື່ອງຈາກການສົ່ງອອກສິນຄ້າກະສິກຳເພີ່ມສູງຂຶ້ນ, ໂດຍສະເພາະແມ່ນໝາກໄມ້ເຂດຮ້ອນ ແລະ ຄຽງຄູ່ກັບການຫຼຸດລົງຂອງການນຳເຂົ້າ.
ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກຸມພາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ ເກົາຫຼີ (KDCA) ເປີດເຜີຍວ່າ: ອັດຕາສ່ວນປະຊາກອນ ສ ເກົາຫຼີ ທີ່ບໍລິໂພກນໍ້າຕານຫຼາຍເກີນໄປ ມີທ່າອ່ຽງເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ໂດຍສ່ວນໃຫຍ່ແມ່ນຍ້ອນການບໍລິໂພກເຄື່ອງດື່ມທີ່ລົດຊາດຫວານ.
ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ບົດຄວາມທີ່ເຜີຍແຜ່ຫວ່າງມໍ່ໆມານີ້, ໂດຍສຳນັກງານປະຊາສຳພັນ (PIB) ຊຶ່ງເປັນອົງການປະຊາສຳພັນຂອງລັດຖະບານອິນເດຍລະບຸວ່າ: ອິນເດຍວາງແຜນທີ່ຈະມີຄວາມສາມາດໃນການອອກແບບ ແລະ ຜະລິດຊິບໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດເຖິງເກືອບ 70-75% ພາຍໃນປີ 2029.
ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ຂ່າວສານຊີອາໄອລາຍງານໃນວັນທີ 9 ກຸມພາ ຜ່ານມາວ່າ: ອີງຕາມຜົນການນັບຄະ​ແນນ​ສຽງຫຼ້າສຸດໃນການເລືອກຕັ້ງສະ​ພາ​ຕ່ຳ​ຍີ່ປຸ່ນທີ່ຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມານີ້, ພັກ​ລັດ​ຖະ​ບ​ານປະ​ສົມທີ່ປະກອບດ້ວຍ ພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ຟື້ນ​ຟູຍີ່ປຸ່ນ ໄດ້ຮັບບ່ອນ​ນັ່ງຜູ້ແທນ​ເກີນເຄິ່ງໜຶ່ງ​.
ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດ, ທ່ານ ສູນີງໆ ປະທານຄະນະກຳມະການການຮ່ວມມືດ້ານອຸດສາຫະກຳຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຫົວໜ້າຜູ້ຊ່ຽວຊານດ້ານການຄ້າລະຫວ່າງຈີນ-ອາຊຽນ ກ່າວວ່າ: ຈີນຄອງຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນປັນເວລາ 17 ປີລຽນຕິດແລ້ວ, ສ່ວນອາຊຽນກໍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ໂດຍສະເພາະ, ໃນປີ 2025, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ອາຊຽນບັນລຸ ຫຼາຍກວ່າ 1,000 ຕື້ໂດລາ, ເພີ່ມຂຶ້ນ 7.4%.
ເພີ່ມເຕີມ