ວັກຊິນປ້ອງກັນໂຄວິດ-19 ມີຄວາມປອດໄພ ສຳລັບທຸກຄົນ

ວັກຊິນປ້ອງກັນໂຄວິດ-19 ມີຄວາມປອດໄພ ສຳລັບທຸກຄົນ
ໂດຍ: ວັນເພັງ
ສັກວັກຊິນປ້ອງກັນໂຄວິດ-19 ມີຄວາມປອດໄພ ສຳລັບທຸກຄົນ ເປັນຕົ້ນກຸ່ມຄົນທີ່ມີຄວາມ       ສ່ຽງ, ຜູ້ທີ່ມີພະຍາດຊໍາເຮື້ອຕ່າງໆ ແລະ ກຸ່ມຄົນທີ່ມີອາຍຸ 5 ປີຂຶ້ນໄປ ຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດດັ່ງກ່າວ ເນື່ອງຈາກວ່າວັກຊິນຍັງມີປະສິດທິພາບ ແລະ ປະສິດທິຜົນ. ເມື່ອໄດ້ສັກວັກຊິນປ້ອງກັນພະຍາດດັ່ງກ່າວແລ້ວຈະຊ່ວຍໃຫ້ບໍ່ເຈັບເປັນຮຸນແຮງ ແລະ ເສຍຊີວິດ.
ທ່ານ ກອງໄຊ ພູນແພງຮັກ ຫົວໜ້າຂະແໜງກັນພະຍາດດ້ວຍວັກຊິນ ກະຊວງສາທາລະນະສຸກ ໄດ້ເປີດເຜີຍໃຫ້ຮູ້ວ່າ:  ປັດຈຸບັນ ສປປ ລາວ ເຖິງແມ່ນວ່າການລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດລົງຫຼາຍແລ້ວ ການສັກວັກຊິນປ້ອງກັນໂຄວິດ-19 ຍັງມີຄວາມຈຳເປັນ ໂດຍສະເພາະກຸ່ມຄົນທີ່ມີເປົ້າໝາຍ ອາຍຸແຕ່ 5 ປີ ຂຶ້ນໄປ ຕ້ອງໄດ້ສັກວັກຊິນປ້ອງກັນພະຍາດດັ່ງກ່າວ. ໃນນັ້ນ, ກຸ່ມຄົນທີ່ມີຄວາມສ່ຽງເຊັ່ນ: ຜູ້ທີ່ເປັນພະຍາດເບົາຫວານ, ພະຍາດຫົວໃຈ, ຄວາມດັນເລືອດສູງ, ເປັນມະເຮັງ, ເປັນພະຍາດ HIV, ພະຍາດເອດ, ພະຍາດວັນນະໂຣກ, ຜູ້ສູງອາຍຸ, ແມ່ຍິງຖືພາ, ຄົນພິການ ເປັນຕົ້ນ ຊຶ່ງກຸ່ມຄົນດັ່ງກ່າວ ຖ້າຫາກຕິດພະຍາດໂຄວິດ-19 ແລ້ວ ຈະມີໂອກາດເຈັບເປັນຮຸນແຮງ ແລະ ເສຍຊີວິດສູງກ່ວາຄົນທົ່ວໄປ. ສະນັ້ນ, ຈໍາເປັນຕ້ອງໄດ້ສັກວັກຊິນປ້ອງກັນໂຄວິດ-19.
ສຳລັບການສັກວັກຊິນປ້ອງກັນໂຄວິດ-19 ມີກຸ່ມຄົນຈໍານວນໜຶ່ງຍັງກັງວົນໃຈ, ລັ່ງເລຍ້ອນຄິດວ່າເມື່ອສັກວັກຊິນເຂົ້າໄປຈະເປັນອັນຕະລາຍຕໍ່ສຸຂະພາບ ຫຼື ເສຍສຸຂະພາບ. ພ້ອມນັ້ນ, ແມ່ຍິງຖືພາບາງຄົນກໍຄິດວ່າຈະມີຜົນກະທົບຕໍ່ລູກນ້ອຍໃນທ້ອງ ແລະ ອື່ນໆ.
ຕາມຫຼັກວິທະຍາສາດ ແລະ ການຢັ້ງຢືນຈາກອົງການອະນາໄມໂລກໃຫ້ຮູ້ວ່າ:  ແມ່ຍິງຖືພາທີ່ທີ່ໄດ້ຮັບວັກຊິນ ແມ່ນຈະເປັນການດີ ເພາະວ່າຖ້າແມ່ຍິງຖືພາຫາກຕິດພະຍາດໂຄວິດ-19 ຈະມີໂອ ກາດລຸລູກ, ມີຄວາມສ່ຽງເຈັບເປັນ ແລະ ເສຍຊີວິດກວ່າຄົນທົ່ວໄປ. ດັ່ງນັ້ນ, ການສັກວັກຊິນຈະຊ່ວຍໃຫ້ແມ່ ແລະ ລູກນ້ອຍໃນທ້ອງມີຄວາມປອດໄພ. ພ້ອມນັ້ນ, ຜູ້ສູງອາຍຸເທົ່າໃດຍິ່ງມີພູມຄຸ້ມກັນຕໍ່າ ຈຶ່ງສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ພະຍາດອື່ນໆ ຈໍາເປັນຕ້ອງໄດ້ສັກວັກຊິນປ້ອງກັນພະ ຍາດດັ່ງກ່າວ. ໃນນັ້ນ, ຜູ້ທີ່ມີພະຍາດຊຶມເຊື້ອ ໂດຍສະເພາະຜູ້ທີ່ເປັນພະຍາດວັນນະໂຣກ, ເປັນພະຍາດເອດ, ພະຍາດ HIV ກຸ່ມຄົນດັ່ງກ່າວ ມີຄວາມສ່ຽງສູງ ຖ້າຫາກວ່າຕິດພະຍາດໂຄວິດ-19 ຈະເຈັບເປັນຮຸນແຮງ ແລະ ເສຍຊີວິດໄດ້ ກວ່າຄົນປົກກະຕິທົ່ວໄປເຊັ່ນກັນ. ວັກຊິນປ້ອງກັນໂຄວິດ-19 ມີຄວາມປອດໄພສູງ. ເພາະວ່າວັກຊິນດັ່ງກ່າວ ເປັນວັກຊິນທີ່ມີເຊື້ອຕາຍບໍ່ແມ່ນວັກຊິນເຊື້ອເປັນ. ສະນັ້ນ, ທຸກຄົນສາມາດສັກໄດ້ ຈະບໍ່ມີຜົນກະທົບໃດໆຕໍ່ສຸຂະພາບ.
ທ່ານ ກອງໄຊ ພູນແພງຮັກ ໃຫ້ຮູ້ຕື່ມວ່າ: ປັດຈຸບັນລັດຖະບານ ມີວັກຊິນພຽງພໍໃຫ້ການບໍລິການແກ່ກຸ່ມເປົ້າໝາຍດັ່ງກ່າວ, ຖ້າຫາກທ່ານບໍ່ມີຄວາມໝັ້ນໃຈຈະໄປຮັບວັກຊິນ ຫຼື ຍັງມີຄວາມກັງວົນໃຈ ສາມາດເຂົ້າໄປປຶກສາແພດໝໍ ຫຼື ສາທາລະນະສຸກກ່ອນ ເພື່ອຈະໄດ້ຮັບການແນະນໍາທີ່ດີຈາກແພດໝໍ ແລະ ໄດ້ຮັບວັກຊິນທີ່ຖືກຕ້ອງ, ປອດໄພຕໍ່ສຸຂະພາບ. ໃນນັ້ນ, ຝາກເຖິງພໍ່ແມ່ຜູ້ປົກຄອງຫາກມີລູກຫຼານ ຫຼື ພໍ່ແມ່ທີ່ເປັນຄົນພິການ ບໍ່ໃຫ້ເປັນຫວ່ງ ແລະ ກັງວົນໃຈ ເວລາໄດ້ຮັບວັກຊິນແລ້ວຈະເປັນອັນຕະລາຍຕໍ່ສຸຂະພາບ ວັກຊິນປ້ອງກັນພະຍາດໂຄວິດ-19 ມີຄວາມປອດໄພ ສໍາລັບທຸກຄົນສາມາດເຂົ້າເຖິງໄດ້. ປັດຈຸບັນກຸ່ມຄົນດັ່ງກ່າວສາມາດເຂົ້າໄປຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ໃນສະຖານທີໃຫ້ບໍລິການເຊັ່ນ: ໂຮງໝໍເມືອງ, ໂຮງໝໍແຂວງ, ສູນກາງ ຕາມໂມງລັດຖະການ.
        (ຂໍ້ມູນ: ສູນຂ່າວສານການແພດ ກະຊວງສາທາ)

ຄໍາເຫັນ

ຂ່າວສາທະລະນະສຸກ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ເພີ່ມເຕີມ