ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ
ຂ່າວສານຊີອາໄອລາຍງານວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິ​ດ​ລະ​ຫວ່າງວັນ​ທີ 13-15 ພຶດ​ສະ​ພາ​ນີ້ ຊຶ່ງເປັນ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ກັນ​ອີກ​ຄັ້ງ​ໜຶ່ງຫຼັງ​ຈາກ​ປະ​ມຸກ​ລັດ​ສອງ​ປະ​ເທດ​​ພົ​ບ​ປະກັນ​ຢູ່​ນະ​ຄອນ​ບູ​ຊານ​ປະ​ເທດ​ ສ ເກົາຫຼີ​ ເມື່ອ​ເດືອນ​ຕຸ​ລາ​ປີ 2025.

 

ໃນໂອກາດທີ່ສະຖານະການສາກົນມີການຜັນແປຢ່າງສັບສົນ, ວົງການຕ່າງໆຂອງອາເມຣິກາໃຫ້ຄວາມສົນໃຈເປັນຢ່າງສູງຕໍ່ການພົບປະຄັ້ງນີ້, ຫວັງວ່າ ການຕ່າງປະເທດປະມຸກລັດຈະນຳພາການພົວພັນຈີນ-ອາເມຣິກາກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ, ເພີ່ມຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນຫຼາຍກວ່າເກົ່າເຂົ້າສູ່ໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ້ນວາຍ.

ການພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງ ປອດໃສ ແລະ ພັດທະນາແບບຍືນຍົງສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ ແລະ ຄວາມຄອງຄອຍຂອງປະຊາຄົມໂລກ. ທ່ານ ໂຣເປີດ ໂລເຣນສ ຄຸນ ປະທານກອງທຶນຄຸນອາເມຣິກາ ກ່າວວ່າ: “ການພົວພັນອາເມຣິກາ-ຈີນ ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ວຽກງານຂອງທົ່ວໂລກ, ການແລກປ່ຽນຂອງປະມຸກລັດສອງປະເທດໄດ້ຮັບຄວາມສົນໃຈຈາກຊາວໂລກ. ການພົບປະລະຫວ່າງປະມຸກລັດສອງປະເທດຈະສົ່ງສັນຍານແຫ່ງຄວາມໝັ້ນທ່ຽງທີ່ລ້ຳຄ່າຕໍ່ທົ່ວໂລກ.”

ຫວ່າງບໍ່ດົນມານີ້, ໜ່ວຍງານອາເມຣິກາ-ຈີນຂອງຄະນະກຳມະການແຫ່ງຊາດວ່າດ້ວຍນະໂຍບາຍການຕ່າງປະເທດອາເມຣິກາລົງພິມບົດຄວາມໂດຍລະບຸວ່າ, ຫວັງວ່າການພົບປະລະຫວ່າງປະມຸກລັດສອງປະເທດອາເມຣິກາ-ຈີນຢູ່ນະຄອນຫຼວງປັກກິ່ງ ຈະສາມາດຊຸກຍູ້ການຮ່ວມມືຕົວຈິງຂອງສອງປະເທດໃນຂົງເຂດເສດຖະກິດການຄ້າ ປັນຍາປະດິດ ແລະ ອື່ນໆ.

ຈີນ ແລະ ອາເມຣິກາເຄີຍຮ່ວມມືກັນໃນຂົງເຂດຕ່າງໆ, ເຊັ່ນ: ຕໍ່ຕ້ານລັດທິກໍ່ການຮ້າຍ, ຮັບມືກັບວິກິດການທາງການເງິນ, ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອີໂບລາ ແລະ ອື່ນໆ, ທັງສະແດງໃຫ້ເຫັນເຖິງອະນາຄົດທີ່ດີໃນການຮ່ວມມືດ້ານການຕໍ່ຕ້ານການເຂົ້າອອກເມືອງແບບຜິດກົດໝາຍ, ການຫຼອກລວງທາງໂທລະຄົມ, ຕ້ານການຟອກເງິນ, ປັນຍາປະດິດ, ຮັບມືກັບການແຜ່ລະບາດຂອງພະຍາດຕິດແປດ ແລະ ອື່ນໆ. ທ່ານ ໄມເຄີນ ໂຟຣມານ ປະທານສະມາຄົມການພົວພັນການຕ່າງປະເທດອາເມຣິກາລົງພິມບົດຄວາມໂດຍລະບຸວ່າ: ເມື່ອອາເມຣິກາ ແລະ ຈີນ ທີ່ເປັນສອງກຸ່ມເສດຖະກິດໃຫຍ່ທີ່ສຸດໃນໂລກຮັກສາການແລກປ່ຽນກັນ, ໂລກຈະມີຄວາມໝັ້ນຄົງຫຼາຍກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 4 ພະ​ຈິກ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ຣົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ຣົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປີ 2026 ດ້ວຍ​ຫົວ​ຂໍ້: “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ເພີ່ມເຕີມ