WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການດຳເນີນງານໂດຍດ່ວນເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດຊີຄຸນກຸນຢາ (Chikungunya) ຊຶ່ງເປັນພະຍາດທີ່ຕິດເຊື້ອໂດຍຍຸງ ໄດ້ເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ແລະ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.

 

WHO ລາຍງານວ່າ: ປັດຈຸບັນ ຄາດວ່າມີຈຳນວນ 5.9 ຕື້ຄົນ ໃນ 119 ປະເທດ ມີຄວາມສ່ຽງຕິດໄວຣັດດັ່ງກ່າວ ແລະ ຈະມີອາການເປັນໄຂ້ສູງ, ປວດຂໍ່ ແລະ ພິການແກ່ຍາວ. ການລະບາດໃນປີ 2004 - 2005 ຂອງໄວຣັດດັ່ງກ່າວ ໄດ້ສົ່ງຜົນກະທົບເຖິງປະຊາຊົນເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ຈະແຜ່ລາມອອກສູ່ທົ່ວໂລກ.

ການແຜ່ລະບາດຂອງໄວຣັດ Chikungunya ໄດ້ເລີ່ມເກີດຂຶ້ນໃນຕົ້ນປີ 2025 ໂດຍການແຜ່ລະບາດຄັ້ງໃຫຍ່ຢູ່ທະວີບອາຟຣິກາ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ປະເທດອາຟຣິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້.

ບັນດາປະເທດເອີຣົບ ກໍປະກົດມີກໍລະນີຕິດເຊື້ອຈາກພາຍນອກເຂົ້າມາທະວີບນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ອິນເດຍໄດ້ປະກາດມາດຕະການຈູງໃຈຄັ້ງສຳຄັນ, ໂດຍການຍົກເວັ້ນພາສີ (Tax Holiday) ສູງເຖິງ 20 ປີໃຫ້ແກ່ບໍລິສັດຂ້າມຊາດທີ່ເຂົ້າມາໃຫ້ການບໍລິການສູນຂໍ້ມູນລະດັບໂລກໃນອິນເດຍ, ໂດຍຫວັງຈະເລັ່ງດຶງດູດນັກລົງທຶນເຂົ້າສູ່ຂະແໜງພື້ນຖານໂຄງລ່າງດີຈີຕອນທີ່ເຕີບໂຕຢ່າງໄວວາ.
ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 3 ກຸມ​ພາ​ ຜ່ານມາ, ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025, ​ສະ​ພາບ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບທ່ານ ປ.ອ ຟີລິບ ຣອສເລີ ປະທານເວທີປາໄສເສດຖະກິດຊູແອັດ - ຫວຽດນາມ ພ້ອມກັບບັນດາວິສາຫະກິດ ຊູແອັດ ແລະ ເອີຣົບ ທີ່ມາຊອກຫາໂອກາດລົງທຶນຢູ່ຫວຽດນາມ.
ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມອາຢີຊານຂອງເອທິໂອປີ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີເປີດການຜະລິດໄຟຟ້າຢູ່ລັດໂຊມາລີຂອງເອທິໂອປີ, ໂດຍມີທ່ານ ອາບີ ອາເມັດ ອາລີ ນາຍົກລັດຖະມົນຕີເອທິໂອປີ, ທ່ານ ອິສເມວ ໂອມາ ກູເອລເລ ປະທານາທິບໍດີບູຕິ, ທ່ານ ຮາສຊານ ເຊກໂມຮາມຸດ ປະທານາທິບໍດີໂຊມາລີ ແລະ ທ່ານອື່ນໆ ເຂົ້າຮ່ວມພິທີດັ່ງກ່າວ.
ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ຂ່າວຕ່າງປະເທດລາຍງານວ່າ: ສິງກະໂປ ກຳລັງຢູ່ໃນຂັ້ນຕອນການສ້າງຕັ້ງອົງການອະວະກາດຂອງຕົນ ເພື່ອພະຍາຍາມຍາດເອົາສ່ວນແບ່ງຂອງອຸດສາຫະກຳອະວະກາດທົ່ວໂລກ ຊຶ່ງຄາດວ່າຈະບັນລຸ 1.8 ພັນຕື້ໂດລາ ໃນເວລາບໍ່ຮອດ 10 ປີ. ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດໃນວັນທີ 2 ກຸມພາ ຜ່ານມາວ່າ: ອົງການອະວະກາດແຫ່ງຊາດສິງກະໂປ (National Space Agency of Singapore ຫຼື NSAS) ຈະຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ ນີ້ ໂດຍມີຈຸດປະສົງເພື່ອດຶງດູດບໍລິສັດອະວະກາດຈາກທົ່ວໂລກ ໃຫ້ມາສ້າງຕັ້ງຖານການດໍາເນີນງານໃນສິງກະໂປ.
ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຂ່າວສານຊີອາໄອລາຍງານວ່າ: ກະຊວງອຸດສາຫະກຳ ແລະ ຫັນເປັນຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ຂໍ້ມູນໃນວັນທີ 1 ກຸມພາ ຜ່ານມາ ສະແດງໃຫ້ເຫັນວ່າ: ໃນປີ 2025, ອັດຕາສ່ວນໃນຕະຫຼາດສາກົນຂອງຈີນໃນຕົວຊີ້ວັດຫຼັກ 3 ຢ່າງຂອງການຕໍ່ກຳປັ່ນໄດ້ຮັກສາຕຳແໜ່ງຜູ້ນຳໜ້າຂອງໂລກ 16 ປີລຽນຕິດ.
ກອງ​ປະ​ຊຸມ​ສຸດ​ຍອດລັດ​ຖະ​ບານໂລກ ​ຈະປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ກອງ​ປະ​ຊຸມ​ສຸດ​ຍອດລັດ​ຖະ​ບານໂລກ ​ຈະປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກອງປະຊຸມສຸດຍອດ ລັດຖະບານ ໂລກ (WGS) ຄາດວ່າຈະດຳເນີນຢູ່ນະຄອນດູໄບ ສະຫະລັດ ອາຣັບ ເອມີເລັດ (UAE) ໃນລະຫວ່າງວັນທີ 3 ກຸມພາ - 5 ກຸມພາ ນີ້, ໂດຍມີການເຂົ້າຮ່ວມຂອງປະມຸກລັດ 40 ທ່ານ ແລະ ຜູ້ນຳລັດຖະບານກໍຄືລັດຖະມົນຕີນັບຮ້ອຍທ່ານທີ່ມາຈາກ 150 ປະເທດໃນທົ່ວໂລກ.
ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ

ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ

ຂ່າວຕ່າງປະເທດລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ໃນວັນທີ 2 ກຸມພາ ຜ່ານມາ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບົດຂຽນທີ່ມີຫົວຂໍ້ວ່າ: “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກ”. ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ດ້ວຍຈິດໃຈເບີກບານມ່ວນຊືນພິເສດ. ຂີດໝາຍ 96 ປີຂອງພັກ ຍິ່ງມີຄວາມໝາຍ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ປີທຳອິດຂອງອາຍຸການໃໝ່ - ປີເລີ່ມຕົ້ນທີ່ມີບົດບາດຕັດສິນໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳບັນດາເປົ້າໝາຍຍຸດທະສາດໃຫ້ປະກົດຜົນເປັນຈິງ.
ຊີວະປະຫວັດຫຍໍ້ຂອງສະຫາຍໂຕເລິມ  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຊີວະປະຫວັດຫຍໍ້ຂອງສະຫາຍໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

- ຊື່ ແລະ ນາມສະກຸນ: ໂຕເລິມ - ວັນທີ, ເດືອນ, ປີເກີດ: 10/7/1957 - ທີ່ເກີດ: ຕາແສງເງ້ຍຈຸ ເມືອງວັນຢາງ ແຂວງຮຶງອຽນ. - ລະດັບວິຊາສະເພາະ: ສຈ. ດຣ ດ້ານກົດໝາຍ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນເດືອນປີເຂົ້າເປັນສະມາຊິກພັກ: 22/8/1981
ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ພາ​ຕ່ຳ​ມຽນ​ມາ

ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ພາ​ຕ່ຳ​ມຽນ​ມາ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 29 ມັງ​ກອ​ນ 2026, ການ​ປ່ອນ​ບັດ​ຮອບ​ທີ 3​ ໃນການ​ເລືອ​ກ​ຕັ້ງ​ທົ່ວ​ໄປ​ຂອງ​ມຽນ​ມາ​ປີ 2025 ໄດ້​ສຳ​ເລັດຮຽບ​ຮ້ອຍ​ແລ້ວ. ອີງ​ຕາມໂຕ​ເລກ​ຂໍ້​ມູນທີ່​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບມຽນ​ມາ​ເປີດ​ເຜີຍ​ໃນ​ວັນ​ທີ 28 ມັງ​ກອນ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ຫຼື USDP ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ສະ​ພາ​ຕ່ຳ.
ເພີ່ມເຕີມ