ເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ໃນວັນທີ 24 ມັງກອນ

ເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ໃນວັນທີ 24 ມັງກອນ
ກອງປະຊຸມລາຍງານການກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງ ແລະອະນຸສາວະລີອົງແກ້ວຂອງແຂວງເຊກອງ ຈັດຂຶ້ນໃນວັນທີ 8 ມັງກອນ ນີ້ ທີ່ຫ້ອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງປະທານຄະນະຊີ້ນໍາເປີດປີທ່ອງທ່ຽວລາວຂັ້ນແຂວງ ແລະ ອະນຸກໍາມະການຕ່າງໆ ເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມຂອງອະນຸກໍາມະການຕ່າງໆ ຄື: ອະນຸກໍາມະການເນື້ອໃນ; ອະນຸກຳມະການເສດຖະກິດ; ອະນຸກຳມະການວາງສະແດງສິນຄ້າ; ອະນຸກຳມະການພິທີການ ແລະ ຮັບແຂກ; ອະນຸກໍາມະການປະດັບປະດາ ແລະ ສະຖານທີ່; ອະນຸກຳມະການຖະແຫຼງຂ່າວ-ສື່ມວນຊົນ; ອະນຸກໍາມະການກ້ອນກຳລັງ ແລະ ສິລະປະ; ອະນຸກໍາມະການສາທາລະນະສຸກ; ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ອະນຸກໍາມະການແສງ-ສີ-ສຽງ; ອະນຸກໍາມະການພື້ນຖານໂຄງລ່າງ ແລະ ອະນຸກໍາມະການຍ້ອງຍໍ ໂດຍພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2024 ຕິດພັນກັບບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ ຊຶ່ງປັດຈຸບັນ ແຕ່ລະອະນຸກຳມະການແມ່ນມີຄວາມພ້ອມແລ້ວ 100%. ພ້ອມນັ້ນ ກອງປະຊຸມຍັງໄດ້ຫາລື ແລະ ກໍານົດບັນດາກິດຈະກໍາປິ່ນອ້ອມຈໍານວນໜຶ່ງ ເປັນຕົ້ນກິດຈະກໍາວາງສະແດງສິນຄ້າ, ການປະກວດຫັດຖະກໍາຕໍ່າແຜ່ນ-ຫັດຖະກໍາປຸງແຕ່ງອາຫານພື້ນເມືອງ, ການແນະນຳສິນຄ້າທ່າແຮງທີ່ຜະລິດໄດ້ພາຍໃນແຂວງ, ການປະກວດສິລະປະ-ວັນນະຄະດີ ແລະ ອື່ນໆ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ລະອະນຸກໍາມະການ ໃຫ້ກວດກາບັນດາໜ້າວຽກ ແລະ ປັບປຸງຄືນເນື້ອໃນບົດລາຍງານຈໍານວນໜຶ່ງ ທີ່ຈະລາຍງານໃນພິທີເປີດໃຫ້ສົມບູນ, ສັ້ນກະທັດຮັດ, ມີຄວາມໝາຍ ແລະ ສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນດ້ານສະຖານທີ່ແຫຼ່ງທ່ອງທ່ຽວທີ່ພົ້ນເດັ່ນພາຍໃນແຂວງ ແລະ ຄວາມພ້ອມດ້ານຕ່າງໆ ໃນການບໍລິການນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມແຂວງ.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວທ່ອງທ່ຽວ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ເພີ່ມເຕີມ