ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ
ວັນທີ 2 ມີນານີ້ ທີ່ໂຮງຮຽນອະນຸບານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີເປີດຂະບວນການວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ຢອດໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ (ໂປລີໂອ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ, ທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ທິມງານແພດ-ໝໍ, ອຳນາດການປົກຄອງບ້ານ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ.
ເຊກອງ ເປດຂະບວນການ ວສຊ ໃຫວກຊນກນພະຍາດເປຍຫອຍ - image 1
 

ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້ພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມ ຊຶ່ງໄດ້ສໍາເລັດການວາງແຜນໃນການຈັດຂະບວນການ ວສຊ ເປັນຕົ້ນ ແຜນງານ, ແຜນຄົນ ແລະ ແຜນງົບປະມານ, ສໍາເລັດກອງປະຊຸມຊີ້ແຈງ ວສຊ ໃຫ້ຂະແໜງການຂັ້ນແຂວງ ແລະ 4 ຕົວເມືອງ, ເກັບກໍາຂໍ້ມູນເປົ້າໝາຍຢອດ ໃຫ້ວັກຊີນກັນພະຍາດໂປລີໂອ ໃນເດັກອາຍຸແຕ່ 0-59 ເດືອນ ຫຼື ລຸ່ມ 5 ປີ ທີ່ເຂົ້າຮງຮຽນ ແລະ ບໍ່ໄດ້ເຂົ້າໂຮງຮຽນ ໃນທຸກບ້ານທົ່ວແຂວງເຊກອງ ມີຈໍານວນ 17,356 ຄົນ. ໃນນັ້ນ, ເມືອງລະມາມ ມີ 4,869 ຄົນ, ເມືອງກະລຶມ 2,979 ຄົນ, ເມືອງດາກຈຶງ 3,833 ຄົນ, ເມືອງທ່າແຕງ 5,684 ຄົນ, ຊຶ່ງຈະໄດ້ຈັດຕັ້ງປະຕິບັດ 2 ຮອບ ຄື: ຮອບທີ1 ເລີ່ມແຕ່ວັນທີ 2-11 ມີນາ, ຮອບ2 ເລີ່ມແຕ່ວັນທີ 23 ມີນາ ຫາ ວັນທີ 2 ເມວາ 2026, ທັງນີ້ ເພື່ອຮັບປະກັນໃຫ້ເດັກອາຍຸ 0-59 ເດືອນ ທັງຢູ່ໃນ ແລະ ນອກໂຮງຮຽນ ໂດຍເນັ້ນໃສ່ການເຂົ້າເຖິງທຸກໆບ້ານ, ທຸກເຂດ ທົ່ວແຂວງ ໃຫ້ໄດ້ຮັບວັກຊີນກັນພະຍາດໂປລີໂປ ໃຫ້ໄດ້ 95% ຂຶ້ນໄປ.

ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ກ່າວວ່າ: ການຈັດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດ ໂປລີໂອໃນຄັ້ງນີ້, ກໍເພື່ອໃຫ້ທຸກຄົນໄດ້ຮັບຮູ້ກ່ຽວກັບພະຍາດດັ່ງກ່າວ ຊຶ່ງເປັນພະຍາດທີ່ຮ້າຍແຮງທີ່ສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ອານາຄົດຂອງເດັກນ້ອຍ; ຊຶ່ງພະຍາດເປ້ຍຫຼ່ອຍ ຫຼື ໂປລີໂອ ແມ່ນພະຍາດທີ່ຮ້າຍແຮງ ເກີດຈາກເຊື້ອຈຸລະໂລກເຮັດໃຫ້ ເປັນອຳມະພາດ ຫຼື ເສຍຊີວິດໄດ້ ເນື່ອງຈາກລະບົບກ້າມຊີ້ນ, ຫາຍໃຈອອ່ນແຮງ, ເປັນພະຍາດທີ່ຕິດແປດງ່າຍທີ່ສຸດ, ຊຶ່ງປັດຈຸບັນບໍ່ມີການປິ່ນປົວສະເພາະສໍາລັບພະຍາດໂປລີໂອ, ມີພຽງແຕ່ການປິ່ນປົວຕາມອາການ ເທົ່ານັ້ນ; ໂດຍການປ້ອງກັນທີ່ດີທີ່ສຸດ ແມ່ນການຢອດຢາ ແລະ ໃຫ້ວັກຊີນກັນພະຍາດເທົ່ານັ້ນຈິ່ງຈະມີຄວາມປອດໄພຈາກພະຍາດດັ່ງກ່າວ.

ເຊກອງ ເປດຂະບວນການ ວສຊ ໃຫວກຊນກນພະຍາດເປຍຫອຍ - image 2
 

ທ່ານຍັງໄດ້ຮຽກຮ້ອງໃຫ້ບັນພະແນກການ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຕ້ອງເອົາໃຈໃສ່ໃນການໂຄສະນາປະຊາສຳພັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວສັງຄົມເວົ້າລວມ, ເວົ້າສະເພາະຕໍ່ພໍ່ແມ່ປະຊາຊົນຊາວແຂວງເຊກອງ ໃຫ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ, ໄພອັນຕະລາຍຂອງພະຍາດດັ່ງກ່າວທີ່ຈະເກີດຂຶ້ນກັບລູກຂອງຕົນ. ດັ່ງນັ້ນ, ຈຶ່ງເຊີນຊວນ ພໍ່ແມ່ຜູ້ປົກຄອງ ຕ້ອງພາລູກ, ຫຼານຂອງຕົນໄປຮັບວັກຊີນຕາມຈຸດບໍລິການຕ່າງໆໃຫ້ຄົບຕາມກຳນົດ ເພື່ອສ້າງພູມຄຸ້ມກັນ ແລະ ປ້ອງກັນເດັກນ້ອຍຈາກຄວາມພິການ ແລະ ການເສຍຊີວິດ. ຈາກນັ້ນ, ຄະນະປະທານ ຮ່ວມກັບພະນັກງານແພດໝໍ ກໍໄດ້ເຄື່ອນໄຫວຢອດວັກຊີນໃຫ້ຫຼານນ້ອຍນັກຮຽນ ຕື່ມອີກ.

(ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ

ໂຮງໝໍເຊດຖາທິຣາດ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາການອາຍຸຣະສາດ-ການແພດສຸກເສີນ ແລະ ລັງສີຮູບພາບການແພດ ເພື່ອເປັນການສົ່ງເສີມຄວາມຮູ້, ທັກສະທາງດ້ານການແພດ ແລະ ການແລກປ່ຽນປະສົບການດ້ານການແພດທີ່ມີການພັດທະນາຢ່າງຕໍ່ເນື່ອງໃນປັດຈຸບັນໄດ້ຈັດຂຶ້ນໃນວັນທີ 27 ມີນານີ້ ທີ່ໂຮງໝໍເຊດຖາທິຣາດ, ໂດຍການເປັນປະທານຂອງ ທ່ານ ເກດມະນີ ເພັດສິຣິແສງ ຮອງອຳນວຍການໂຮງໝໍມິດຕະພາບ ຫົວໜ້າພາກວິຊາອາຍຸລະສາດ ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ທ່ານ ສີໃໝ່ ບຸດພຣົມວິຫານ ຮອງຜູ້ອຳນວຍການໂຮງໝໍເຊດຖາທິຣາດ ແລະ ມີ ແພດໝໍ, ນັກສຶກສາແພດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ

ວັນທີ 24 ມີນານີ້, ພະແນກສາທາລະນະສຸກແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ (ພະຍາດເອດ) ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ພັນ ພອນສະຫວັດ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ, ມີທ່ານ ຄູນສະຫວັນ ດີດາລາວົງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ
ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ໂຮງໝໍບໍລິເວນ 107 ປາຖະກະຖາມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ວັນທີ 18 ມີນາຜ່ານມານີ້, ໂຮງໝໍບໍລິເວນ 107 ໄດ້ຈັດປາຖະກະຖາ ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ່ 22 ມີນາ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ່ 21 ມີນາ ຄົບຮອບ 80 ປີ ໂດຍເປັນປະທານຂອງສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີບັນດາຄະນະໜ່ວຍພັກ, ຫົວໜ້າພະແນກການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມຮັບຟັງ.
ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ໂຮງໝໍມິດຕະພາບສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາປີ 2025

ພິທີສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາໂຮງໝໍປະຈໍາປີ 2025 ແລະ ທິດທາງປີ 2026 ໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງໝໍມິດຕະພາບ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ເປັນປະທານຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີບັນດາທ່ານ ຄະນະກົມ, ຄະນະອໍານວຍການ, ຄະນະສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກ, ພະນັກງານແພດໝໍ ແລະ ວິຊາການພາຍໃນໂຮງໝໍເຂົ້າຮ່ວມ.
ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ສາທາ ນວ ຖອດຖອນບົດຮຽນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່

ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ນວ ປະຈຳປີ 2025 ແລະ ທິດທາງປີ 2026 ໃນວັນທີ 12 ມີນານີ້ ທີ່ພະແນກສາທາລະນະສຸກ ນວ ໃຫ້ກຽດເປັນປະທານຂອງທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກອ້ອມຂ້າງ ນວ, ຫ້ອງການສາທາລະນະສຸກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ຫັນໂຮງໝໍມິດຕະພາບເປັນເຈົ້າຕົນເອງ ຍົກສູງຄຸນນະພາບການບໍລິການ-ຄວາມຍືນຍົງຮັບໃຊ້ສັງຄົມ

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດ ການຫັນໂຮງໝໍເປັນເຈົ້າຕົນເອງທາງດ້ານງົບປະມານເທື່ອລະກ້າວ ຕໍ່ສື່ມວນຊົນໃນວັນທີ 12 ມີນານີ້ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນໜຶ່ງໂຮງໝໍລັດ ທີ່ໄດ້ຈັດຕັ້ງປະຕິບັດການຫັນໂຮງໝໍເປັນເຈົ້າຕົນເອງ ແມ່ນແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກໍລະກົດປີ 2022 ເປັນຕົ້ນມາ ໂດຍໄດ້ຮັບການມອບສິດການຈັດຕັ້ງ, ການບໍລິຫານ ແລະ ການບໍລິການ ອື່ນໆ ຂອງບັນດາໂຮງໝໍທີ່ໄດ້ຮັບອະນຸຍາດ. ຈາກນັ້ນ, ໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບການຫັນຫົວໜ່ວຍໂຮງໝໍເປັນເຈົ້າຕົນເອງ ແລະ ໄດ້ມີການສຶກສາອັນໃດແດ່ ເປັນສິ່ງທີ່ມີພາຍໃນໂຮງໝໍ ແລະ ອັນໃດສາມາດເຮັດໄດ້ໄວ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ຄວາມຍືນຍົງຮັບໃຊ້ສັງຄົມ. ມາຮອດປັດຈຸ ບັນ ເຫັນວ່າການພັດທະນາຄຸນນະພາບຂອງໂຮງໝໍມິດຕະພາບມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ.
ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ລິເລີ່ມພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນດ້ານການເງິນ-ເສດຖະສາດສາທາລະນະສຸກ

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມລິເລີ່ມການພັດທະນາຫຼັກສູດການຝຶກອົບຮົມໄລຍະສັ້ນດ້ານການເງິນສາທາລະນະສຸກ ແລະ ເສດຖະສາດສາທາລະນະສຸກ ພ້ອມທັງການພິຈາລະນາເຊື່ອມສານເນື້ອໃນດັ່ງກ່າວເຂົ້າໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຂອງ ມວສ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງທ່ານ ມາຍຟອງ ມາຍຊາຍ ອະທິການບໍດີ ມວສ, ມີອົງການແຮງງານສາກົນ, ຜູ້ຕາງໜ້າຈາກອົງການ LOMWRU, CHAI, WHO, UNICEF, NITAG, HITAP, NUS, UNFPA, NIPH (Cambodia), KOFIH, ມີຄະນະບໍດີ-ຮອງຄະນະບໍດີ, ຄູ-ອາຈານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່

ໂຮງໝໍແຂວງວຽງຈນ ໄດ້ຈັດກອງປະຊຸມພິທີສະເຫຼີມສະຫຼອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຂຶ້ນໃນວັນທີ 3 ມີນານີ້ ຢູ່ທີ່ໂຮງໝໍດັ່ງກ່າວ.
ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ຫ້ອງການສາທາລະນະສຸກເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 0-59 ເດືອນ (ຕ່ຳກວ່າ 5 ປີ) ຢ່າງເປັນທາງການ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ຕາແສງກະດັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໜູແສງ ຜຸຍບັນດິດຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ເພື່ອເປັນການຍົກລະດັບການຄຸ້ມຄອງສຸຂະພາບໃຫ້ເປັນເອກະພາບ, ການຫັນປ່ຽນຄັ້ງນີ້ ຖືເປັນບາດກ້າວບຸກທະລຸໃນການປະຕິຮູບລະບົບສະຫວັດດີການສັງຄົມຂອງ ສປປ ລາວ ຊຶ່ງຈະຊ່ວຍໃຫ້ການບໍລິຫານຈັດການງົບປະມານ ແລະ ການບໍລິການດ້ານການແພດມີຄວາມກົມກຽວກັນຫຼາຍຂຶ້ນ, ແນໃສ່ເຮັດໃຫ້ປະຊາຊົນ ແລະ ຜູ້ອອກແຮງງານ ໄດ້ຮັບການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ຍຸຕິທຳ. ດັ່ງນັ້ນໃນວັນທີ 2 ມີນາ ນີ້ ທີ່ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ມີພິທີລົງນາມບົດບັນທຶກການມອບ-ຮັບ ວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງສາທາລະນະສຸກ (ສສ). ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ.
ເພີ່ມເຕີມ