ເຊັນສັນຍາ ວ່າດ້ວຍການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບ

ເຊັນສັນຍາ ວ່າດ້ວຍການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບ
ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມີປະກັນໄພສຸຂະພາບໂຮງໝໍມິດຕະພາບໄດ້ຈັດພິທີເຊັນສັນຍາວ່າດ້ວຍການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບລະຫວ່າງໂຮງໝໍມິດຕະພາບ ແລະ ບໍລິສັດອາລິອັນສ ປະກັນໄພລາວ ຈຳກັດຂຶ້ນໃນວັນທີ 14 ທັນວານີ້ທີ່ໂຮງໝໍດັ່ງກ່າວ. ຮ່ວມລົງນາມໃນຄັ້ງນີ້ມີທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານນາງ ແສງອາລຸນ ອິນມີໄຊ ຮອງຜູ້ອຳນວຍການບໍລິສັດ ອາລິອັນສ ປະກັນໄພລາວ ຈໍາກັດໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີຄະນະອໍານວຍການໂຮງໝໍ, ຄະນະພະແນກການຕ່າງໆ, ພະນັກງານທັງສອງຝ່າຍເຂົ້າຮ່ວມ.
ທ່ານສອນໄຊລາດຊະວົງກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ຈັດຂຶ້ນ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປ ລາວ ໂດຍມີຈຸດປະສົ່ງເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ທີ່ມີປະກັນໄພສຸຂະພາບສາມາດເຂົ້າປິ່ນປົວໃນໂຮງໝໍ ແລະ ຄຣີນິກຕ່າງໆໂດຍບໍ່ຕ້ອງຈ່າຍເງິນສົດກ່ອນພາຍໃນວົງເງິນຄຸ້ມກັນປະກັນໄພທີ່ໄດ້ຊື້ໄວ້. ບໍລິສັດ ອາລິອັນສ ປະກັນໄພລາວ ຈໍາກັດ ເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານແຫ່ງສປປ ລາວ ຊຶ່ງຕາງໜ້າລັດຖະບານໂດຍກະຊວງການເງິນຖືຮຸ້ນ 49% ແລະ ບໍລິສັດ ອາລິອັນສ ປະເທດເຢຍລະມັນຖືຮຸ້ນ 51% ເປັນຜູ້ໃຫ້ບໍລິການດ້ານປະກັນໄພ ແລະ ການເງິນຊັ້ນນຳຂອງໂລກ ທັງເປັນບໍລິສັດປະກັນໄພແຫ່ງທໍາອິດທີ່ໃຫ້ບໍລິການດ້ານການປະກັນໄພໃນ ສປປ ລາວ. ມາຮອດປັດຈຸບັນມີປະສົບການມາແລ້ວ 33 ປີໃນການໃຫ້ບໍລິການດ້ານປະກັນ.ປັດຈຸບັນມີໂຮງໝໍ ຫຼືຄຣີນິກທີ່ເປັນເຄືອຂ່າຍຂອງບໍລິສັດຫຼາຍກວ່າ 21 ແຫ່ງໃນສປປ ລາວ.ສຳລັບຜະລິດຕະພັນປະກັນສຸຂະພາບຂອງບໍລິສັດ ອາລິອັນສ ປະກັນໄພລາວໃຫ້ການຄຸ້ມຄອງໃນທົ່ວໂລກ ລູກຄ້າຈະໄດ້ຮັບການຄຸ້ມກັນ ແລະ ທົດແທນຄືນຄ່າປິ່ນປົວທີ່ເກີດຈາກພະຍາດທີ່ເລັກນ້ອຍ ຈົນເຖິງພະຍາດຮ້າຍແຮງສາມາດເຂົ້າຮັບການປິ່ນປົວແບບບໍ່ຕ້ອງຈ່າຍເງິນສົດກ່ອນໃນໂຮງໝໍເຄືອຄ່າຍ ຫຼືກໍລະນີໄປປິ່ນປົວນອກໂຮງໝໍເຄືອຂ່າຍກໍສາມາດນໍາເອົາບິນຢາມາເອົາເງິນທົດແທນຄືນໄດ້. 
ທ່ານສອນໄຊລາດຊະວົງກ່າວຕື່ມວ່າ: ໂຮງໝໍມິດຕະພາບເປັນໂຮງໝໍສູນກາງປິ່ນປົວທົ່ວໄປ ໂດຍມີຫຼາຍຂະແໜງການເຊັ່ນ: ລະບົບປະສາດ, ພາຍໃນທົ່ວໄປ, ຊຶມເຊື້ອ-ພະຍາດເຂດຮ້ອນ, ປະສູດ-ພະຍາດຍິງ-ແມ່ ແລະ ເດັກ, ຜ່າຕັດທົ່ວໄປ, ຫູ-ດັງ-ຄໍ-ຕາ ແລະ ຄາງໜ້າ, ທັນຕະກໍາ, ຟື້ນຟູຊີບ, ກວດເຂດນອກ, ສຸກເສີນ, ກາຍະບຳບັດ, ວິເຄາະ, ລັງສີ-ສູນສາຍແສງ ແລະ ຍັງມີວຽກທີ່ເປັນບຸລິມະສິດໃນການລົງເລິກຊ່ຽວຊານໃນລະດັບສູງຂອງສປປ ລາວເປັນຕົ້ນ ຂະແໜງກະທົບ-ຜ່າຕັດກະດູກ, ຜ່າຕັດສະໝອງ-ສັນຫຼັງ, ໄຂ່ຫຼັງທຽມ (ຟອກເລືອດ), ການແພດພື້ນເມືອງ ແລະ ສູນມະເຮັງ. ຜ່ານມາໂຮງໝໍມິດຕະພາບໄດ້ມີການເຊັນສັນຍາຮ່ວມມືການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບມີ:ບໍລິສັດໂຊກໄຊ ປະກັນໄພ, ບໍລິສັດ ພົງສະຫວັນ (ເອພີເອ), ບໍລິສັດ ວຽງຈັນປະກັນໄພ, ບໍລິສັດ ເທບຈະເລີນ ປະກັນໄພ ຈໍາກັດ, ບໍລິສັດ ທິບພະຍະປະກັນໄພ, ບໍລິສັດ ຈົງຈີ ປະກັນໄພ ຈໍາກັດ, ພາກສ່ວນມະຫາວິທະຍາໄລແຫ່ງຊາດ (ໂດຍສະເພາະນັກສຶກສາຕ່າງປະເທດ) ແລະ ພາກສ່ວນກູ້ໄພມູນນິທິຈີນ 1628.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສາທະລະນະສຸກ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ເພີ່ມເຕີມ