ຊີ້ແຈງຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ ໃຫ້ປຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ.

ຊີ້ແຈງຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ ໃຫ້ປຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ.

ຊີ້ແຈງຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ ໃຫ້ປຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ.
ພະແນກສາທາລະນະສຸກແຂວງໄຊສົມບູນ ຈັດກອງປະຊຸມຊີ້ແຈງ ຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ (ໂປລິໂອ) ໃຫ້ກຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ ຂຶ້ນໃນວັນທີ 16 ກຸມພາຜ່ານນີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍ ແຂວງ ໂດຍການເປັນປະທານ ຂອງທ່ານ ເນັ້ງຢ່າງ ໃຈຫວັງໝັ້ນ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກ ແຂວງ.
ຊແຈງຂະບວນການຢອດຢາວກຊນກນພະຍາດເປຍລອຍ ໃຫປມເປາໝາຍເດກອາຍ 0-59 ເດອນ ທວແຂວງໄຊສມບນ. - image 1
 

ທ່ານ ເນັ້ງຢ່າງ ໃຈຫວັງໝັ້ນ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິິງວຽກງານໃຫ້ວັກຊິນກັນພະຍາດຢູ່ແຂວງໄຊສົມບູນ ໃນໄລຍະຜ່ານມາເຖິງວ່າຈະປະຕິບັດໄດ້ດີແລ້ວກໍຕາມ ແຕ່ຍັງບໍ່ທັນໄດ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ຈຶ່ງພາໃຫ້ໃນຊຸມປີຜ່ານມາເກີດມີການລະບາດຂອງພະຍາດໝາກແດງ ຢູ່ແຂວງໄຊສົມບູນ ແລະ ຂໍ້ມູນຫຼ້າສຸດນີ້ ກໍຍັງສືບຕໍ່ມີການລະບາດຂອງພະຍາດໝາກແດງຢູ່ແຂວງທີ່ມີສາຍແດນຕິດກັບໄຊສົມບູນ ມີໂອກາດກັບຄືນມາລະບາດຢູ່ແຂວງພວກເຮົາ. ໃນນັ້ນ, ພະຍາດລ່ອຍແຫຼວກະທັນຫັນ (ໂປລີໂອ) ເມື່ອເປັນແລ້ວ ໂອກາດຈະດີເປັນປົກກະຕິຄືຄົນທົ່ວໄປ ມີໜ້ອຍທີ່ສຸດ ຫຼື ອາດຈະບໍ່ມີເລີຍ, ເປັນແລ້ວກໍນອນຕິດຕຽງໄປຕະຫຼອດຊີວີດ ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ຊຶ່ງພະຍາດດັ່ງກ່າວ ກໍເຄີຍລະບາດຢູ່ແຂວງໄຊສົມບູນຂອງພວກເຮົາ ໃນປີ 2015 ມາແລ້ວ, ໃນໄລຍະນັ້ນ ພວກເຮົາກໍໄດ້ເຄື່ອນໄຫວ 10 ຮອບຈຶ່ງສາມາດສະກັດກັ້ນໄດ້. ມາຮອດປີ 2024 ທີ່ຜ່ານມາ ກໍມີການພົບເຊື້ອດັ່ງກ່າວຢູ່ແຂວງສະຫວັນນະເຂດ ຈໍານວນ 3 ກໍລະນີ. ດັ່ງນັ້ນ, ລັດຖະບານລາວກໍ່ຄືກະຊວງສາທາລະນະສຸກຈຶ່ງມີແຈ້ງການເພື່ອສະກັດກັ້ນ ແລະ ໂຕ້ຕອບພະຍາດດັ່ງກ່າວ, ບໍ່ມີຫົນທາງໃດທີ່ສະກັດກັ້ນ ໄດ້ດີໄປກວ່າວິທີໃຫ້ວັກຊີນກັນພະຍາດ ໂດຍທໍາອິດນີ້ ຈະໃຫ້ເຄື່ອນໄຫວຢອດຢາ ໂປລີໂອ ຈໍານວນ 2 ຮອບ ຄື: ເດືອນ 2 ແລະ ເດືອນ 3 ປີ 2026 ນີ້, ຖ້າຫາກ 2 ຮອບນີ້ ປະເມີນຕົວຈິງແລ້ວ ສາມາດສະກັດກັ້ນພະຍາດດັ່ງກ່າວໄດ້ ກໍຈະໝົດໄປ, ແຕ່ຖ້າປະເມີນແລ້ວ ບໍ່ສາມາດສະກັດກັ້ນໄດ້ ກໍຈະໄດ້ສືບຕໍ່ເຄື່ອນໄຫວ ຢອດຢາ-ສັກຢາ ຈົນກວ່າ ສາມາດສະກັດກັ້ນໄດ້.

ຊແຈງຂະບວນການຢອດຢາວກຊນກນພະຍາດເປຍລອຍ ໃຫປມເປາໝາຍເດກອາຍ 0-59 ເດອນ ທວແຂວງໄຊສມບນ. - image 2
 

ກ່ອນທີ່ຈະປະເມີນຜ່ານນັ້ນ ເດັກນ້ອຍລຸ່ມ 5 ປີ ຢູ່ແຂວງໄຊສົມບູນ ຕ້ອງໄດ້ຮັບວັກຊີນ ໂປລີໂອ ຫຼາຍກວ່າ 95%. ພ້ອມນັ້ນ ປະທານກອງປະຊຸມຈຶ່ງຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າມາຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງສຸມສະຕິປັນຍາຂອງຕົນ ໃນການປະກອບຄໍາຄິດເຫັນ ເພື່ອຊອກໃຫ້ເຫັນ ຈຸດອ່ອນ ແລະ ບັນຫາທີ່ຍັງຄົງຄ້າງ ຈະໄດ້ພ້ອມກັນແກ້ໄຂບັນຫາດັ່ງກ່າວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມທັງສືບຕໍ່ເຄື່ອນໄຫວຢອດຢາ-ສັກຢາກັນພະຍາດໃນຮອບນີ້ ໃຫ້ແຂວງໄຊສົມບູນຂອງພວກເຮົາສາມາດຈັດຕັ້ງປະຕິບັດໄດ້ສໍາເລັດຕາມຄາດໝາຍ. ຈາກນັ້ນ, ຄະນະກໍາມະທິການເພື່ອແມ່ ແລະ ເດັກ ຂັ້ນແຂວງ ໄດ້ຜັດປ່ຽນກັນຂຶ້ນບັນຍາຍຊີ້ແຈງຂະບວນການໃຫ້ວັກຊີນ ເປັນຕົ້ນ ການຄຸ້ມຄອງວັກຊີນ, ລະບົບເຢັນ ແລະ ພາລະທິການ, ເຫດການປະຕິບັດພາຍຫຼັງໃຫ້ວັກຊີນ, ການເກັບກໍາ ແລະ ການລາຍງານຂໍ້ມູນ-ການຕິດຕາມ ແລະ ຊຸກຍູ້ໃນເວລາໃຫ້ວັກຊີນ, ເປົ້າໝາຍເດັກລຸ່ມ 5 ປີ ສໍາລັບວັກຊີນ OPV 2026, ຟອມຕິດຕາມຊຸກຍູ້ ວັກຊີນ OPV 2026, ຟອມລາຍງານການສັງລວມ, ແບບຟອມຕິດຕາມວ່ອງໄວ RCM, ວັກຊີນ OPV 2026, ໃບຂິດນັບ ວັກຊີນ OPV, ການລະບາດພະຍາດໂປລິໂອ ແລະ ຄວາມສໍາຄັນຂອງການເຮັດ ວັກຊີນທົ່ວປະເທດ ແລະ ການຈັດຕັງປະຕິບັດວຽກງານການວັກຊີນໃນແຂວງໄຊສົມບູນ. ພ້ອມດ້ວຍກັນນີ້ ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ພາວະວິໄສ ທັງນີ້ກໍເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາບັນຫາພະຍາດເປັຍລ່ອຍ ໂປລີໂອ ຢູ່ແຂວງໄຊສົມ ໃຫ້ນັບມື້ນັບລຸດລົງເທື່ອລະກ້າວ ພ້ອມທັງສືບຕໍ່ເຄື່ອນໄຫວໃນການຢອດຢາ-ສັກຢາກັນພະຍາດ ດັ່ງກ່າວຢູ່ພາຍໃນແຂວງ ໃຫ້ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ມີປະສິດທິພາບດີຂຶ້ນກວ່າເກົ່າ.

(ພາບ-ຂ່າວ: ຈີເຍ່ຍເກັ້ງມົວ ຊົວໂກ້)

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ເພີ່ມເຕີມ