ຢາສູບໄຟຟ້າເປັນຢາເສບຕິດທີ່ອັນຕະລາຍຕໍ່ສຸຂະພາບ

ຢາສູບໄຟຟ້າເປັນຢາເສບຕິດທີ່ອັນຕະລາຍຕໍ່ສຸຂະພາບ
ໂດຍ: ວັນເພັງ
ພັກ-ລັດຖະບານຍາມໃດກໍເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງສັງຄົມກໍຄືໄວໜຸ່ມ-ຊາວໜຸ່ມລາວເຮົາ ໂດຍໄດ້ມີການອອກກົດໝາຍໃນການຄຸ້ມຄອງຢາສູບຢູ່ໃນ ສປປລາວ ແລະ ຍັງໄດ້ມີການໂຄສະນາຜະລິດຕະພັນຂອງຢາສູບໃນຮູບແບບຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຖິງຜົນຮ້າຍຂອງຢາສູບ ໂດຍສະເພາະຢາສູບຮູບແບບໃໝ່ຄື: ຢາສູບໄຟຟ້າທີ່ກຳລັງນິຍົມຂອງກຸ່ມໄວໜຸ່ມ-ຊາວໜຸ່ມໃນປັດຈຸບັນ ຊຶ່ງເປັນອັນຕະລາຍທີ່ສຸດຕໍ່ສຸຂະພາບ ແລະ ຕໍ່ຊີວິດ.
ທ່ານ ທອງພູນ ໝື່ນພິລົມ ຫົວໜ້າພະແນກພາຍໃນໂຮງໝໍມິດຕະພາບ ໄດ້ເປີດເຜີຍໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຢາສູບໄຟຟ້າ ເປັນຢາເສບຕິດ ທີ່ອັນຕະລາຍທີ່ສຸດຕໍ່ສຸຂະພາບ,ການສູບຢາບໍ່ແມ່ນສິ່ງທີ່ສວຍງາມ, ບໍ່ແມ່ນສິ່ງທີ່ສ້າງບຸກຄະລິກກະພາບຂອງເຮົາດີຂຶ້ນແຕ່ມັນອັນຕະລາຍຕໍ່ສຸຂະພາບຂອງຜູ້ສູບ ແລະ ຄົນອ້ອມຂ້າງໃນໄລຍະສັ້ນ ແລະ ໃນໄລຍະຍາວ.
ເລີ່ມແຕ່ປີ 2022 ທາງພະແນກເຂດນອກໂຮງໝໍມິດຕະພາບເຫັນວ່າມີຈໍານວນຜູ້ປ່ວຍຈາກການສູບຢາເພີ່ມຂຶ້ນ. ໃນມື້ໜຶ່ງມີຜູ້ປ່ວຍ ຍ້ອນຢາສູບໄຟຟ້າມາປິ່ນປົວປະມານ 4-5 ຄົນ/ມື້, ສ່ວນຫຼາຍພົບໄວໜຸ່ມທີ່ມີອາຍຸປະມານ 20-25 ປີ ຊຶ່ງມີບາງກໍລະນີມີອາການເຈັບແໜ້ນໜ້າເອິກ, ຫາຍໃຈຝືດ, ຫາຍໃຈບໍ່ອອກ, ໄອແຫ້ງ, ເຈັບຄໍ ເມື່ອພົບອາການເຊັ່ນນີ້ທາງໂຮງໝໍໄດ້ນຳໄປເອັກສະເລປອດເຫັນວ່າປອດມີຜື່ນຂາວຫຼາຍ 90% ຂອງພື້ນທີ່ປອດ, ເມື່ອສອບຖາມປະຫວັດຄົນປ່ວຍຈຶ່ງຮູ້ວ່າສູບຢາສູບໄຟຟ້າມາໄດ້ 2-3 ປີ ແລ້ວ, ຈຶ່ງເປັນສາເຫດເຮັດໃຫ້ປອດມີການອັກເສບຮຸນແຮງ, ສຸດທ້າຍເຮັດໃຫ້ເສຍຊີວິດ.
ອີງຕາມຂໍ້ມູນຂອງWHO ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 17 ກັນຍາ ປີ 2019 ໄດ້ມີການສຶກສາຜູ້ປ່ວຍເຂົ້າປິ່ນປົວຍ້ອນສູບຢາໄຟຟ້າ ຊຶ່ງກວດເຫັນປອດມີການບາດເຈັບຮຸນແຮງ ໂດຍສຶກສາມາໄດ້ 1 ປີເຫັນວ່າ: ມີຄົນເຈັບເຂົ້າປິ່ນປົວນອນໃນໂຮງໝໍປະມານ 2.000 ກວ່າຄົນໃນ 50 ລັດຂອງອາເມລິກາ ມາຮອດ ວັນທີ 18 ເດືອນກຸມພາ ປີ 2020 ມີຄົນເຈັບເຂົ້າໄປປິ່ນປົວປະມານ 2.668 ຄົນ ແລະມີການລາຍງານໂຕເລກເສຍຊີວິດ 68 ຄົນ.
ສຳລັບ ຄົນທີ່ສູບຢາໄຟຟ້າຈະມີອາການເລີ່ມຕົ້ນຄື: ປາກແຫ້ງ, ຄໍແຫ້ງ, ປວດຮາກ, ເຈັບຫົວ, ວິນຫົວ;ສຳລັບອາການໄລຍະຍາວຄື: ຈະມີຄວາມສ່ຽງທາງເສັ້ນເລືອດຫົວໃຈແຂງ, ກ້າມຊີ້ນຂອງຫົວໃຈໜາໃຫຍ່ຂຶ້ນ, ພະຍາດທາງລົມຫາຍໃຈ, ປອດອັກເສບຊໍ້າເຮື້ອ, ຫຼອດປອດຕີບ, ມີອາການທາງລະບົບປະສາດ (ຊັກ), ປະສາດຫຼອນ, ໄດ້ຮັບການເບື່ອເມົາຈາກສານຕົກຄ້າງຫຼາຍຂຶ້ນ, ບາງກໍລະນີສູບຢາມາດົນ ກໍພາໃຫ້ເກີດພະຍາດແຊກຊ້ອນໃນປອດເປັນຕົ້ນພະຍາດວັນນະໂຣກໃບໄມ້ໃນປອດແລະກາຍເປັນພະຍາດມະເຮັງປອດ.
ເມື່ອເຫັນໄດ້ຄືດັ່ງນັ້ນ, ພັກ-ລັດຖະບານລາວ ກໍໄດ້ອອກກົດໝາຍເພື່ອຄຸ້ມຄອງຢາສູບຢູ່ ສປປ ລາວ ໃນມາດຕາ 48(ປັບປຸງ) ຂໍຫ້າມສໍາລັບບໍລິສັດຢາສູບ ແລະ ຜູ້ປະກອບການ ມີພຶດຕິກໍາຄື: 1) ຜະລິດ, ນຳເຂົ້າ,ສົ່ງອອກ, ຈຳໜ່າຍ, ຊື້-ຂາຍ ຜະລິດຕະພັນຢາສູບທີ່ບໍ່ມີຄຳເຕືອນສຸຂະພາບ ແລະ ສະຫຼາກ, ວັັັນ, ເດືອນ, ປີຜະລິດ, ສະແຕັມພາສີ, ອາກອນ, ຢາສູບນອກລະບົບ, ເຖື່ອນ, ເສຍຄຸນ, ຜະລິດຕະພັນຢາສູບຮຽນແບບ ຫຼືປອມ; 2)  ຜະລິດ-ນຳເຂົ້າ,ສົ່ງອອກ, ຈຳໜ່າຍ, ຊື້-ຂາຍ ຜະລິດຕະພັນຢາສູບຮູບແບບໃໝ່ເປັນຕົ້ນ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ, ຢາສູບຊີຊາ ຫຼື ບາຣາກູ.
ທ່ານ ທອງພູນໝື່ນພິລົມຍັງໄດ້ຝາກເຖິງ ພໍ່ແມ່ປະຊາຊົນຜູ້ທີ່ສູບຢາແລ້ວ, ຢາກເຊົາຢາສູບແມ່ນປະຕິບັດຕົນຄື: ຈາກທີ່ເຄີຍສູບຢາ 5 ກອກ/ ມື້ ກໍຫຼຸດມາເປັນ 3 ກອກ/ມື້ ແລະ ຫຼຸດລົງມາເລື້ອຍໆກໍສາມາດຢຸດການສູບຢາໄດ້. ພ້ອມນັ້ນ,ຝາກເຕືອນໄວໜຸ່ມ-ຊາວໜຸ່ມຫ້າມລອງສູບຢາ ຫຼື ສູບຢາໄຟຟ້າ, ບໍ່ໄປຫຍຸ້ງກ່ຽວເດັດຂາດ, ການສູບຢາບໍ່ແມ່ນສິ່ງທີ່ສວຍງາມ, ເຮັດໃຫ້ດູດີ, ບໍ່ແມ່ນສິ່ງທີ່ສ້າງບຸກຄະລິກກະພາບໃຫ້ດີຂຶ້ນ ແຕ່ອັນຕະລາຍຕໍ່ສຸຂະພາບ, ຕໍ່ຊີວິດ. ສິ່ງສຳຄັນ ຖ້າສູບຢາທີ່ສາທາລະນະ ແລະ ເຂດສະຖານທີ່ອື່ນໆທີ່ຫ້າມສູບຢາ ເຈົ້າໜ້າທີ່ພົບເຫັນຈະຖືກກ່າວເຕືອນ ຫຼືນຳໄປກັກຄັງໄດ້.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ