ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 - 1 ພຶດສະພາ2026) ທີ່ຈະມາເຖິງນີ້, ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສານີ້ວ່າ: ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ຊົນຊັ້ນກຳມະກອນລາວ ແມ່ນພາກສ່ວນໜຶ່ງຂອງຊົນຊັ້ນກຳມະກອນສາກົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຮ່ຳຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນ ຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ: ເປັນຊົນຊັ້ນກຳມະກອນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີນໍ້າໃຈຮັກຊາດ ແລະ ນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ມີມານະຈິດປະຕິວັດອັນສູງສົ່ງ ດຸໝັ່ນ, ປະຢັດ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ.