ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
ໃນ 6 ເດືອນຕົ້ນປີ 2026 ເສດຖະກິດແຂວງອັດຕະປືຂະຫຍາຍຕົວ 4.3%, ໃນນັ້ນຂະແໜງກະສິກຳຂະຫຍາຍຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.