ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ນາງ ມາ ເຕເຣຊາ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ,
ວັນທີ 14 ກໍລະກົດນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງພະນະທ່ານນາງ ຮັນ ຊອງ-ຊຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເກົາຫຼີ ທີ່ນະຄອນຫຼວງເຊອູນ ຊຶ່ງມີເນື້ອໃນວ່າ: ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານເນື່ອງໃນໂອກາດໄດ້ ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເກົາຫຼີ.
ວັນທີ 14 ກໍລະກົດນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງ ພະນະທ່ານ ເອັມມານຸຍແອນ ມາຄຣົງ ປະທານາທິບໍດີ ແຫ່ງ ສາທາລະນະລັດຝຣັ່ງທີ່ປາຣີ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຝຣັ່ງ ຄົບຮອບ 237 ປີ.
ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ: