ເມື່ອບໍ່ດົນຜ່ານມານີ້, ທີ່ພະແນກການເງິນແຂວງຫຼວງພະບາງ ໄດ້ມີກອງປະຊຸມ ໂຄສະນາ ເຜີຍແຜ່ ລະບົບການຂາຍປີ້ ເຂົ້າຊົມແຫຼ່ງທ່ອງທ່ຽວ ຜ່ານແອັບ LDT Booking ດ້ວຍການຈອງປີ້ແບບອອນລາຍ, ໂດຍເປັນປະທານຮ່ວມ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນ, ມີຜູ້ຕາງໜ້າບໍລິສັດອອກແບບ, ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ຂາຍປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ ເຂົ້າຮ່ວມ.
ຄອບຄົວຂອງທ່ານ ທອງສະຫວັນ ແສນພິລາວົງສາ ອາຍຸ 53 ປີ, ປັດຈຸບັນຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ເປັນຄອບຄົວໜຶ່ງທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນທາງພະແນກກະສິກໍາ ແລະ ສິ່ງແວລ້ອມ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ຂອງແຂວງຈໍາປາສັກ ລົງສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງປະທຸມພອນ ໄດ້ລົງຊຸກຍູ້ທາງດ້ານວິຊາການເຕັກນິກ ບວກກັບຄວາມດຸໝັ່ນຫ້າວຫັນ ເຮັດແທ້ທໍາຈິງ ຂອງຄອບຄົວ ໃນການສ້າງສວນນໍ້າທິດາເພັດ ຈົນກາຍເປັນຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ.
ງານມະຫະກໍາການທ່ອງທ່ຽວອາຊຽນປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ ໃນບັນດາປະເທດສະມາຊິກອາຊຽນໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງລວມມີ 4 ປະເພດລາງວັນມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະ ຖານເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ.
ກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດສໍາມະນາເປີດກວ້າງການປັບປຸງຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວໃນຂອບເຂດທົ່ວປະເທດ (ແບບເຄິ່ງອອນລາຍ) ໃນວັນທີ 2 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳເພົ້າ ວັນນະວົງ ກົວໜ້າກົມກວດກາ ກະຊວງ ວທ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.