ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ເມົາແລ້ວບໍ່ຂັບ” (Drink With Care, Drunk Don't Drive ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້ ໂດຍມີ ທ່ານ ບຸນທະວີ ນະຄອນສິດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາຂັ້ນແຂວງ, ພະນັກງານ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ວັນທີ 23 ເມສາຜ່ານນມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026 ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ, ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງວຽງຈັນ, ມີຮອງປະທານ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງເຂົ້າຮ່ວມ.
ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຄໍາມ່ວນ ເພື່ອປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການປົກຄອງແຂວງ, ບັນດາພະແນກການອ້ອມຂ້າງ ເຂົ້າຮ່ວມ.
ສະຫະພັນກຳມະບານແຂວງໄຊສົມບູນ ປະກາດການຈັດຕັ້ງ

ສະຫະພັນກຳມະບານແຂວງໄຊສົມບູນ ປະກາດການຈັດຕັ້ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ ລະຫວ່າງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄຊສົມບູນ ຜູ້ເກົ່າ ແລະ ຜູ້ໃໝ່.ໍ ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ພອຍຄຳ ຮຸ່ງບຸນຮວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍບັນດາປະທານ - ຮອງປະທານສະຫະພັນກຳມະບານແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຄີພິຍານ.
24ບ້ານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອັກຄີໄພໃນເດືອນເມສາມູນຄ່າເສຍຫາຍ 2 ຕື້ກວ່າກີບ

24ບ້ານ ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອັກຄີໄພໃນເດືອນເມສາມູນຄ່າເສຍຫາຍ 2 ຕື້ກວ່າກີບ

ແຂວງສາລະວັນ ໄດ້ຮັບຜົນກະທົບຈາກໄພພິບັດ, ລົມພາຍຸ ແລະ ອັກຄີໄພ (ໄຟໄໝ້ ເຮືອນ) ນັບແຕ່ໄລຍະວັນທີ 9-21 ເມສາ 2026 ເກີດຂຶ້ນທັງໝົດ 10 ຄັ້ງ. ໃນນັ້ນ, ໄຟໄໝ້ເຮືອນ 5 ຄັ້ງ, ເສຍຫາຍ 13 ຫຼັງຄາເຮືອນ, ຜົນກະທົບຈາກລົມພາຍຸພັດເຮືອນ ເສຍຫາຍ 26 ຫຼັງຄາເຮືອນ ໃນຈຳນວນ 19 ບ້ານ ແລະ ເກີດເຫດຟ້າຜ່າ ຢູ່ບ້ານອີເລີງ ເມືອງເລົ່າງາມ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນ ມູນຄ່າເສຍຫາຍ 2 ຕື້ກວ່າກີບ. ຊຶ່ງເຫດການທັງໝົດນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 800 ກວ່າຄົນ ຍິງ 402 ຄົນ.
ເພີ່ມເຕີມ