ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກລັກຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 29 ພຶດສະພານີ້ ທີ່ປະເທດຍີ່ປຸ່ນ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ອິຊິບະ ຊິເງະຣຸ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມ ນິເກອິ ປະເທດຍີ່ປຸ່ນ.
ບັນດາທ່ານ ທີ່ນັບຖື,
ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ,
ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ
ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນພຶດສະພາ2025ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ29 ພຶດສະພານີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາແລະທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ2025.
ໃນຕອນບ່າຍຂອງວັນທີ 26 ພຶດສະພາ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ; ສະຫາຍສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ - ຫວຽດນາມ