ຄະນະກຳມະການປົກຄອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືການກະກຽມ ຈັດການແຂ່ງຂັນ ກິລາເຂດ 4 ເມືອງເໜືອ ປະຈຳປີ 2026 ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ນາງ ບົວໄລ ແພງສະຫວັນ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວຫນ້າ-ຮອງຫົວຫນ້າຫ້ອງການ ແລະ ອານຸກຳມະການຈັດການແຂ່ງຂັນກິລາທຸກພາກສ່ວນ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ຜ່ານມາ, ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄັດເລືອກນັກຮຽນເຂົ້າຮຽນ ຄັ້ງທີ III ຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງນາໝໍ້ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງນາໝໍ້ ແລະ ທ່ານ ໄຊພອນ ສີຈະເລີນ ຮອງປະທານຄະນະກຳມະການປົກຄອງເມືອງນາໝໍ້; ໂດຍມີຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ (ກະຊວງ ສສກ), ຜູ້ບໍລິຫານຈາກ 6 ເມືອງ, ພະແນກ ສກຂ ແຂວງ, ຫ້ອງການ ສສກ 7 ເມືອງ ແລະ ຜູ້ບໍລິຫານສະຖາບັນການສຶກສາຂັ້ນໂຮງຮຽນ ເຂົ້າຮ່ວມ.
ເພື່ອເປັນການສະຫຼອງສາຍສໍາພັນທະມິດອັນຍາວນານ ເຖິງ 25 ປີນີ້. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັນຈັດການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV (2026) ຢ່າງຍິ່ງໃຫຍ່ ເພື່ອສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື, ພິທີຖະແຫຼ່ງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ແລະ ສິດປະໂຫຍດ ບໍລິສັດ ເບຍລາວ ຈຳກັດ, ມີບັນດາທ່ານຄະນະບໍລິຫານງານສະຫະພັນ, ແຂກຜູ້ມີກຽດ, ຕາງໜ້າຈາກກະຊວງ, ກົມກອງຂະແໜງການທີ່ກ່ຽວຂ້ອງ, ສື່ມວນຊົນ, ບັນດາສະໂມສອນ, ຄູຝຶກ, ແລະ ທີມນັກກິລາເຂົ້າຮ່ວມ.
ໃນວັນທີ 12-13 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ (ສກຂ ບໍ່ແກ້ວ) ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ແລະ ວາງແຜນວຽກບູລິມະສິດ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍມີທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງໜ່ວຍງານທີ່ກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.