
ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ
ພິທີມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານຂອງເມືອງຊະນະຄາມ ຄື: ໂຮງຮຽນ ມສ ນາສັກ, ໂຮງຮຽນປະຖົມບ້ານໃໝ່ປາກທຸນ ແລະ ບ້ານໂນນນາແກບ ຊຶ່ງພິທີ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ທີ່ໂຮງຮຽນ ມ.ສ ນາສັກ ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ແສງຈັນ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ເມືອງຊະນະຄາມ, ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຜູ້ປະສານງານຂອງໂຄງການຂັ້ນແຂວງ-ຂັ້ນເມືອງ, ອໍານວຍການໂຮງຮຽນ, ເລຂາພັກບ້ານ-ນາຍບ້ານໃນຈໍານວນ 3 ບ້ານດັ່ງກ່າວ ແລະ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.