
ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1), ເປັນກຽດປະດັບຫຼຽນ ໂດຍ ທ່ານ ໂຄອິຊຶມີ ຊິໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫຼຽນກຽດຕິຍົດອັນສູງສົ່ງ ຊຶ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ຜ່ານມານີ້ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ, ແຂກຖືກເຊີນ ພ້ອມດ້ວຍ ຄອບຄົວຂອງ ທ່ານ ສອນໄຊ ສີພັນດອນ.